ຮູ້ແລ້ວຫວາ…! ທາງດ່ວນວຽງຈັນ-ວັງວຽງ ໄປ-ກັບ 150.000 ກີບ

ປະຊາຊົນລາວຕ່າງກໍ່ດີໃຈທີ່ຈະໄດ້ຊົມໃຊ້ເສັ້ນທາງດ່ວນແຫ່ງທໍາອິດຂອງ ປະເທດລາວ ຄືເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ມີຈຸດເລີ່ມຕົ້ນຢູ່ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໂດຍມີໄລຍະທາງ 109, 9 ກິໂລແມັດ ທີ່ຈະເປີດບໍລິການໃນລະຫວ່າງວັນທີ 20-30 ທັນວາ 2020 ນີ້ຢ່າງແນ່ນອນ ແລະ ສິ່ງທີ່ຫຼາຍຄົນສົນໃຈໃນປະຈຸບັນນີ້ ຄືລາຄາຂຶ້ນໃຊ້ບໍລິການທາງດ່ວນວ່າທໍ່ໃດ  ແລະ ພາຫະນະ ທີ່ຈະສາມາດຂຶ້ນໃຊ້ທາງດ່ວນໄດ້ແມ່ນປະເພດໃດແດ່ ? ມື້ນີ້ທາງທີມງານວຽງຈັນທາຍມີຄໍາຕອບ.

ອີງຕາມຂໍ້ມູນຈາກບໍລິສັດຮ່ວມທຶນພັດທະນາລາວ-ຈີນ ຈໍາກັດ ຊຶ່ງເປັນບໍລິສັດທີ່ລົງທຶນກ່ຽວກັບການກໍ່ສ້າງທາງດ່ວນດັ່ງກ່າວວ່າ: ສໍາລັບການຂຶ້ນໃຊ້ບໍລິການທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຫຼື ແຕ່ເມືອງວັງວຽງ ຫາ ນະຄອນຫຼວງວຽງຈັນ ຫຼື ໄປ-ກັບ ຄ່າບໍລິການຈະປະມານ 150.000 ກີບ ຫຼື ມີແຕ່ຂາໄປ ຫຼື ຂາກັບ ແມ່ນ 65.000 ກີບ ໂດຍຈະມີ 8 ດ່ານເກັບເງິນ ( 8.000 ກີບ/ດ່ານ) ໝາຍຄວາມວ່າຖ້າຜ່ານແຕ່ 2-3 ດ່ານກໍ່ຈະເສຍເງິນຕາມແຕ່ລະຈຸດ.

.

ສໍາລັບລົດທີ່ຈະຂຶ້ນໃຊ້ບໍລິການທາງດ່ວນໂດຍອີງຕາມກົດໝາຍທາງບົກແຫ່ງ ສປປ ລາວ ລະບຸໄວ້ວ່າ: ພາຫະນະທີ່ຈະຂຶ້ນທຽວທາງດ່ວນໄດ້ນັ້ນຕ້ອງມີຄວາມແຮງຂອງຈັກຫຼາຍກວ່າ 350 ຊີຊີ, ນອກນັ້ນຍັງຫ້າມລົດບັນທຸກ, ລົດພ່ວງທີ່ມີນໍ້າໜັກເກີນກໍານົດໄວ້, ຍານພາຫະນະທີ່ດັດແປງສະພາບເຕັກນິກທີ່ບໍ່ຮັບປະກັນຄຸນນະພາບດ້ານຄວາມປອດໄພ ແລະ ພາຫະນະອື່ນໆທີ່ກໍານົດແລ່ນຕໍ່າກວ່າ 80 ກິໂລແມັດຕໍ່ຊົ່ວໂມງກໍ່ຫ້າມຂຶ້ນເຊັ່ນກັນ.

.

.

.

.

ຂ່າວ: ວຽງຈັນທາຍ