ກົມອຸຕຸເຕືອນ ວັນທີ່ 25 ຫາ 31 ພຶດສະພານີ້ອາກາດຈະຮ້ອນເອົ້າ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 25 ຫາ 31 ພຶດສະພາ 2020 ວ່າ: ອາກາດສືບຕໍ່ຮ້ອນເອົ້າຂຶ້ນຕື່ມ ພາກກາງ, ພາກໃຕ້ ອຸນຫະພູມສູງສຸດ 40 ອົງສາ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສຳລັບນະຄອນຫຼວງວຽງຈັນ ໃນໄລຍະວັນທີ 25 ຫາ 31 ພຶດສະພາ ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍ ຫາ ຕອນກາງຄືນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 38-40 ອົງສາ.