ໂຮງງານກັ່ນນໍ້າມັນເຊື້ອໄຟແຫ່ງທໍາອິດໃນລາວ ສາມາດເລີ່ມການຜະລິດໄດ້ແລ້ວ

ໂຮງກັ່ນນໍ້າມັນທີ່ມີກຳລັງການຜະລິດ 3 ລ້ານໂຕນ/ປີ ຂອງບໍລິສັດເປໂຕຼເຄມີລາວ ຈຳກັດ ສາມາດເລີ່ມທໍາການຜະລິດນໍ້າມັນເຊື້ອໄຟໃນໄລຍະທີ 1 ໄດ້ແລ້ວ ເຊັ່ນ: ນໍ້າມັນແອັດຊັງ, ກາຊວນ, ນໍ້າມັນຍົນ ແລະອື່ນໆ…ເຊິ່ງໄດ້ເປີດການຜະລິດຢ່າງເປັນທາງການໃນວັນທີ 30 ພະຈິກ 2020 ຢູ່ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມເປັນກຽດໃນພິທີເປີດໂຮງງານຢ່າງເປັນທາງການ ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ຈ່ຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດຮອງນາຍົກ, ມີບັນດາລັດຖະມົນຕີທີ່ກ່ຽວຂ້ອງ ພ້ອມດ້ວຍພາກສ່ວນທີ່ຮັບຜິດຊອບເຂົ້າຮ່ວມ.

ຕາມຂໍ້ມູນໃຫ້ຮູ້ວ່າ: ໂຄງການກັ່ນນໍ້າມັນແຫ່ງທໍາອິດຂອງລາວແຫ່ງນີ້ ໄດ້ລົງທຶນກໍ່ສ້າງໂດຍກຸ່ມບໍລິສັດຢຸນນານລົງທຶນ ແລະກໍ່ສ້າງຫຸ້ນສ່ວນ ຈໍາກັດ ຮ່ວມກັບລັດວິສາຫະກິດນໍ້າມັນເຊື້ອໄຟລາວ ພ້ອມດ້ວຍວິສາຫະກິດລາວ-ຈີນ ໂດຍແບ່ງອອກເປັນ 3 ໄລຍະຂອງການກໍ່ສ້າງ ເຊິ່ງຄັ້ງນີ້ແມ່ນຜົນສໍາເລັດໃນໄລຍະທີ 1 ເຊິ່ງມີກຳລັງການຜະລິດ 1 ລ້ານໂຕນ/ປີ, ແຕ່ລະປີຈະສາມາດຜະລິດນໍ້າມັນແອັດຊັງ, ກາຊວນ, ນໍ້າມັນຍົນ, ແກ໊ສແຫຼວ(LPG), ທາດມາດ, ຢາງໝາກຕ໋ອຍປູທາງ, Polypropylene, Polystyrene ແລະຜະລິດຕະພັນເປໂຕຼເຄມີອື່ນໆ ຕາມມາດຕະຖານສາກົນ Euro V, ເພື່ອສະໜອງຜະລິດຕະພັນນໍ້າມັນຫຼາກຫຼາຍຊະນິດທີ່ປອດໄພ ແລະໝັ້ນຄົງໃຫ້ແກ່ ລາວ.

ສ່ວນໄລຍະທີ 2, ທີ 3 ຈະສືບຕໍ່ຂະຫຍາຍສາຍການຜະລິດ, ຂະຫຍາຍກໍາລັງການຜະລິດ, ເພີ່ມທະວີໃນການພັດທະນາເຊື້ອໄຟຊີວະພາບ ແລະພະລັງງານສະອາດ ພັດທະນາໂຄງການໃຫ້ສາມາດບັນລຸການກັ່ນນໍ້າມັນໄດ້ 3 ລ້ານໂຕນ/ປີ ໂດຍອີງໃສ່ຄວາມອຸດົມສົມບູນຂອງມັນຕົ້ນ, ປາມນໍ້າມັນ ແລະຊັບພະຍາກອນກະສິກໍາອື່ນໆໃນລາວ ສົງເສີມໃຫ້ຂະແໜງການປູກຝັງ ແລະພະລັງງານທົດແທນມີການພັດທະນາຫຼາຍຂຶ້ນ. ທ່ານ ປານີ ພວງເພັດ ຮອງອໍານວຍການບໍລິສັດເປໂຕຼເຄມີລາວ ຈຳກັດ ໃຫ້ສໍາພາດວ່າ ການເປີດນໍາໃຊ້ໂຮງກັ່ນນໍ້າມັນນີ້ ຍັງເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະກໍ່ເປັນຂອງຂວັນໃຫ້ແກ່ ສປປ ລາວ ເຊິ່ງປະເທດລາວສາມາດມີບ່ອນຜະລິດນໍ້າມັນໄດ້ຫຼາກຫຼາຍປະເພດດ້ວຍຕົນເອງ ຮວມທັງຜະລິດຕະພັນນໍ້າມັນຊີວະພາບ ເຊິ່ງເປັນທ່າແຮງສົ່ງເສີມຂະແໜງກະສິກໍາໃຫ້ເຕີບໃຫຍ່ອີກດ້ວຍ.

ຍິ່ງໄປກວ່ານັ້ນ, ຍັງຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟສຳເລັດຮູບ ແລະສົ່ງຜົນດີຕໍ່ການເຕີມເຕັມຊ່ອງວ່າງໃນຂົງເຂດການຜະລິດອຸດສາຫະກໍາເປໂຕຼເຄມີຂອງລາວ ແລະຈະເຮັດໃຫ້ລາຄານໍ້າມັນໃນລາວຫຼຸດລົງ ພ້ອມດຽວກັນນັ້ນ ຍັງເປັນບ່ອນສ້າງອາຊີບໃຫ້ກັບປະຊາຊົນລາວ, ສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານວິຊາການ, ດ້ານວິທະຍາສາດນໍ້າມັນເຊື້ອໄຟ ແລະອື່ນໆ ເຊິ່ງເປັນການປະກອບສ່ວນສ້າງເສດຖະກິດ-ສັງຄົມໃຫ້ມີການພັດທະນາຍິ່ງຂຶ້ນ.

ໂຮງກັ່ນນໍ້າມັນດັ່ງກ່າວ ຕັ້ງຢູ່ໃນເຂດພັດທະນາກວມລວມໄຊເຊດຖາ, ໃນເນື້ອທີ່ 425 ເຮັກຕາ, ມີແຜນການລົງທຶນປະມານ 2 ພັນລ້ານໂດລາສະຫະລັດ ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ກ້າວໜ້າ ແລະສົມບູນແບບ, ມີຄວາມປອດໄພ ແລະໜ້າເຊື່ອຖື, ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງໂຕຊີ້ວັດມາດຕະຖານທັງໝົດແມ່ນໄດ້ມາດຖານສາກົນທີ່ທັນສະໄໝທີ່ສຸດ.

ທີ່ມາ: CRI-FM93