ເຫດລົດຈັກຕໍາລົດບັນທຸກ 10ລໍ້

ວັນທີ08/12/2020 ເວລາ 20:15 ນາທີ
ໜ່ວຍກູ້ໄພຊ່ວຍເຫຼືອແລະບັນເທົາທຸກໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ02054000089 ວ່າມີເຫດຈັກ+ລົດໃຫຍ່

+ຈຸດເກີດເຫດແມ່ນ:ແຖວປໍ້ານໍ້າມັນສາລາຄຳ ເມືອງຫາດຊາຍຟອງ,ແຂວງນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບເຫັນຜູ້ບາດເຈັບ1 ຄົນ:

-ເປັນເພດຊາຍ ອາຍຸ 46ປີ ອາຊີບ ປະຊາຊົນ,ບ້ານທ່ານາແລ້ງ,ເມືອງ ຫາດຊາຍຟອງ, ແຂວງ ນະຄອນຫລວງວຽງຈັນ.

ອາການເບຶ້ອງຕົ້ນແມ່ນ: ບາດເປີດໃຫຍ່ແຖວປາກ, ມືເບຶ້ອງຂວາຫັກ,ບາດເປີດໃຫຍ່ຢູ່ຂາຂວາ (ອາການສາຫັດ)

ດັ່ງນັ້ນໜ່ວຍກູ້ໄພສະມາຄົມຊ່ວຍເຫຼືອແລະບັນເທົາທຸກ ຈຶ່ງໄດ້ປະຖົມພະຍາບານຂັ້ນເບຶ້ອງຕົ້ນແລ້ວນຳສົ່ງໂຮງຫມໍເສດຖາທິຣາດຢ່າງປອດໄພ

#ຈຸດສ້າງເຫວີຍ

ບາດເຈັບສຸກເສີນໂທແຈ້ງທີ່ເບີ02054000089ຕະຫຼອດ24ຊົ່ວໂມງ