ສອງສ່ຽວ ຮ່ວມຫົວກັນລັກລົດໃຫຍ່ ນາຍຈ້າງ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ສອງສ່ຽວ ຮ່ວມຫົວກັນລັກລົດໃຫຍ່ ນາຍຈ້າງ

Published

on

ທ້າວ ເຕ້ ແລະ ທ້າວ ຕົ້ນ ເຂົ້າເຮັດວຽກເປັນຄົນຂັບລົດ ສົ່ງເຄື່ອງໄຟຟ້າໃຫ້ຄົນຈີນ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງ ຈັນ ແລະ ໄດ້ຮ່ວມຫົວກັນວາງແຜນລັກເອົາລົດກະບະ Dae Han ຂອງນາຍຈ້າງ ໄປຂາຍໄດ້ເງິນ 30 ລ້ານກີບ,ແຕ່ບໍ່ລອດ ຖືກເຈົ້າໜ້າທີ່ປກສ ເມືອງ ສີໂຄດຕະບອງ ຕິດຕາມຈັບຕົວໄດ້ ພ້ອມຜູ້ຮັບຊື້ລົດຄັນດັ່ງກ່າວ ໄປດຳເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເປີດເຜີຍໃຫ້ຮູ້ວ່າ:ໃນວັນທີ 18 ກໍລະກົດ 2020 ໄດ້ຮັບແຈ້ງ ຄວາມຈາກຜູ້ເສຍເຫຍ ວ່າ: ໄດ້ມີຄົນມາລົດກະບະ ຍີ່ຫໍ້ Dae Han ເລກທະບຽນ ກຍ 0372 ກໍາແພງນະຄອນ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະ ບອງ ນະຄອນຫຼວງວຽງຈັນ.ຈາກນັ້ນ,ເຈົ້າໜ້າທີ່ ວິຊາສະເພາະ ຈຶ່ງໄດ້ລົງກວດກາສະຖານ ທີ່ເກີດເຫດ ຢູ່ບໍລິສັດຂາຍເຄື່ອງສົ່ງໄຟຟ້າ ຂອງຄົນຈີນ ເຊິ່ງລົດກະບະຄັນດັ່ງກ່າວ ໄດ້ຈອດປະໄວ້ພາຍໃນບໍລິສັດ, ຜ່ານການກວດກາເບີ່ງກ້ອງວົງຈອນປິດ ກໍຮູ້ຕົວຜູ້ກໍ່ເຫດລັກ.ມາຮອດວັນທີ 25 ພະຈິກ ຜ່ານ ມາ, ກໍສາມາດຕິດ ຕາມຈັບທ້າວ ເຕ້ ອາຍຸ 26 ປີ ຢູ່ບ້ານດ່ານຄຳ ເມືອງສີໂຄດຕະບອງ ນວ,ເຊິ່ງເປັນກຳມະກອນຢູ່ບໍລິສັດດັ່ງກ່າວ ໄດ້ພ້ອມຜູ້ຮັບຊື້ລົດກະບະ ຊື່ ນາງ ແອ ອາຍຸ 43 ປີ ອາຊີບຄ້າຂາຍ ຢູ່ບ້ານວຽງຄໍາ ເມືອງສີໂຄດຕະບອງ ພ້ອມທັງເກັບກູ້ລົດຄືນມາໄດ້ ແລະ ສາມາດຕິດຕາມຈັບຜູ້ຖືກຊັດທອດ ທີ່ຮ່ວມກັນລັກລົດໄດ້ ໃນວັນທີ 26 ພະຈິກ 2020 ຊື່ ທ້າວ ຕົ້ນ ອາຍຸ 24 ປີ ພັກເຊົາຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນວ.

ຜ່ານການສອບສວນ ທ້າວ ເຕ້ ແລະ ທ້າວ ຕົ້ນ ຮັບສາລະພາບວ່າ: ພວກກ່ຽວ ໄດ້ຮ່ວມກັນວາງແຜນລັກເອົາລົດຄັນດັ່ງກ່າວ. ເພາະໄລຍະຜ່ານມາ ພວກກ່ຽວໄດ້ເຮັດວຽກເປັນຄົນຂັບລົດ ຢູ່ບໍລິສັດດັ່ງກ່າວ ຈຶ່ງໄດ້ສວຍໂອກາດເອົາກະແຈລົດໄປຊ່ຽນເອົາໄວ້, ມາຮອດວັນທີ 13 ກໍລະກົດ 2020 ກໍໄດ້ລັກເອົາລົດກະບະ Dae Han ເລກທະບຽນ ກຍ 0372 ກໍາແພງນະຄອນ ແລ້ວນຳເອົາໄປຂາຍໃຫ້ນາງແອ ໃນລາຄາ 30 ລ້ານກີບ.

ປັດຈຸບັນຄະດີດັ່ງກ່າວ.ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ພວມສອບສວນຢ່າງລະອຽດ ເພື່ອສະຫຼຸບສຳນວນຄະດີ ສົ່ງໄອຍະການ ສັ່ງຟ້ອງສານ ຕັດສິນຕາມກົດໝາຍ.

ພາບ-ຂ່າວ: ປກສ ນວ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້