ຂ່າວຕ່າງປະເທດ
ເຈົ້າຫນ້າທີ່ໄທຈັບ ຊາຍໄທ-ຍິງລາວ ອ້າງວ່າຂ້າມມາເພື່ອຈະມາສັນຍະກຳດັງ

ວັນນີ້ (9 ທັນວາ 20) ເຈົ້າຫນ້າທີ່ໄທ ຈັບກຸມຊາຍໄທ ແລະ ຍິງຊາວລາວ
ໂດຍເມື່ອເວລາ 05:30 ນາທີ ຂອງວັນທີ09/12/2020ເຈົ້າໜ້າທີ່ໄດ້ສົນທິກຳລັງກັນອອກກວດກາພື້ນທີ່ແນວຊາຍແດນໃນເຂດ ຕຳບົນໂພນສາ ອຳເພີທ່າບໍ່ ຈັງຫວັດໜອງຄາຍ ໄດ້ກວດພົບເຮືອຫາງຍາວ 1 ລຳ ແລ່ນຂ້າມຈາກຝັ່ງ ສປປ.ລາວ

ມາຈອດທຽບທ່າທີ່ຝັ່ງໄທ ຈາກນັ້ນມີຜູ້ໂດຍສານ ຊາຍ 1 ຄົນ ຍິງ 1 ຄົນ ຍ່າງຂື້ນຈາກທ່າເຮືອ ເຈົ້າໜ້າທີ່ຈຶ່ງສະແດງຕົວ ຂໍເຂົ້າກວດສອບ ພົບວ່າຝ່າຍຍິງ ອາຍຸ 27 ປີ ເປັນພົນລະເມືອງ ແຂວງຫົວພັນ ສປປ.ລາວ ໃຫ້ການວ່າຕົວເອງເດີນທາງເຂົ້າໄທເພື່ອຈະໄປເຮັດ “ສັນຍະກຳດັງ” ທີ່ຄລີນິກແຫ່ງໜຶ່ງ
ທີ່ຈັງຫວັດອຸດອນທານີ ໂດຍໄດ້ວ່າຈ້າງເຮືອຈາກ ຕຳບົນໂພນສາ ຂອງໄທໃຫ້ໄປຮັບເອົາຢູ່ທີ່ຝັ່ງ ສປປ.ລາວ
ສ່ວນຝ່າຍຊາຍເປັນຄົນໄທ ຊື່ທ້າວວິລຸດ ວິຊິດນະຣົງ(นายวิลุด วิชิตณรงค์ ) ອາຍຸ 46 ປີໃຫ້ການອ້າງວ່າຕົນເອງມາຫາປາ ແລະ ໄດ້ຂ້າມໄປທ່ຽວຝັ່ງລາວ ເມື່ອເຫັນເຮືອຈະກັບຝັ່ງໄທ ຈຶ່ງອາສານັ່ງໄປນຳ ຈົນໄດ້ມາຖືກເຈົ້າໜ້າທີ່ຈັບໄດ້
ເບື້ອງຕົ້ນເຈົ້າໜ້າທີ່ ຕັ້ງຂໍ້ຫາຝ່າຍຍິງຊາວລາວໃນຂໍ້ຫາເປັນບຸກຄົນຕ່າງດ້າວ ຫຼົບໜີເຂົ້າມາປະເທດໂດຍບໍ່ໄດ້ຮັບອະນຸຍາດ.
ສ່ວນທ້າວວິລຸດ ວິຊິດນະຣົງ ໄດ້ແຈ້ງຂໍ້ຫາ ເຂົ້າ-ອອກປະເທດໂດຍບໍ່ໄດ້ຮັບອະນຸຍາດ
ທັງນີ້ເຈົ້າຫນ້າທີ່ ຍັງບໍ່ໄດ້ເຊື່ອຄຳໃຫ້ການຂອງທັງ 2 ຄົນ ໂດຍສະເພາະແມ່ນ ທ້າວວິລຸດ ວິຊິດນະຣົງ ຊາວໄທ ເຈົ້າໜ້າທີ່ຄາດວ່າ ຫນ້າຈະເປັນຂະບວນການລັກພາຄົນເຂົ້າປະເທດໂດຍຜິດກົດໝາຍ ແລະ ຈະຕິດຕາມຄົນຂັບເຮືອ ຊຶ່ງຮູ້ແລ້ວວ່າເປັນຄົນພົນລະເມືອງ ຕຳບົນໂພນສາ ອຳເພີທ່າບໍ່ ຈັງຫວັດໜອງຄາຍ ເພື່ອຈະນຳຕົວມາດຳເນີນຕາມກົດຫມາຍ
ສ່ວນຜູ້ຕ້ອງຫາທັງ 2 ຄົນ ນອກຈາກຂໍ້ຫາປົກກະຕິແລ້ວຍັງຈະຖືກແຈ້ງຂໍ້ຫາໃນຂໍ້ກົດໝາຍອື່ນໆທີ່ກ່ຽວຂ້ອງເພື່ອເພີ່ມຂໍ້ຫາໃນຊ່ວງສະຖານະການແຜ່ລະບາດ ຂອງໂຄວິດ-19 ຕື່ມອີກດ້ວຍ.
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ