ປະກາດ ການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ປະກາດ ການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່

Published

on

ໃນ​ຕອນ​ເຊົ້າ ຂອງ​ວັນ​ທີ 26 ພຶດສະພາ 2020, ກະຊວງ​ການ​ຕ່າງປະ​ເທດໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງ​ຕັ້ງ ຮອງ​ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ ​ຄົນ​ໃໝ່ ​ແລະ ການ​ມອບ-ຮັບ​ໜ້າ​ທີ່​ຫົວໜ້າ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຜ້​ູ​ເກົ່າ ​ແລະ ຜູ້​ໃໝ່ ​ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ເປັນ​ສັກ​ຄີ​ພະຍານ ​ຂອງ​ ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ກໍາ​ມະ​ການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິ​ຫານ​ງານ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ມີບັນດາ​ຮອງ​ລັດຖະມົນຕີ, ຫົວໜ້າ​ຫ້ອງການ, ຄະນະ​ກົມ ​ແລະ ຄະນະ​ພະ​​ແນ​ກ ກໍ່​ໄດ້​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ໃນ​ພິທີ​ຄັ້ງ​ນີ້, ທ່ານ ຕິ່ງ ສຸກ​ສັນ, ຄະນະ​ປະ​ຈໍາ​ພັກ​ກະຊວງ, ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຂື້ນ​ຜ່ານ​ດໍາລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 234/ນຍ, ລົງ​ວັນ​ທີ 13 ພືດ​ສະພາ 2020 ວ່າ​ດ້ວຍ​ການ​​ແຕ່ງ​ຕັ້ງ ທ່ານ ບຸ​ນ​ເຫຼືອ ພັນ​ດາ​ນຸວົງ, ຫົວໜ້າ​ກົມ​ກົງສຸນ ​ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຄົນ​ໃໝ່.

ໃນ​ໂອກາດ​ດຽວ​ກັນ​ນີ້, ກໍ່​ໄດ້​ມີ​ພິທີ​ມອບ-ຮັບ​ໜ້າ​ທີ່​ຫົວໜ້າ​ສະ​ຖາບ​ັນການ​ຕ່າງປະ​ເທດ​ຄົນ​ໃໝ່ ລະຫວ່າງ​ ທ່ານ​ ຄໍາ​ສວຍ ​ແກ້ວ​ດາລາ​ວົງ, ຫົວໜ້າ​ສະ​ຖາ​ບັນດາ​ການ​ຕ່າງປະ​ເທດ​ ຜູ້​ເກົ່າ ​ແລະ ທ່ານ ​ໄມ ​ໄຊ​ຍະ​ວົງສ໌, ຫົວໜ້າ​ສະ​ຖາ​ບັນການ​ຕ່າງປະ​ເທດ​ ຜູ້​​​ໃໝ່.

ພາຍຫຼັງ​ການ​ປະກາດ​ການ​ແຕ່ງ​ຕັ້ງ ​ແລະ ມອບ-ຮັບ​ໜ້າ​ທີ່​ໃໝ່​ ທ່ານ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ໃຫ້​ກຽດ​ໂອ້​ລົມ, ​ໂດຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຍົກ​ໃຫ້​ເຫັນ​ຜົນງານ​ຂອງ​ບັນດາ​ທ່ານ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃນ​ຄັ້ງ​ນີ້ ​ແລະ ຍັງ​ໄດ້​ເໜັ້ນໜັກ​ໃຫ້​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຄົນ​ໃໝ່ ​ແລະ ທ່ານ​ຫົວໜ້າ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຄົນ​ໃໝ່ ຈົ່ງ​ເພີ່ມ​ທະວີ​ປະກອບສ່ວນ, ອຸທິດ​ຕົນ​ເຂົ້າ​ໃນ​ວຽກ​ງານ​ຊີ້​ນໍາ-ນໍາພາ ​ໃນ​ວຽກ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ. ພ້ອມ​ນັ້ນ ກໍ່ຮຽກຮ້ອງ​ມາ​ຍັງ​ພະນັກງານ-ລັດຖະກອນ​ກະຊວງ​ການ​ຕ່າງປະ​ເທດ ພັດທະນາ​ຕົນ​ເອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ຍົກ​ສູງ​ຄວາມ​ເປັນ​ແບບຢ່າງ​ນໍາ​ໜ້າ​ ທາງ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ​ແບບ​ແຜນການ​ນໍາພາ, ຄວາມ​ເສຍສະຫຼະ​ເພື່ອ​ສ່ວນ​ລວມ, ຄວາມ​ສາມັກຄີເອກະ​ພາບ, ​ເດັດ​ດຽວ​ສະກັດ​ກັ້ນ ​ແລະ ຕ້າ​ນປະກົ​ດການ​ຫຍໍ້ທໍ້​ຕ່າງໆ, ​ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​​ໃນ​ການ​ຊີ້​ນໍາ-ນໍາພາ ​ແລະ ປະຕິບັດ​ໜ້າ​ທີ່​ວຽກງານ​ໃນ​ຂະ​ແໜ​ງການ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດ​ທິພາບ, ​ໃຫ້​ສືບ​ຕໍ່​ຜັນ​ຂະ ຫຍາຍ​ມະຕິ​ກອງ​ປະຊຸມ​​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ມະຕິ​ກອງ​ປະຊຸມ​ວຽກ​ງານ​ການ​ຕ່າງປະ​ເທດ ​ຄັ້ງທີ 14​​ ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້