ໜຸ່ມໃຈສູ້! ພິກຊີວິດຈາກເງິນ 3 ແສນກີບສູ່ເຈົ້າຂອງຟາມປູນາ ມີລາຍໄດ້ 300 ລ້ານກີບ/ເດືອນ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ໜຸ່ມໃຈສູ້! ພິກຊີວິດຈາກເງິນ 3 ແສນກີບສູ່ເຈົ້າຂອງຟາມປູນາ ມີລາຍໄດ້ 300 ລ້ານກີບ/ເດືອນ

Published

on

ຫາກໃຜທີ່ກຳລັງຕົກວຽກ ຫຼື ທໍ້ແທ້ກັບຊີວິດ ຢ່າຟ້າວກັງວົນໃຈ ເພາະຕ້ອງເຂົ້າໃຈວ່າສັງຄົມປ່ຽນແປງ ການດຳລົງຊີວິດກໍ່ປ່ຽນແປງໄປເຊັ່ນ. ສະນັ້ນ, ວັນນີ້ ແອັດມິນ ຈະນໍາເອົາບົດຮຽນເລື່ອງລາວດີໆ ຂອງໝຸ່ມສູ້ຊີວິດຈາກປະເທດເພື່ອບ້ານ ມາຝາກທ່ານອ່ານ ເພື່ອເປັນອີກໜຶ່ງກຳລັງທີ່ດີ ໃນການດຳເນີນຊີວິດ ຫາກປະສົບກັບຄວາມລຳບາກ ແລະ ທໍ້ແທ້ກັບສິ່ງຕ່າງໆ.

ເລື່ອງລາວຂອງໜຸ່ມສູ້ຊີວິດ ທ່ານນີ້ ໄດ້ຖືກເຜີຍແຜ່ລົງເວັບໄຊ້ດັງໜຶ່ງ ເຊິ່ງເຂົາປະສົບຄວາມສຳເລັດໃນຊີວິດ ດ້ວຍເງິນກ້ອນສຸດທ້າຍຂອງຊີວິດພຽງ 1.000 ບາດ ຫຼື ປະມານ 3 ແສນກີບ. ລາອອກຈາກວຽກ ແລະ ຫັນມາເຮັດສາລະພັດອາຊີບ ແລະ ເຮັດການກະສິກຳ ພ້ອມທັງຄອຍເບິ່ງແຍງພໍ່ແມ່ທີ່ປ່ວຍ. ສຸດທ້າຍກໍ່ປະສົບຜົນສຳເລັດ ສາມາດເປັນເຈົ້າຂອງຟາມລ້ຽງປູນາ ໂກຍເງິນຫຼັກລ້ານບາດ ຫຼື ປະມານ 300 ລ້ານກີບ ໄດ້ສຳເລັດໃນທີ່ສຸດ.

ໜຸ່ມຄົນນີ້ ມີຊື່ວ່າ ຕູມຕາມ ຫຼື ປານສິຣິ ປາດກຸນ ເປັນລູກຊາຍຄົນດຽວ ຈົບປະລິນຍາຕີ ຄະນະລັດປະສາສົນສາດ ຫຼັງຈາກຮຽນຈົບ ເຂົ້າເຮັດວຽກເປັນຝ່າຍບັນຊີ ໃນບໍລິສັດແຫ່ງໜຶ່ງ. ຈາກນັ້ນ, ກໍ່ຍ້າຍມາເຮັດວຽກຢູ່ໂຮງງານອາໄຫຼ່ໂທລະສັບມືຖື ຈັງຫວັດ ປະທຸມທານີ ເຊິ່ງເຮັດວຽກປະຈຳໄດ້ພຽງ 5 ເດືອນ ກໍ່ຕ້ອງລາອອກ ເພາະກັບມາເບິ່ງແຍງທີ່ພໍ່ທີ່ເກີດອຸບັດຕິເຫດຂາຫັກຍ່າງບໍ່ໄດ້.

ຕູມຕາມ ເລົ່າວ່າ: ລາຍໄດ້ຈາກການເຮັດວຽກປະຈຳປະມານ 20.000 ບາດ ຫຼື ປະມານ 6 ລ້ານກີບ/ເດືອນ. ຫຼັງຈາກຮູ້ກໍ່ລາອອກຈາກວຽກມາເບິ່ງແຍງພໍ່ໃນໄວ 60 ປີ. ຈາກນັ້ນ, ແມ່ກໍ່ມາປ່ວຍຕາມ. ຜ່ານໄປໄລຍະໜຶ່ງເງິນເກັບທີ່ມີກໍ່ຄ່ອຍໝົດໄປ ຈຶ່ງຈຳເປັນຕ້ອງກູ້ເງິນທັງໃນ ແລະ ນອກລະບົບ ເພື່ອໃຊ້ຈ່າຍຈຸນເຈືອຄອບຄົວ ເພາະຕ້ອງປິ່ນປົວພໍ່ ໂດຍກິນອາຫານຜ່ານສານທໍ່ຢາງເປັນເວລາ 5 ເດືອນ ໃນເວລານັ້ນໝົດເຮືອນເຫຼືອເງິນພຽງ 1.000 ບາດ ຫຼື ປະມານ 3 ແສນກີບ.

ຕູມຕາມ ເລົ່າວ່າ: ເງິນຈຳນວນ 1.000 ບາດ ນຳໄປລົງທຶນຂາຍໄກ່ຢາງ ແລະ ໝູປິ້ງ ເຊິ່ງຕອນນັ້ນເຮັດໃຫ້ມີຊີວິດດີຂຶ້ນມານ້ອຍໜຶ່ງ ອາຊີບນີ້ກຳລັງໄປໄດ້ດີ ແລະ ພໍມີເງິນມາຈຸນເຈືອຄອບຄົວ ແຕ່ພໍໄປໄດ້ໄລຍະໜຶ່ງກໍ່ມີຄູ່ແຂ່ງຫຼາຍຈຶ່ງເລີກຂາຍ ແລະ ຫັນມາໃຊ້ວິທີພຣີອໍເດີ້ສິນຄ້າຜ່ານ facebook ແລະ ກິນກຳໄລສ່ວນຕ່າງແທນ ໂດຍເຮັດ pre order ສິນຄ້າຈໍາພວກຜັກສົດ, ປາ ໂດຍເອົາກໍາໄລກິໂລລະ 20-30 ບາດ.

ຈາກການຫັນມາເຮັດອາຊີບນີ້ ເຫັນວ່າໄດ້ເງິນດີ ແລະ ມີເງິນໜຸນວຽນໃນຄອບຄົວເດືອນເກືອບໜຶ່ນບາດ. ຫຼັງຈາກນັ້ນ, ຕົນເອງກໍ່ຄິດວ່າຢາກມີຄວາມໝັ້ນຄົງກັບຊີວິດ ຈຶ່ງຄິດຢາກລ້ຽງປູນາ ເພາະຕົນເອງເປັນຄົນມັກກິນປູນາຢູ່ແລ້ວ.

ຈາກນັ້ນ, ກໍ່ນຳເງິນທີ່ເກັບອອມໄວ້ປະມານ 20.000 ບາດ ຫຼື ປະມານ 6 ລ້ານກີບ ມາລົງທຶນລ້ຽງປູນາໃນບໍ່ຊີປູນ ໃນເນື້ອທີ່ 1 ໄລ່ 44 ຕາລາງວາ ໂດຍສັ່ງປູນາຫຼາຍຂະໜາດມາຈາກ ຫຼາຍເຂດປະມານ 4 ໂຕນ ແຕ່ສຸດທ້າຍໄລຍະລ້ຽງທຳອິດ ກໍ່ບໍ່ປະສົບຜົນສຳເລັດ ເພາະປູຕາຍໝົດ ເນື່ອງຈາກລ້ຽງໃນບໍ່ປູນ ນໍ້າມີຄວາມເຢັນ ແລະ ໃຊ້ນໍ້າປະປາ ຈຶ່ງເຮັດໃຫ້ມີກຣໍປະປົນຢູ່ ຈຶ່ງເຮັດໃຫ້ປູນາ ບໍ່ສາມາດປັບສະພາບໄດ້.

ຕູມຕາມ ເລົ່າຕໍ່ວ່າ: ແຕ່ດ້ວຍຄວາມບໍ່ຍອມແພ້ ຈຶ່ງໄດ້ມີການໄປສຶກສາຫາຂໍ້ມູນເພີ່ມ ແລະ ສັ່ງປູນາມາລ້ຽງອີກຄັ້ງ ໂດຍການຊື້ພໍ່ພັນ ແລະ ແມ່ພັນມາລ້ຽງແທນການຊື້ຕົວນ້ອຍ ເພາະປູນາບອບບາງ ແລະ ຕາຍງ່າຍກວ່າພໍ່ພັນແມ່ພັນ. ປັດຈຸບັນລ້ຽງຢູ່ 2 ສາຍພັນຄື: ປູນາທຳມະດາ ທີ່ມີຂະໜາດນ້ອຍ ແລະ ປູນາພັນ ໂຕໃຫຍ່ ແລະ ມີລົດຊາດມັນ.

ຢູ່ເຮືອນມີບໍ່ລ້ຽງປູນາ 70 ບໍ່ຂະໜາດ 2X3 ແມັດ ສາມາດລ້ຽງປູນາໄດ້ເຖິງ 10.000 ໂຕ ສຳລັບອາຫານພໍ່ພັນແມ່ພັນ ແມ່ນຈະໃຫ້ມື້ລະ 2 ຄາບຄື ເຊົ້າມືດ ແລະ ຕອນຄໍ່າ ໂດຍໃຊ້ຫົວອາຫານປາດຸກເມັດນ້ອຍ ແລະ ເສີມດ້ວຍຮຳອ່ອນວາງຕາມພື້ນ ເມື່ອອາຫານຄືກນໍ້າ ແລະ ດິນ ກໍ່ຈະສະຫຼາຍ ວ່ວນປູກໍ່ຈະອອກຫາກິນເອງ. ສ່ວນລູກປູນັ້ນ ຕັ້ງແຕ່ເກີດຈົນເຖິງອາຍຸ 3 ເດືອນ ແມ່ນຕົ້ມໄຂ່ ໂດຍເອົາໄຂ່ແດງໃຫ້ກິນມື້ລະເທື່ອຄືຕອນເຊົ້າ.

ສຳລັບການລ້ຽງປູນາ ແມ່ນເລີ່ມຈາກການເອົາພໍ່ພັນ ແມ່ພັນມາແລ້ວນຳໄປລ້ຽງໃນບໍ່ດິນໜຽວກ່ອນ ຈາກນັ້ນໃສ່ນໍ້າພໍໃຫ້ປຽກພໍປະມານ ເຊິ່ງເປັນການສ້າງຂະບວນການທາງທຳມະຊາດ ແລະ ລ້ຽງຕໍ່ໄປເລື້ອຍໆ ຈົນປູນາອອກຫາກະນເອງໄດ້ ປະມານ 5 ວັນ ຈື່ງຍ້າຍມາໃສ່ບໍ່ປູນ.

ສ່ວນເທັກນິກການປະສົມພັນປູນານັ້ນແມ່ນ 3 ປີຕໍ່ຄັ້ງ ເຊິ່ງປົກກະຕິ ຈະອອກລູກພຽງ 1 ຄັ້ງຕໍ່ປີ ເພື່ອເຮັດໃຫ້ມີປູນາຂາຍໄດ້ຕະຫຼອດປີ ຈຶ່ງມີການບັງຄັບປູນາປະສົມພັນ ແລະ ອອກລູກໄດ້ 2-3 ຄັ້ງຕໍ່ປີ ໂດຍນຳເອົາປູນາ ທີ່ອອກລູກໄປແລ້ວໃນລະດູຝົນ ກໍ່ປ່ອຍໃຫ້ດິນແຫ້ງ ແຕກແຫງ. ຈາກນັ້ນ, ຂຶ່ງປ່ອຍນໍ້າເຂົ້າໄປໃຫ້ເຕັມ ເຮັດໃຫ້ປູເຂົ້າໃຈວ່າເຂົ້າສູ່ລະດູຝົນອີກຄັ້ງໜຶ່ງ ຈະເຮັດປູອອກມາປະສົມພັນກັນເອງ ຕູມຕາມກ່າວ.

ປັດຈຸບັນຂາຍປູນາແບບແປຮູບ ແລະ ຂາຍສົດເຊັ່ນ, ປູດອງ, ນໍ້າພິກເຜົາກະປິປູ ແລະ ຍັງມີການສົ່ງຂາຍຕາມຮ້ານອາຫານ ເຊິ່ງບາງເດືອນສາມາດສ້າງລາຍໄດ້ຫຼັກລ້ານບາດ ຫຼື ປະມານ 300 ລ້ານກີບ/ເດືອນ ເຊິ່ງຂາຍທັງໂຈນ້ອຍ ທີ່ໃຊ້ໃສ່ຕຳ ໂດຍຈະຂາຍກິໂລລະ 80-100 ບາດ. ສ່ວນປູໃຫຍ່ທີ່ອອກຫຼອກຄາບ ເຊິ່ງເອີ້ນວ່າປູນິ້ມ ຈະຂາຍກິໂລລະ 1.200 ບາດ ແລະ ຫ້າມປູຈະຂາຍກິໂລລະ 1.000 ບາດ ສາມາດສົ່ງຂາຍຕາມຮ້ານອາຫານ ລວມໄປເຖິງພໍ່ພັນແມ່ພັນຂາຍຄູ່ລະ 100 ບາດ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້