ສາວນາງແບບໄຮໂຊມັກໂພສອວດລວຍ ຈົນຖືກໂຈນເຂົ້າປຸ້ນເຮືອນເສຍຫາຍ400.000ໂດລ່າ.

ອີກໜຶ່ງເລື່ອງລາວອຸທາຫອນສຳລັບຄົນທີ່ມັກໂພສອວດສິ່ງຂອງຕ່າງໆລົງໂຊຊ່ຽວ ເຫດດັ່ງກ່າວແມ່ນເກີດຂຶ້ນກັບນາງແບບສາວຊາວຮ່ອງກົງຊື່ວ່ານາງ So Mei-yan ຫຼື ນາງຊູ ອາຍຸ 25ປີ ສຳນັກຂ່າວ SCMP ລາຍງານວ່າເມື່ອຊ່ວງຕອນເດິກວຫນທີ່ 24ທີ່ຜ່ານມາ ນາງຊູໄດ້ຖືກໂຈນປຸ້ນເຮືອນ.

ໂດຍຊູ ລູກນ້ອຍໄວ6ເດືອນແລະແມ່ບ້ານຖືກຈັບມັດໄວ້ແລະຖືກລັກເຄື່ອງໄປຢ່າງຫຼວງຫຼາຍທັງແລັບທັອບ ໂມງທີ່ຫຼູຫຼາ ໂທລະສັບມືຖື ກະເປົາແບຼນເນມອີກຫຼາຍໜ່ວຍ ລວມມູນຄ່າທັງໝົດ 400.000ໂດລ່າ

ຊູເລົ່າວ່າຊ່ວງເກີດເຫດນາງກຳລັງນອນຫຼັບຢູ່ນຳລູກ ຈາກນັ້ນກໍ່ໄດ້ຍິນສຽງດັງຄ້າຍຄືຄົນໂວຍວາຍໃນຫ້ອງນັ່ງຫຼິ້ນ ນາງໄດ້ອອກມາຈອບເບິ່ງວ່າເກີດຫຍັງຂຶ້ນກໍ່ພົບວ່າມີຜູ້ຊາຍ3ຄົນ ໃສ່ໜ້າກາກອານາໄມສີດຳ ມີອາວຸດກໍ່ຄືມີດປອກໝາກໄມ້ແລະໄມ້ຄ້ອນ ຫຼັງຈາກທີ່ໂຈນຫຼຽວເຫັນລາວກໍ່ຈັດການມັດນາງກ່ອນທີ່ຈະຄົ້ນຫາເຄື່ອງຂອງມີຄ່າຢູ່ທົ່ວເຮືອນນາງແລະເອົາຂອງທີ່ມີຄ່າທັງໝົດຫຼົບໜີໄປ.

ຊູໂພສຜ່ານໂຊຊ່ຽວວ່າ”ຂ້ອຍໃຫ້ທຸກຢ່າງທີ່ພວກມັນຕ້ອງການແລ້ວແຕ່ມັນຍັງທຳຮ້າຍຂ້ອຍ ແຖມຍັງທຳຮ້າຍລູກຂ້ອຍແດ່ ເປັນຕາເຈັບໃຈທີ່ສຸດເພາະຂ້ອຍບໍ່ເຄີຍທຳຮ້າຍຫຼືຕີລູກເລີຍແມ່ນແຕ່ເທື່ອດຽວ”.

ເຈົ້າໜ້າທີ່ຕຳຫຼວດໄດ້ໄດ້ທຳການກວດສອບແລະສັນນິຖານວ່າ ຊູ ນັ້ນເປັນຄົນມັກໂພສພາບເຄື່ອງຂອງມີຄ່າທີ່ມີລາຄາສູງຫຼືແມ່ນແຕ່ເງິນສົດລົງໂຊຊ່ຽວ ໂດຍນາງແບບຄົນນີ້ເປັນຄົນມີຊື່ສຽງແລະມີຄົນຕິດຕາມຫຼາຍກວ່າ 80.000ຄົນ ຈຶ່ງອາດເປັນເຫດເຮັດໃຫ້ໂຈນຕິດຕາມຂໍ້ມູນແລ້ວທຳການປຸ້ນເທື່ອນີ້.