ຕິດຕາມໂຄວິດ-19
ປະເທດລາວ…! ຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າລາວຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແລະ ມີຄວາມກັງວົນຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງໂດຍສະເພາະບັນດາປະເທດທີ່ມີຊາຍແດນຕິດກັບລາວ ເຊັ່ນ: ມຽນມາ, ໄທ, ຈີນ ແລະ ກໍາປູເຈຍ.

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ຢູ່ ກະຊວງສາທາລະນະສຸກ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ເມື່ອວັນທີ 11 ທັນວາ 2020 ນີ້ວ່າ:
ເຖິງແມ່ນວ່າພວກເຮົາຈະມີມາດຕະການປ້ອງກັນຢ່າງເຂັ້ມງວດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ ແຕ່ປະເທດລາວຍັງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດດັ່ງກ່າວນີ້ອີກຮອບໃໝ່ ຍ້ອນວ່າບັນດາປະເທດອ້ອມຂ້າງຂອງປະເທດເຮົາຍັງມີການແຜ່ລະບາດຂອງພະຍາດນີ້ຍັງເພີ່ມຂຶ້ນໂດຍສະເພາະແມ່ນປະເທດມຽນມາ,
ດັ່ງນັ້ນຈຶ່ງຮຽກຮອງໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າຈົ່ງມີສະຕິລະວັງຕົວກ່ຽວກັບການປ້ອງກັນພະຍາດນີ້ຢ່າງເຂັ້ມງວດໂດຍສະເພາະໃຫ້ປະຕິບັດການດໍາລົງຊີວິດປົກກະຕິແບບໃໝ່ ເຊັ່ນວ່າເມື່ອອອກຈາກບ້ານໄປເຂດທີ່ມີຈຸດສ່ຽງ ຄວນໃສ່ຜ້າອັດປາກ-ດັງ, ຮັກສາມາລະຍາດໃນການໄອ-ຈາມ, ລ້າງມືໃສ່ເຈວ ຫຼື ສະບູເປັນປະຈໍາ, ກິນອາຫານສຸກ ແຍກເຄື່ອງຂອງໃຊ້ສ່ວນຕົວອອກຕ່າງຫາກ ແລະ ອື່ນໆ.

ຮອດວັນທີ 11 ທັນວາ 2020 ນີ້, ທົ່ວໂລກມີຜູ້ເສຍຊີວິດແລ້ວ 1.587.431 ຄົນ ຈາກພະຍາດໂຄວິດ-19, ປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ອັນດັບໜຶ່ງແມ່ນປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 15.616.380 ຄົນ, ຮອງລົງມາແມ່ນປະເທດອິນເດຍມີ 9.796. 769 ຄົນ.
ສະເພາະ 10 ປະເທດອາຊຽນແມ່ນປະເທດອິນໂດເນເຊຍທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ຫຼາຍເປັນອັນດັບໜຶ່ງ ມີຜູ້ຕິດເຊື້ອ 598.933 ຄົນ, ຮອງລົງມາແມ່ນ ຟີລີບປິນມີ 445.540 ຄົນ.

ສປປ ລາວ ມີຜູ້ຕິດເຊື້ອ ສະສົມ 41 ຄົນ, ປິ່ນປົວຫາຍດີແລ້ວ 33 ຄົນ ແລະ ຍັງນອນປິ່ນປົວຢູ່ໂຮງໝໍມິດຕະພາບ 8 ຄົນ ແລະ ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້.
ຂ່າວ: ວຽງຈັນທາຍ
ຕິດຕາມໂຄວິດ-19
ກັບມາອີກແລ້ວ ມື້ນີ້ ທົ່ວປະເທດ ຕິດເຊື້ອໂຄວິດເພີ່ມຂຶ້ນ 76 ຄົນ

06 ທັນວາ 2022.

ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດເພີ່ມຂຶ້ນ ! ອາກາດເລີ່ມໜາວແລ້ວ ຂໍໃຫ້ທຸກຄົນ ຮັກສາສຸຂະພາບ !

ຕິດຕາມໂຄວິດ-19
ສປປ ລາວ ກວດພົບ ຜູ້ຕິດເຊື້ອໂຄວິດ 551 ຄົນ ແລະ ເສຍຊີວິດ 4 ຄົນ

🔥 🔥 ເພີ່ມຂຶ້ນ ! ສປປ ລາວ 🇱🇦 ລາຍງານ ກວດພົບ ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ
ໃນວັນອັງຄານ 01/02/2022 ໂດຍກວດພົບການຕິດເຊື້ອໂຄວິດ 585 ຄົນ ແລະ ເສຍຊີວິດ +4 ຄົນ.
ຕົວເລກຜູ້ເສຍຊີວິດ ອາດມີການປ່ຽນແປງ ລາຍລະອຽດເພີ່ມຕື່ມ ຄະນະສະເພາະກິດ ຈະໄດ້ແຈ້ງໃຫ້ຊາບຕື່ມ ໃນເວລາ 10:30

ຕິດຕາມໂຄວິດ-19
ມື້ນີ້ີ້ ສປປ ລາວ ກວດພົບຜູ້ຕິດໂຄວິດໃໝ່ +329 ຄົນ ແລະ ເສຍຊີວິດ 3 ຄົນ

ຈາກການຖະແຫຼ່ງຂ່າວໂຄ ວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 31/1/2022 ພົບວ່າມີຜູ້ຕິດເຊື້ ອໂຄ ວິ ດ +329 ຄົນ ແລະ ຊຸມຊົນ + ຄົນ.
ລາຍລະອຽດແຕ່ລະແຂວງມີຄື:

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ