1ແຊຣແລະນ້ຳໃຈສຳລັບການຕໍ່ຊີວິດເດັກນ້ອຍຄົນນີ້ – ສື່ລາວ.ຄອມ
Connect with us

ຊ່ວຍເຫຼືອ

1ແຊຣແລະນ້ຳໃຈສຳລັບການຕໍ່ຊີວິດເດັກນ້ອຍຄົນນີ້

Published

on

ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບຫນັງສືຂໍຄວາມຊ່ວຍເຫລືອຈາກ ທ້າວບຸນມິ ອາຍຸ 30ປີ ຢູ່ບ້ານຈັດສັນໂພນສະຫວາດ ເມືອງເຟືອງ ແຂວງວຽງຈັນ ປະຈຸບັນແມ່ນໄດ້ເຮັດວຽກຢູ່ສວນກ້ວຍຈີນ ບ້ານມຸກ ເມືອງຫີນເຫີບ ແຂວງວຽງຈັນ ສ່ວນເມຍແມ່ນລ້ຽງລູກນ້ອຍ 2 ຄົນບໍ່ໄດ້ເຮັດວຽກ.

ຂ້າພະເຈົ້າຂໍຄວາມຊ່ວຍເຫລືອຈາກພໍ່ແມ່ ແລະ ປະຊາຊົນຜູ້ທີ່ໃຈບຸນທັງຫລາຍ ຊ່ວຍເຫລືອລູກຂ້າພະເຈົ້າແນ່ຕອນນີ້ ລູກຊາຍຂ້າພະເຈົ້າອາຍຸ 8ປີ ຕອນນີ້ປ່ວຍມາໄດ້ 8ເດືອນແລ້ວຍ້ອນເປັນໄຂ້ແລ້ວລົ້ມຕອນນິແມ່ນຍ່າງບໍ່ໄດ້ ພໍແມ່ກໍໄດ້ພາມາປິ່ນປົວຈົນດີຂຶ້ນມາຮອດວັນທີ 04/12/2020

ລູກຊາຍແມ່ນໄດ້ມີອາການໄຂ້ແລະຫມົດສະຕິພໍ່ແມ່ໄດ້ນຳພາມາປິ່ນປົວຢູ່ໂຮງຫມໍມະໂຫສົດ ນອນຢູ່ຫ້ອງ ICU ໄດ້ສິບປາຍມື້ແລ້ວອາການຍັງບໍ່ດີຂຶ້ນ ຕາມການກວດຂອງແພດແມ່ນເປັນປອດອັກເສບ ແລະ ເນື້ອເຍື້ອຫຸ້ມໃນສະຫມອງອັກເສບ ຕອນນີ້ຍັງຕິດຫນີ້ໂຮງຫມໍຢູ່ ຖ້າຈະເອົາລູກກັບບ້ານລູກກໍຈະເສຍຊີວິດ ຖ້າປົວຕໍ່ກໍບໍ່ມີເງິນ.

ຂ້າພະເຈົ້າຈຶ່ງຂໍຄວາມຊ່ວຍເຫລືອຈາກສັງຄົມຜູ້ທີ່ມີຈິດໃຈເມດຕາຢາກຊ່ວຍເຫລືອໃຫ້ເດັກນ້ອຍຄົນຫນຶ່ງກັບມາມີຊີວິດອີກຄັ້ງ.

ຂ້າພະເຈົ້າຂໍຂອບໃຈຄົນທີ່ຊ່ວຍເຫລືອລູກຂ້າພະເຈົ້າໃນການຊ່ວຍເຫລືອຄັ້ງນີ້ຂ້າພະເຈົ້າຈະຈົດຈຳບໍ່ມີວັນລືມ.

.

.

.

ເລກບັນຊີ: 091-12-00-00650922-001

BOUNMY PHONESAWANH MR.

Continue Reading

ຊ່ວຍເຫຼືອ

ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

Published

on

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ

ເດີນທາງໄກ້ຈະປອດໄພ ໜຸ່ມວິນ

ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

….

….

….

ຄລິບ

Continue Reading

ຊ່ວຍເຫຼືອ

ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

Published

on

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

Continue Reading

ຊ່ວຍເຫຼືອ

ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

Published

on

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ສາມາດຝາກນຳບໍລິສັດຂົນສົງ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ

ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້