ເຈົ້າຂອງໂພສ ອອກມາຂໍໂທດແລ້ວ!..ເລື່ອງປ້າຍຟ້າຕຳກັນແລ້ວໃຊ້ການຂູ່ ນັ້ນບໍ່ມີຄວາມຈິງ

ເຈົ້າຂອງໂພສຂໍອອກມາຂໍໂທດ ແລະ ແກ້ຂ່າວນີ້ ເພາະບໍ່ມີຄວາມຈິງ

🙏🙏🙏ສະບາຍດີ🙏🙏🙏ຂ້າພະເຈົ້າທ້າວແກ້ວອຸດອນດວງປັນຍາ (ເຟສບຸກຊ່າງ ແກ້ວດວງປັນຍາ). ອາຍຸ29ປີ ອາຊີບພະນັກງານເຄພີ ທີ່ໄດ້ໂພດຮູບແລະຂໍຄວາມໃນເຟສບຸກ ໃນກໍລະນີເກີດອຸບັດເຫດໃນຄັ້ງວັນ

ທີ່6/12/2020ເວລາ18ໂມງປ່າຍ ວ່າລົດຟໍຈູນເນີສີດີປ້າຍຟ້າ ກຜ3025 ຕຳແລ້ວໜີແມ່ນບໍ່ມີຂໍ້ມູນຈິງ.
ກ່ອນໜ້ານີ້ຂ້າພະເຈົ້າໄດ້ເກີດອຸບັດເຫດຕຳກົ້ນລົດໃຫຍ່ກ່ອນແລ້ວ ຫລັງຈາກນັ້ນລົດຄັນດັ່ງກ່າວມາຢຽບເອົາລົດຈັກຂ້າພະເຈົ້າທີ່ຢູ່ກາງທາງ.ຫລັງຈາກນັ້ນພວກຂ້າພະເຈົ້າກໍໄດ້ໄກ່ເກ່ຍກັນແຕ່ຕົກລົງກັນບໍ່ໄດ້

ຈາກນັ້ນ5ມື້ຕໍ່ມາພວກຂ້າພະເຈົ້າຈື່ງໄດ້ຕົກລົງໄກ່ເກ່ຍກັນແລ້ວ ດັ່ງນັ້ນຂ້າພະເຈົ້າຈຶ່ງຂໍໂທດຕໍ່ສັງຄົມທີ່ໄດ້ລົງຮູບພາບແລະຂໍ້ຄວາມບໍ່ເໝາະສົມແລະບໍ່ສຸພາບດັ່ງນັ້ນຂ້າພະເຈົ້າຮຽກຮ້ອງຕໍ່ສື່ສັງຄົມອອນລາຍຕ່າງໆ ຢຸດຕິການແຊ່ການໂພດ ແລະຄອມເມັ້ນຕ່າງໆ ຖ້າຫາກຜູ້ໃດແຊ່ຄອມເມັ້ນແມ່ນຮັບຜິດຊອບທາງດ້ານກົດໝາຍສະແດງຄວາມ🙏🙏ຂອບໃຈ🙏🙏