ໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ

Published

on

ບັນດາການນຳ, ອະດິດການນຳພັກ-ລັດ, ພະເຖລະນຸເຖລະ, ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຕ່າງໆ ຈຳນວນ 700 ກວ່າຄົນ ໄດ້ມາເຕົ້າໂຮມກັນ ຢູ່ທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ ໃນຕອນເຊົ້າ ວັນທີ 2 ທັນວາ 2020 ເພື່ອສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປຊົນລາວທັງຊາດ ຄົບຮອບ 100 ປີ, ທັງນີ້ ກໍເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລ ຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ  ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເທົ່າທຸກວັນນີ້.

ໃນໂອກາດດຽວກັນນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສຸນທອນພົດ ໂດຍມີເນື້ອໃນ ບາງຕອນສຳຄັນວ່າ: ໃນມື້ນີ້ ເປັນມື້ທີ່ມີ ຄວາມໝາຍຄວາມສຳຄັນຢ່າງຍິ່ງ ພວກເຮົາຮູ້ສຶກອາໄລອາວອນ ແລະ ຄິດຄະນຶງຫາ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ລູກຫລານຜູ້ປະເສີດ ຂອງປະຊາຊົນລາວ, ຜູ້ນຳພາກໍ່ຕັ້ງ, ຖະນຸບຳລຸງ, ກໍ່ສ້າງພັກ ແລະ ນຳພາພາລະກິດຕໍ່ສູ້ກູ້ຊາດ ຜູ້ນຳພາສ້າງຕັ້ງລະບອບໃໝ່ ລະບອບປະ ຊາທິປະໄຕ ປະຊາຊົນ ເຊິ່ງໄດ້ຂຽນໄວ້ໃນ ໜ້າປະຫວັດສາດຍຸກໃໝ່ ຂອງຊາດລາວວິລະຊົນ. ພ້ອມກັນນີ້ ກໍມີຄວາມອາໄລອາວອນ ແລະ ຈົດຈຳລ້ຳລຶກ ເຖິງວິລະກຳອັນລ້ຳເລີດ, ຄຸນງາມຄວາມດີ ແລະ ການເສຍ ສະຫລະອັນໃຫຍ່ຫລວງ ຂອງບັນດາຜູ້ນຳແຕ່ລະຮຸ່ນ. ພະນັກງານນັກຮົບປະຕິວັດ, ຜູ້ຮັກຊາດ ແລະ ປະ ຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸຊັບສິນ ເພື່ອພາລະກິດປະຕິວັດ ຕະຫລອດໄລຍະແຫ່ງ ການປະຕິວັດຊາດ ປະຊາທິປະໄຕ ກໍ່ຄືພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມສົມ ບູນພູນສຸກ ຂອງ ລູກຫລານລາວ.

ກ່ອນໜ້ານີ້ 45 ປີ ພາຍໃຕ້ກະແສຟອງ ການລຸກຮື້ຂຶ້ນ ຂອງປະຊາຊົນລາວ ພາຍໃຕ້ການນໍາພາ ຂອງພັກ ປະຊາຊົນປະຕິວັດລາວ, ອຳນາດການປົກຄອງເກົ່າ ທີ່ເປັນລູກ ສະໝຸນ ຂອງພວກລ່າເມືອງຂຶ້ນ ແລະ ກົງຈັກ ຂອງລະບອບສັກດີນາຂາຍຊາດ ໃນລະດັບທ້ອງຖິ່ນ ຮາກຖານທົ່ວປະເທດ ໄດ້ຖືກທັບມ້າງ, ອຳນາດການປົກຄອງໃໝ່ ຂອງປະຊາຊົນ ໄດ້ຮັບການຈັດຕັ້ງຂຶ້ນ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂອັນສຸກງອມ “ພັນປີມີເທື່ອໜຶ່ງ” ໃຫ້ແກ່ການຍຶດອຳນາດ ການປົກຄອງຢ່າງສົມບູນ ມາສູ່ກຳມື ຂອງປະຊາຊົນ ຜູ້ອອກແຮງງານ. ຈາກນັ້ນ, ພາຍໃຕ້ການນຳພາໂດຍກົງ ຂອງສູນກາງພັກ ເຊິ່ງມີປະທານໄກສອນ ພົມວິ ຫານ ເປັນຫົວໜ້າ, ກອງປະຊຸມໃຫຍ່ຜູ້ແທນ ປະຊາຊົນ ທົ່ວປະເທດ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເພື່ອປະກາດລົບລ້າງ ອຳນາດການປົກຄອງເກົ່າ, ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າອັນແທ້ຈິງ ຂອງປະຊາຊົນລາວບັນດາເຜົ່າ ຕິດພັນກັບເສັ້ນທາງກ້າວຂຶ້ນ ສູ່ຈຸດໝາຍ ສັງຄົມນິຍົມ.

ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວ ໄດ້ຢືນຢັນຕະຫລອດວ່າ: “ ວັນທີ 2 ທັນວາ ເປັນວັນໄຊຊະນະປະຫວັດການ ທີ່ມີຄວາມໝາຍ ຍຸກສະໄໝ ອັນເລິກເຊິ່ງ, ເປັນໝາກຜົນລວມຍອດ ແຫ່ງການຕໍ່ສູ້ປະຕິວັດ ທີ່ເຕັມໄປດ້ວຍ ຄວາມເສຍສະຫລະ, ຄວາມທຸກຍາກລຳບາກ ຕະຫລອດຫລາຍສິບປີ ຂອງປະຊາຊົນເຮົາ ພາຍໃຕ້ການນຳພາຂອງ ພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ພັກປະຊາຊົນ ປະຕິວັດລາວ ໃນປະຈຸບັນ”. ພວກເຮົາເອກອ້າງ ແລະ ພາກພູມໃຈ ທີ່ເຫັນວ່າການພັດທະນາ ພື້ນຖານວັດຖຸ-ເຕັກນິກ ໄດ້ບັນລຸໝາກຜົນ ທີ່ສຳຄັນອັນໃຫຍ່ຫລວງ ເປັນຕົ້ນ ດ້ານພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມ ທີ່ສ້າງຄວາມອາດສາມາດ ຕົວຈິງ ໃຫ້ປະເທດເຮົາ ເຊື່ອມຈອດກັບ ບັນດາປະເທດໃກ້ຄຽງ ແລະ ເຊື່ອມໂຍງເສດຖະກິດ ເຂົ້າກັບພາກພື້ນ ແລະ ສາກົນ, ເຊິ່ງສາມາດປົດປ່ອຍປະເທດເຮົາ ທີ່ເປັນປະເທດບໍ່ມີ ຊາຍແດນຕິດຈອດ ກັບທະເລ ກາຍເປັນປະເທດ ເຊື່ອມຈອດ-ເຊື່ອມໂຍງ ກັບປະເທດເພື່ອນບ້ານ ແລະ ສາກົນ, ອັນພົ້ນເດັ່ນແມ່ນ ການເຊື່ອມຈອດ ເສັ້ນທາງລົດ ແລະ ທາງລົດໄຟ ລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ຕາມເລວທາງເສດຖະກິດ ເໜືອ-ໃຕ້, ຕາເວັນອອກ-ຕາເວັນຕົກ ເຊິ່ງຖືເປັນທ່າແຮງ ໃນການບໍລິການທາງຜ່ານ ຢູ່ປະເທດເຮົາ. ພ້ອມນີ້, ພື້ນຖານ ອຸດສາຫະກຳ ຂະແໜງພະລັງງານ, ບໍ່ແຮ່, ກະສິກຳ-ປ່າໄມ້, ວິທະຍາສາດ-ເຕັກນິກ-ເຕັກໂນໂລຊີ ຮັບໃຊ້ການຜະລິດ-ການບໍລິການ ແລະ ບໍລິຫານຄຸ້ມຄອງລັດ ຕາມທິດຫັນ ເປັນທັນສະໄໝ ກໍມີໜໍ່ແໜງ ແລະ ໄດ້ຮັບການພັດທະນາ ພົ້ນເດັ່ນຂຶ້ນ.

ສະຫາຍ ບຸນຍັງ ວໍລະຈິດ  ໄດ້ກ່າວຕື່ມວ່າ: ເພື່ອສືບຕໍ່ເສີມຂະຫຍາຍ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ພວກເຮົາຈົ່ງພ້ອມກັນຍຶດໝັ້ນ ແນວທາງການ ປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫລັກການຂອງພັກ ຢ່າງເດັດດ່ຽວໜຽວແໜ້ນ; ຍຶດໝັ້ນຖືເອົາການພັດທະນາ ເສດຖະກິດເປັນ ໃຈກາງ ໂດຍ ຕິດພັນກັບການ ພັດທະນາສັງຄົມ, ການອະນຸລັກຮັກສາ ວັດທະນະທຳອັນດີງາມ ຂອງຊາດ ແລະ ການປົກປັກ ຮັກສາສິ່ງແວດລ້ອມ ຕາມທິດຍືນຍົງ; ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຮອບດ້ານຢ່າງແຂງແຮງ ຕໍ່ເນື່ອງຕາມ 4 ເນື້ອໃນ 4 ຄາດໝາຍເປັນມາດຕະຖານ ຍຸດທະສາດຍາວນານ ແນໃສ່ປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ ໜັກແໜ້ນເຂັ້ມແຂງ, ສຸມໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາ ຊົນ; ພ້ອມກັນນີ້, ພ້ອມກັນເພີ່ມທະວີ ຄວາມສາມັກຄີ ເປັນປຶກແຜນແໜ້ນໜາ ຂອງທົ່ວປວງຊົນລາວບັນດາເຜົ່າ ພາຍໃຕ້ການ ນຳພາຂອງພັກ; ເພີ່ມທະວີຄວາມສາມາດນຳພາ ແລະ ກຳລັງແຮງຂອງພັກແຕ່ລະຂັ້ນ; ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ ໄປຄຽງຄູ່ກັບການຍົກສູງ ຄວາມເປັນ ແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ເດັດດ່ຽວແກ້ໄຂ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ໃນການ ຈັດຕັ້ງຂອງພັກ-ລັດ ກໍຄືຖັນແຖວສະມາຊິກ ພັກ-ພະນັກງານ ຢ່າງທັນການ; ແລະ ຢຶດໝັ້ນແນວ ທາງການຕ່າງປະເທດ ສັນຕິພາບ, ເອກະລາດ,  ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີ ຕົ້ນສະເໝີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວພັນຮ່ວມມື ກັບບັນດາປະເທດໃກ້ຄຽງ ກໍຄືບັນດາ ປະເທດປະຊາຄົມອາຊຽນ, ປະເທດເພື່ອນມິດໃນໂລກ ແລະ ອົງການ ຈັດຕັ້ງສາກົນ ພິເສດແມ່ນເສີມ ຂະຫຍາຍສາຍພົວພັນ ອັນເປັນມູນເຊື້ອ, ຄວາມສາມັກຄີຖານ ສະຫາຍຮ່ວມອຸດົມ ການສັງຄົມນິຍົມ ກັບບັນດາ ປະເທດເພື່ອນມິດຍຸດທະສາດ.

ຂ່າວ: ມະນີທອນ, ພາບ: ເກດສະໜາ ຂປລ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້