ລາຍລະອຽດຕາມນີ້! ໄຟຟ້າລາວ ເຜີຍສາເຫດເບື້ອງຕົ້ນໄຟດັບໃນຄືນຜ່ານມາ

ໃນຄ່ຳຄືນຂອງວັນທີ 24 ພຶດສະພາ 2020​ ຜ່ານມາ​ ໄດ້ເກີດເຫດໄຟຟ້າດັບຢູ່ຫຼາຍເຂດໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງຈໍານວນໜຶ່ງ ຢ່າງກະທັນຫັນ ໂດຍບໍ່ຮູ້ເຫດຜົນ, ເຮັດໃຫ້ສັງຄົມ ຈົມຢູ່ໃນຄວາມມືດ ແລະ ຄວາມຮ້ອນອົບເອົ້າປະມານ 30 ນາທີ.

ໃນຕອນເຊົ້າວັນທີ 25 ພຶດສະພາ ຕາມການສຳພາດ ທ່ານ ຈັນສົມ ພິລາລົມ ຮອງຝ່າຍປະຕິບັດການໄຟຟ້ານະຄອນຫລວງວຽງຈັນ ຕໍ່ກັບໜັງສືພິມລາວພັດທະນາ ໃຫ້ຮູ້ວ່າ: ສາເຫດເບື້ອງຕົ້ນໄຟຟ້າດັບມອດໃນຄໍ່າຄືນຜ່ານມານີ້ ເນື່ອງມາຈາກລະບົບໄຟຟ້າຈາກເຂື່ອນນ້ຳງື່ມ ແລະ ສາຍສົ່ງໄຟຟ້າຈາກປະເທດໄທ ຂັດຂ້ອງ ຈຶ່ງເຮັດໃຫ້ໄຟຟ້າດັບມອດເປັນວົງກ້ວາງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງຈຳນວນໜຶ່ງເຊັ່ນ: ແຂວງ ວຽງຈັນ, ຫລວງພະບາງ, ໄຊສົມບູນ ແລະ ແຂວງ ອື່ນໆ ກໍໄດ້ຮັບຜົນກະທົບໄປຕາມໆກັນ.

ພວກເຮົາໄດ້ໃຊ້ເວລາກູ້ຄືນລະບົບເກືອບ 1 ຊົ່ວໂມງ ຈຶ່ງສາມາດ ກະຈາຍໄຟຟ້າໃຫ້ສັງຄົມໄດ້ປົກກະຕິ, ສ່ວນສາເຫດບໍລິສັດໄຟຟ້າລາວ ກຳລັງສືບສວນ-ສອບສວນ

ທີ່ມາ: ໜັງສືພິມລາວພັດທະນາ