ໄຟໄໝ້ຕະຫຼາດນາກາຍກາງເດິກເສຍຫາຍໜັກ

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນເວລາປະມານ 01:00 ກາງເດິກ ວັນທີ 4 ທັນວາ 2020​ ເກີດເຫດ ໄຟໄໝ້ຕະຫຼາດ ນາກາຍ ເມືອງນາກາຍ ແຂວງຄໍາມ່ວນ.

ອຸບັດຕິເຫດດັ່ງກ່າວໄດ້ສ້າງຄວາມເສຍຫາຍ ໃຫ້ຮ້ານຂາຍເຄື່ອງຈໍານວນຫຼາຍ. ເຊິ່ງສາເຫດ ແລະມູນຄ່າຄວາມເສຍຫາຍ ຂອງເຫດອັກຄີໄພຄັ້ງນີ້, ເຈົ້າໜ້າທີ່ກ່ຽວຂ້ອງແມ່ນກໍາລັງດໍາເນີນການກວດສອບ.

ບັນຫາອັກຄີໄພ ເປັນສິ່ງທີ່ອັນຕະລາຍໃນລະດູແລ້ງ, ເພາະໃນເຊົ້າວັນທີ 3 ທັນວາ 2020 ຜ່ານມາກໍ່ເກີດເຫດ ລະເບີດ ແລະ ໄຟໄໝ້ ລົດ ແລະ ດ່ານແດນສະຫວັນ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ເຮັດໃຫ້ ມີຜູ່ເສຍຊີວິດ ເຖິງ 3 ຄົນ ແລະ ເຈັບສາຫັດ 8 ຄົນ.

ຈິ່ງແຈ້ງເຕືອນໃຫ້ທຸກຄົນ ມີສະຕິລະວັງຕົວ.