ທ່ຽວຊົມດອກຊາກຸຣະບານທີ່ເມືອງວຽງໄຊ ແຂວງຫົວພັນ

ສວນຊາກຸຣະມິດຕະພາບລາວ-ຍີ່ປຸ່ນ ທີ່ເມືອງວຽງໄຊ ແຂວງຫົວພັນກໍາລັງກາຍເປັນແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນປະເທດ ຍ້ອນວ່າຕົ້ນດອກສະກຸຣະທີ່ປູກຢູ່ສວນດັ່ງກ່າວເລີ່ມອອກດອກແລ້ວໂດຍໄດ້ມີນັກທ່ອງທ່ຽວລາວ ແລະ ຕ່າງປະເທດຈໍານວນຫຼາຍໄດ້ແວ່ທ່ຽວຊົມ ໂດຍສະເພາະແວ່ຖ່າຍຮູບເພື່ອເປັນທີ່ລະນຶກ.

ສວນຊາກຸຣະແຫ່ງນີ້ໄດ້ເປີດເປັນແຫຼ່ງທ່ອງທ່ຽວ ແລະ ມີການປູກຊາກຸຣະ ໃນເດືອນ ກຸມພາ 2015 ທີ່ຜ່ານມາ ຊຶ່ງລັດຖະບານຍີ່ປຸ່ນມອບເປັນຂອງຂວັນໃຫ້ແກ່ ສປປ ລາວ ເນື່ອງໃນວັນສະເຫຼີມສະຫຼອງການທູດລະຫວ່າງລາວ ແລະ ຍີ່ປຸ່ນ ຊຶ່ງມີຫຼາຍກວ່າ 100 ຕົ້ນ. ດອກຊາກຸຣະຖືວ່າເປັນດອກໄມ້ປະຈໍາຊາດຂອງປະເທດຍີ່ບຸ່ນ ເປັນຕົ້ນໄມ້ທີ່ມັກຄວາມໜາວເຢັນ.

.

.

ຂ່າວ: ວຽງຈັນທາຍ