ຊ່ວຍເຫຼືອ
ອ່ານແລ້ວນໍ້າຕາຊືມ..!!ຊົມເຊີຍນ້ຳໃຈສາວ M’Mimee ທີ່ຊ່ວຍເຫຼືອພໍ່ຕູ້

ໃຜບໍ່ເຂີຊີວິດນີ້ຄົງຊິບໍ່ຮູ້ ໃຊ້ເວລາອ່ານເລື່ອງຈິງນີ້ໃຫ້ຈົບ ເພື່ອໃຫ້ກຳລັງໃຈແກ່ຄົນຍາກຄົນຈົນ. ຊົມເຊີຍນ້ຳໃຈສາວ M’Mimee ເຊີ່ງນາງໄດ້ໂພສເລື່ອງຫນ້າຊື່ມ! ຕອນ 9:30 ຂອງມື້ນີ້ຂ້ອຍໄປຖ້າຮັບຫລານຢູ່ຫນ້າ ຮຮສິນໄຊລະຫວ່າງຖ້າຢູ່ນັ້ນມີພໍ່ຕູ້ໜຶ່ງຍ່າງມາຖາມທາງ

ພໍ່ຕູ້: ລູກ..ຕະຫລາດເຊົ້າຍັງໄກບໍ່
ຂ້ອຍ: ບໍ່ໃກ້ບໍ່ໄກລັດລົດເມຂຽວຫລືລົດສອງແຖວນ້ອຍໄປກະໄດ້
ພໍ່ຕູ້: (ຕອບຢ່າງໄວ)ພໍ່ບໍ່ມີເງິນ
ຂ້ອຍ: ສະຕັ້ນ ຖາມຕໍ່ລະພໍ່ຊິໄປໃສ
ພໍ່ຕູ້: ຊິໄປຫາລູກສາວຢູ່ສີໄຄ #ພໍ່ມາແຕ່ປາກຊັນຮອດຄິວສາຍໃຕ້ລະເງິນເບິດພໍ່ເລີຍຊິຍ່າງໄປຕະຫລາດເຊົ້າ ໄປຂໍຕໍ່ລົດນຳເຂົາລະໄປເອົາເງິນນຳລູກສາວຈ່າຍ
ຂ້ອຍ: ລະພໍ່ຄືບໍ່ໂທຫາຂະເຈົ້າ ບໍ່ມີເບີເຂົາຫວາ
ພໍ່ຕູ້: ພໍ່ບໍ່ມີໂທລະສັບແຕ່ຮູ້ເຮືອນເຂົາຢູ່

ຂ້ອຍ: ຜູ້ບໍ່ຖືເງິນຕິດໂຕໄປຈັກກກີບ ແຕ່ຖືໂທລະສັບໄປນຳ ພໍດີແຖວນັ້ນມີຕູ້ເອທີເອັມເລີຍບອກລາວຖ້າບຶດ1ແລ້ວໄປກົດເງິນໃນບັນຊີໃຫ້ 50.000₭ (ເພາະໃນບັນຊີກະມີເງິນແສນດຽວ555) ຍື່ນໃຫ້ລາວບອກວ່າອັນນີ້ເຮົາຊ່ວຍຄ່າລົດເດີ້ ເຮົາໄປສົ່ງບໍ່ໄດ້ຄາຫລານ ລາວຍົກມືນົບຂອບໃຈ(ພ້ອມກັບຄຳອວຍພອນ) ຂ້ອຍຟ້າວນົບຮັບບັກໄວໆບອກລາວວ່າບໍ່ເປັນຫຍັງ ຂໍໃຫ້ພໍ່ໂຊກດີເດີ້ ພ້ອມກັບລັດລົດໄປຕະຫລາດເຊົ້າໃຫ້ລາວ
*ໂອ້ຍຍຍ ໃຈຂ້ອຍຕົກໄປຢູ່ພື້ນດິນ ຂ້ອຍອ່ອນໄຫວກັບເລື່ອງແບບນີ້ ອິຕົນແຕ່ບໍ່ຮູ້ຊິເຮັດແນວໃດ ສຸດຄວາມສາມາດກະຊ່ວຍໄດ້ແຕ່ຊ່ຳນັ້ນເດີ້ ຂໍໃຫ້ພໍ່ຕູ້ຮອດບ້ານລູກສາວໂດຍສະຫວັດດີພາບ ດ້ວຍຄວາມຫ່ວງໃຍຈາກເດັກນ້ອຍຕາດຳໆຄົນນີ້

ຊ່ວຍເຫຼືອ
ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ
ເດີນທາງໄກ້ຈະປອດໄພ ໜຸ່ມວິນ
ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

…

….

….

….

ຄລິບ
ຊ່ວຍເຫຼືອ
ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

ຊ່ວຍເຫຼືອ
ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ
ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ