ຫວຽດນາມຍັັງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1 ກໍລະນີ

ຫວຽດນາມຍັັງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 1 ກໍລະນີ ໃນຕອນເຊົ້າຂອງວັນທີ 24 ພຶດສະພານີ້ ເຮັດໃຫ້ມີຈໍານວນຜູ້ຕິດເຊື້ອພະຍາດທັງໝົດເພີ່ມຂຶ້ນເປັນ 325 ກໍລະນີ.


ຜູ້ຕິດເຊື້ອພະຍາດ 1 ກໍລະນີໃໝ່ນີ້ ແມ່ນເພດຊາຍຄົນຫວຽດນາມ ອາຍຸ 34 ປີ ທີ່ໄດ້ເດີນທາງກັບຈາກປະເທດລັດເຊຍ ມາຮອດຫວຽດນາມ ໃນວັນທີ 13 ພຶດສະພາ ຜ່ານມານີ້ ດ້ວຍຖ້ຽວບີນ VN0062. ພາຍຫັລງທີ່ລາວມາຮອດຫຽດນາມ ລາວໄດ້ເຂົ້າຢູ່ສູນຈໍາກັດບລິເວນ.
ໜ່ວຍງານທີ່ກ່ຽວຂ້ອງຂອງຫວຽດນາມຍັງໄດ້ລາຍງານວ່າ: ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 32 ກໍລະນີ ທີ່ໄດ້ເດີນທາງກັບຖ້ຽວບີນດັ່ງກ່າວ ໃນນັ້ນ ສອງຄົນແມ່ນສາວເສີບຢູ່ເທິງຍົນ (ສາວໂອແຕດສ).
ມາຮອດປັດຈຸບັນ ມີຜູ້ຕິດເຊື້ອພະຍາດຈໍານວນ 267 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ຍັງມີພຽງ 58 ຄົນ ຍັງສຶບຕໍ່ປິ່ນປົວຢູ່ໂຮງໝໍຕ່າງໆຂອງຫວຽດນາມ.
ແຫລ່ງຂ່າວ: VNA ແລະ ຂປລ