ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ການປະຕິບັດມາດຕະການປ້ອງກັນ ການຕິດເຊື້ອພະຍາດໂຄວິດ-19

ຄະນະສະເພາະກິດຂະແໜງຕ່າງໆ ໄດ້ສະແດງຄວາມເປັນຫ່ວງ ເມື່ອເຫັນວ່າ: ການປະຕິບັດແຈ້ງການເລກທີ 580/ຫສນຍ ມີບາງຢ່າງຍັງເຮັດບໍ່ທັນໄດ້ດີ ເປັນຕົ້ນ ການປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດຢູ່ໂຮງຮຽນ, ສະຖານີຂົນສົ່ງໂດຍສານ, ຮ້ານຄ້າຂາຍຍ່ອຍ ແລະ ຍັງມີການຊຸມແຊວ ແລະ ກິນດື່ມສິ່ງມຶນເມົາເປັນກຸ່ມຄົນ, ເຊິ່ງຈະມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະ ຊວງສາທາລະນະສຸກ ກ່າວໃນໂອກາດຖະແຫລງຂ່າວໃນວັນທີ 24 ພຶດສະພາ 2020 ນີ້ ໂດຍໄດ້ຮຽກ ຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ທຳຄວາມເຂົ້າໃຈ ແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ, ພ້ອມທັງຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດຈົນກວ່າຈະມີແຈ້ງການປ່ຽນແປງ ຫລັງວັນທີ 1 ມິຖຸນາ 2020.

ສຳລັບການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກ-ລັດຖະບານ ທີ່ເປັນຫ່ວງເປັນ ໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ ຊຶ່ງເປັນໂອກາດໃຫ້ພາກທຸລະກິດ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ກັບຄືນມາດຳເນີດກິດຈະການ ຫລື ດຳເນີນຊີວິດເປັນປົກກະຕິເທື່ອລະກ້າວ. ເຖິງແນວໃດກໍຕາມ, ກໍເປັນໂອກາດທີ່ຈະມີຄວາມສ່ຽງ ທີ່ຈະເກີດການລະບາດຮອບໃໝ່ ຖ້າຫາກວ່າພວກເຮົາບໍ່ປະຕິບັດວິທີການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໂດຍສະເພາະການປະຕິບັດຫລັກການອະນາໄມ, ການທໍາຄວາມສະອາດຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການ, ການແທກອຸນຫະພູມຮ່າງກາຍ, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ໃຊ້ເຈວລ້າງມື ແລະ ການປະຕິບັດໄລຍະຫ່າງທາງສັງຄົມ.

ສະນັ້ນ, ຈຶ່ງໄດ້ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງພ້ອມກັນເປັນຈິດໜຶ່ງໃຈດຽວກັນ ໃນການເອົາຊະນະພະຍາດໂຄວິດ-19 ທີ່ຍັງເປັນໄພຂົ່ມຕູ່ຕໍ່ຊີວິດຂອງມະນຸດເຮົາ.
ໃນອາທິດນີ້, ຄະນະສະເພາະກິດ ກໍຈະໄດ້ປະເມີນສະຖານະການຄືນໃໝ່ ເພື່ອສະເໜີລັດຖະບານພິຈາລະນາ ຜ່ອນຜັນບາງມາດຕະການເພີ່ມຕື່ມອີກ


ຂ່າວ: ສິງຄຳ ຂປລ