ສຸດຍອດນ້ຳໃຈຄົນລາວ ສ້າງເຮືອນຫຼັງໃໝ່ພໍ່ຕູ້ໂສມສຳເລັດແລ້ວ ຫຼັງທີ່ໄຟໄໝ້ເຮືອນໝົດກ້ຽງເຫຼືອແຕ່ເຄື່ອງຄາຄີງ

ສາວລູກນ້ຳ -ທິດາລັດ ວົງສິລິ ນາງສາວລາວ 2011 ໄດ້ໂພສວັນທີ  30 ພະຈິກ2020 ວ່າ:  ເຮືອນໄຟໄຫມໃນຕອນນັ້ນ ຕັດພາບມາຕອນນີ້ ຂອບໃຈທຸກໆຄົນທີ່ ຮ່ວມເງິນມາບໍລິຈາກໃຫ້ຕູ້ໂສມ ອາຍຸ 92ປີ

.

ເງິນທັ້ງຫມົດໄດ້ 51,839,000ກີບ

ປຸກບ້ານໝົດ 44,358,000ກີບ

ຊຶ້ເຄື່ອງໝົດ 4,881,000ກີບ = ບ່ອນນອນ2ອັນ+ຕູ້ເຢັນ+ຜ່າຫົ່ມ+ພັດລົມ+ຫມໍ້ຫຸງເຂົ້າ+ສາຍໄຟ+ອື່ນໆ

ມອບເງິນສົດໃຫ້ 2,600,000ກີບ

.

.

.

ມອບໃຫ້ຢູ່ ນາກາຍ ແຂວງຄຳມ່ວນ ພໍ່ຕູ້ເພິ່ນມີຄວາມສຸກຫລາຍ ໄຫ້ 5-6ຮອບ ຕອນມອບ ..ຕອນນີ້ແມ່ນເຂົ້າຢູ່ລະເດີ້ ເພິ່ນຢູ່ນຳຫລານສາວເພິ່ນ ເພິ່ນຂອບໃຈຫລາຍໆ

(ເທື່ອນີ້ນ້ຳບໍ່ໄດ້ໄປເອງ ແຕ່ນ້ຳໃຫ້ນ້ອງໆໄປແທນ ເພາະນ້ຳເດີນທາງໄກຍັງບໍ່ໄດ້ເທື່ອ )

.

.

.

.

ຂອບໃຈຜູ້ສະຫນັບສະຫນຸນໃນການເດີນທາງ ທັ້ງຫມົດ ຮ້ານ ຕັດຜົມ The Barber Lao