ເຫດລົດຈັັກຕຳລົດຈັກຮຸ່ນແຮງ ທີ່ສະຫວັນນະເຂດ – ສື່ລາວ.ຄອມ
Connect with us

ຂ່າວອຸປະຕິເຫດ

ເຫດລົດຈັັກຕຳລົດຈັກຮຸ່ນແຮງ ທີ່ສະຫວັນນະເຂດ

Published

on

ແຂວງ ສະຫວັນນະເຂດ ວັນທີ10.12.20ເວລາ22:25ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ

ໄດ້ຮັບແຈ້ງເຫດວ່າມີລົດຈັກຕຳກັນ

ທີເຂດ ບ້ານ ໂພນສະຫວ່າງໃຕ້
ນະຄອນໄກສອນພົມວິຫານ
ແຂວງ ສະຫວັນນະເຂດ

ໃນຈຸດເກີເຫດ ມີຜູ້ບາດເຈັບ2 ຄົນ ເປັນເພດຊາຍທັ່ງ2

ຜູ້ທີ1 ຫົວແຕກແລະຄາງແຕກ

ຜູ້ທີ2 ບໍ່ມີສະຕິຄາງແຕກແລະກະທົບຫົງ ດັ່ງນັ້ນທາງທີມງາມຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍແຂວງສະຫວັນນະເຂດ

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ
ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ
ສາຍຕົງ : 020 28285454
ຮັບໃຊ້ຕະຫຼອດ 24 ຊົ່ວໂມງ :
ໜ່ວຍກູ້ໄພ ສະຫວັນນະເຂດ

Savannakhaet Rescue1629

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການປະກອບຊຸກຍູ້ຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ :
-ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,

  • ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ
  • ອຸປະກອນການແພດຕ່າງໆ
  • ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ
    [ ] -ນ້ຳມັນລົດອອກເຫດ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ
    ສະຖານທີ່ :
    ບ້ານ ສອນໄຊ
    ນະຄອນໄກສອນພົມວິຫານ
    ແຂວງ ສະຫວັນນະເຂດ

ຕິດຕໍ່ສອບຖາມ:020 28285454 ຫຼື ທ່ານສະດວກໂອນບັນຊີ

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ເລກບັນທີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
LAK : 039-12-00-01713217-001
ຄະນະບໍລິຫານງານ

ທີມກູ້ຊີບກູ້ໄພ ສະຫວັນນະເຂດ 1629

“ຝາກແຊຮປະຊາສຳພັນ”

Continue Reading

ຂ່າວອຸປະຕິເຫດ

ສຸດເສົ້າ! ລົດພ່ວງເສຍຫຼັກ ຕົກເຫວລຶກ ບໍ່ຊາບຊະຕາກຳຄົນຂັບ

Published

on

By

ເກີດເຫດລົດພ່ວງຕົກເຫວ ຢູ່ໂຄ້ງປາບຊຽນ “ຊຽງມີ ”

ແຂວງໄຊສົມບູນ ໃນວັນທີ 18 ມັງກອນ 2023 ທີ່ຜ່ານມາ

ເຊິ່ງຍັງບໍ່ມີລາຍງານຜູ້ບາດເຈັບເທື່ອ ແຕ່ຈັ່ງໃດກໍຄ່ອຍໄປຄ່ອຍມາແດ່ພີ່ນ້ອງ

…..

Continue Reading

ຂ່າວອຸປະຕິເຫດ

ຈິດໃຈ! ເຮັດດ້ວຍຫຍັງ ຖິ້ມເດັກນ້ອຍແລກເກີດ ໄວ້ແຄມທາງ

Published

on

By

ໃນວັນທີ 18/01/2023 ເວລາ21:00PM ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 081 1625 ວ່າມີທາລົກຖືກຖີ້ມ(ເດັກນ້ອຍແລກເກີດ)ທີ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມໄຊ.

ເມື່ອໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊໄປເຖິງສະຖານທີ່ເກີດເຫດ ພົບເຫັນທາລົກ 01 ຄົນ ເປັນເພດຊາຍ ແຂງແຮງດີ. (ບໍ່ມີເອກະສານຂໍ້ມູນບົ່ງບອກຕົວຕົນ).

…….

ຕອນນີ້ໄດ້ມີຜູ້ອຸປະຖຳຮັບເດັກນ້ອຍໄປລ້ຽງແລ້ວ

ດັ່ງນັ້ນ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈຶ່ງໄດ້ນຳສົ່ງໂຮງຫມໍແຂວງອຸດົມໄຊ

ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນ

081 1625

081 312391

ບໍລິການຕະຫຼອດ 24ຊົ່ວໂມງ

ທ່ານໃດຢາກຊ່ວຍເຫຼືອໜ່ວຍກູ້ໄພສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ນ້ຳດື່ມ, ເຂົ້າສານ, ອາຫານການກີນ, ນ້ຳມັນລົດ, ອຸປະກອນການແພດ.

ຜ່ານບັນຊີຂອງໜ່ວຍກູ້ໄພສຸກເສີນ ອົງການກາແດງແຂວງອຸດົມໄຊໄດ້ ຫຼື ທີ່ສູນກູ້ໄພ ບ້ານ… ເມືອງໄຊ ເມືອງອຸດົມໄຊ.

Continue Reading

ຂ່າວອຸປະຕິເຫດ

ການບິນລາວ ຖະແຫຼງການເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ ກໍລະນີ ເຮືອບິນ Lao airline ຕຳກັບ Air premia

Published

on

– ໃນວັນທີ 19 ທັນວາ 2022, ຕາມທີ່ສື່ສັງຄົມອອນລາຍໄດ້ລາຍງານວ່າໄດ້ເກີດເຫດເຮືອບິນຕໍາກັນ ລະຫວ່າງສາຍການບິນລາວ(Lao Airlines) ກັບ Air Premia ຢູ່ສະໜາມບິນອິນຊອນ, ສ.ເກົາຫຼີ.

– ຕໍ່ກັບການລາຍງານຂ່າວດັ່ງກ່າວ, ລັດວິສາຫະກິດການບິນລາວຂໍຖືເປັນກຽດແຈ້ງໃຫ້ບັນດາທ່ານຊາບວ່າ: ຄວາມຈິງຂອງເຫດການດັ່ງກ່າວແມ່ນເຮືອບິນຂອງການບິນລາວຖ້ຽວບິນ QV924 ເຊິ່ງຈະເດີນທາງຈາກສະໜາມບິນສາກົນອິນຊອນມາຍັງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ໄດ້ຖືກເກາະເອົາຫາງເສືອ (Vertical Stabilizer) ຈາກເຮືອບິນລໍາອື່ນ(Air Premia) ໃນຂະນະທີ່ພະນັກງານພາກພື້ນດິນຂອງສະໜາມບິນອິນຊອນ ກໍາລັງລາກແກ່ (Pushback) ເຮືອບິນຂອງ Air Premia ຢູ່ເສັ້ນທາງເຄື່ອນຍ້າຍ, ໃນລະຫວ່າງນັ້ນເຮືອບິນຂອງ ການບິນລາວກໍາລັງລໍຖ້າຂັບເຄື່ອນໄປຫາທາງແລ່ນຂຶ້ນ 34R (Runway34R) ຕາມການບັນຊາຂອງຫໍບັງຄັບການບິນ.ເຊິ່ງເຫດການນີ້ບໍ່ໄດ້ມີການບາດເຈັບຂອງຜູ້ໂດຍສານ ຫຼື ພະນັກງານແຕ່ຢ່າງໃດ ນອກຈາກຄວາມເສຍຫາຍຂອງເຮືອບິນ.

ຕໍ່ເຫດການດັ່ງກ່າວ, ລັດວິສາຫະກິດການບິນລາວ ໄດ້ດໍາເນີນການດັ່ງນີ້:
1. ລັດວິສາຫະກິດການບິນລາວ ໄດ້ຮັບຜິດຊອບຕໍ່ຜູ້ໂດຍສານ ໂດຍໄດ້ຈັດຫາສະຖານທີ່ພັກ (ໂຮງແຮມ), ອາຫານ ແລະ ຈັດເຮືອບິນຖ້ຽວພິເສດ ໃນເວລາ 16:00 ຂອງວັນທີ 19 ທັນວາ 2022 ເພື່ອບິນໄປຮັບເອົາຜູ້ໂດຍສານມານະຄອນຫຼວງວຽງຈັນ;
2. ລັດວິສາຫະກິດການບິນລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດຂຶ້ນ ເພື່ອຮັບຜິດຊອບທາງດ້ານເຕັກນິກ ແລະ ປະກັນໄພ ໂດຍປະຕິບັດຕາມລະບຽບຕາມຂໍ້ກໍານົດຂອງ ກົມການບິນພົນລະເຮືອນ ແຫ່ງ ສປປ ລາວ ແລະ ຂໍ້ກໍານົດຂອງອົງການໆບິນພົນລະເຮືອນລະຫວ່າງປະເທດ (ICAO).
3. ພ້ອມດຽວກັນນີ້, ລັດວິສາຫະກິດການບິນລາວ ໄດ້ປະສານງານກັບ ບໍລິສັດປະກັນໄພ ເພື່ອໃຫ້ຮັບຜິດຊອບຕາມພັນທະສັນຍາຂອງເຂົາເຈົ້າ.

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້