ເພງ “ແພງນ້ອງ” ທະລຸ 1 ລ້ານວິວພາຍໃນ 4 ວັນ

ສ້າງປະກົດການໃໝ່ອີກແລ້ວສຳລັບວົງການເພງລາວ ເມື່ອທີມງານວົງດົນຕີ “ລູກເຂີຍໃສ່ມອງ” ໄດ້ເປີດຕົວເພງໃໝ່ທີ່ມີຊື່ວ່າ “ແພງນ້ອງ” ເປີດຕົວໄດ້ບໍ່ຮອດອາທິດເພງດັ່ງກ່າວກໍ່ມີຄົນເຂົ້າເບີ່ງແລ້ວເຖີງ 1 ລ້ານກວ່າວິວ ບອກເລີຍວ່າດັງແທ້ໆ ທັງຄົນລາວແລະຄົນຕ່າງປະເທດໄດ້ເຂົ້າມາເບີ່ງເປັນຈຳນວນຫຼວງຫຼາຍ

ເຊີ່ງທຳນອງເພງນັ້ນກໍ່ຍັງເນັ້ນໄປໃນທາງ POP R&B ທີ່ປະສົມທຳນອງແບບລາວ ລູກທົ່ງບ້ານນາແບບທັນສະໄໝ ເຂົ້າໄປນຳເຮັດໃຫ້ການຮັບຟັງເພງໄດ້ຮັບຄວາມບັນເທີງແບບບໍ່ຊ້ຳໃຜແລະມີຈິນຕະນາການສູງ ຕິດຫູໄດ້ງ່າຍ ລອງໄປຟັງນຳກັນເລີຍ

.

.

.

.