ຂ່າວຕ່າງປະເທດ
ຊາຍຈີນອາຍຸ 256 ປີ ມີເມຍ 23 ຄົນ, ລູກ 200 ຄົນ

ເປັນເລື່ອງລາວທີ່ຮືຮາຢ່າງກວ້າງຂວາງໃນທົ່ວໂລກ ສຳລັບ “ຫຼີ່ ຊິງຢຸນ” ເຊິ່ງຖືກອ້າງວ່າ ເປັນມະນຸດທີ່ມີອາຍຸຍືນຍາວທີ່ສຸດໃນໂລກເຖິງ 256 ປີ, ເຮັດໃຫ້ຫຼາຍຄົນອາດເກີດຄວາມສົນໃຈ ແລະ ເກີດຄຳຖາມວ່າ ຈະມີມະນຸດທີ່ມີອາຍຸຍືນໄດ້ແບບນີ້ແທ້ບໍ່? ຖ້າຫາກມີ ເຂົາດຳລົງຊີວິດແນວໃດ ຈຶ່ງມີອາຍຸຍືນຍາວແບບນັ້ນໄດ້

ໃນບົດຄວາມຈາກສຳນັກຂ່າວຕ່າງປະເທດ ຕ່າງກໍລາຍງານວ່າ: ຫຼີ່ ຊິງຢຸນ ເປັນຜູ້ຊ່ຽວຊານດ້ານສະໝຸນໄພ, ກິນອາຫານປະເພດພືດຜັກ, ບໍ່ກິນຊີ້ນ, ເປັນຜູ້ຊ່ຽວຊານດ້ານສິລະປະການປ້ອງກັນໂຕ ແລະ ເປັນອາຈານດ້ານຍຸດທະວິທີ. ຫຼີ່ ຊິງຢຸນ ໄດ້ອ້າງວ່າ: ເຂົາໄດ້ເກີດໃນປີ 1736, ແຕ່ວ່າ ມີບັນທຶກຫຼັກຖານ ທີ່ລະບຸວ່າ ເຂົາເກີດໃນປີ 1677
ຕໍ່ມາ ຫຼີ່ ຊິງຢຸນ ໄດ້ເສຍຊີວິດໃນວັນທີ 6 ພຶດສະພາ 1933. ດັ່ງນັ້ນ ບໍ່ວ່າອາຍຸໄຂທີ່ແທ້ຈິງຂອງ ຫຼີ່ ຊິງຢຸນ ຈະຢູ່ທີ່ 197 ປີ ຫຼື 256 ປີ ກໍຖືວ່າ ເປັນມະນຸດທີ່ມີອາຍຸຍືນທີ່ສຸດໃນໂລກ

ແຕ່ກໍຍັງມີຂໍ້ສົງໄສວ່າ ຫຼີ່ ຊິງຢຸນ ອາດຈະຈື່ປີເກີດຂອງໂຕເອງຜິິິດ ຫຼືບໍ່ກໍບໍ່ໄດ້ໃຫ້ຂໍ້ມູນທີ່ເປັນຄວາມຈິງ ຫຼືບໍ່ດັ່ງນັ້ນ ຫຼັກຖານທີ່ບັນທຶກ ທີ່ພົບຕາມມານັ້ນ ອາດຜິດກໍໄດ້.

ກ່ອນທີ່ ຫຼີ່ ຊິງຢຸນ ຈະເສຍຊີວິດ 3 ປີ ປາກົດວ່າ ໃນປີ 1930 ສາສະດາຈານ “ວູ ຊຸງ-ສຽນ” ເຊິ່ງເປັນຄະນະບໍດີ ຂອງ ຄະນະສຶກສາສາດ ແຫ່ງ ມະຫາວິທະຍາໄລ ໝິນກົ໋ວ ປະເທດຈີນ ໄດ້ຄົ້ນພົບຫຼັກຖານບັນທຶກໄວ້ວ່າ ຫຼີ່ ຊິງຢຸນ ເກີດໃນປີ 1677 ເພາະມີຫຼັກຖານວ່າ ລັດຖະບານແຫ່ງຈັກກະພັດຈີນ ໄດ້ສະຫຼອງຍິນດີກັບ ຫຼີ່ ຊິງຢຸນ ເມື່ອອາຍຸຄົບປີທີ 150 ແລະ ຕໍ່ມາ ກໍສະຫຼອງອີກຄັ້ງ ເມື່ອອາຍຸຄົບປີທີ 200

ເມື່ອຫວນກັບໄປ ຈາກການສະຫຼອງ 2 ຄັ້ງ ຈຶ່ງເຊື່ອໄດ້ວ່າ ຫຼີ່ ຊິງຢຸນ ໜ້າຈະເກີດ ໃນປີ 1677
ບໍ່ແມ່ນເລື່ອງງ່າຍ ກວ່າທີ່ຈະສືບຄົ້ນໄດ້ວ່າ ຫຼີ່ ຊິງຢຸນ ທີ່ແທ້ແລ້ວ ໜ້າຈະມີອາຍຸ 256 ປີ ເພາະຄົນທີ່ຮ່ວມສະຫຼອງວັນເກີດ 150 ປີ ຫຼື 200 ປີ ຕ່າງກໍເສຍຊີວິດໄປໝົດແລ້ວ. ໃນປີ 1928 ໜັງສືພິມ ນອກຢອກ ທາມສ (New York Times) ໄດ້ເຄີຍຂຽນບັນທຶກຜູ້ເຖົ້າ ເຊິ່ງເປັນເພື່ອນບ້ານກັບ ຫຼີ່ ຊິງຢຸນ ຕ່າງກໍໄດ້ຢັ້ງຢືນກົງກັນວ່າ ພໍ່ຕູ້ຂອງພວກເຂົາ ຮູ້ຈັກ ແລະ ເຄີຍເຫັນ ຫຼີ່ ຊິງຢຸນ ຕັ້ງແຕ່ພໍ່ຕູ້ຂອງພວກເຂົາ ຍັງເປັນເດັກນ້ອຍ

ຫຼັງຈາກການເສຍຊີວິດຂອງ ຫຼີ່ ຊິງຢຸນ ໃນປີ 1933 ວາລະສານ ທາມສ ແລະ ນິວຢອກ ທາມສ ໄດ້ລາຍງານວ່າ ຫຼີ່ ຊິງຢຸນ ມີເມຍ 23 ຄົນ ແລະ ມີລູກຫຼາຍກວ່າ 200 ຄົນ ຕະຫຼອດໄລຍະເວລາ 256 ປີ.
ຫຼີ່ ຊິງຢຸນ ເກີດທີ່ມົນທົນ ເສສວນ, ພໍອາຍຸ 10 ກວ່າປີ ກໍເລີ່ມເກັບສະສົມສະໝຸນໄພເທິງພູເຂົາ, ກິນແຕ່ພືດຜັກ ແລະ ຮຽນຮູ້ວິທີໃນການເຮັດໃຫ້ອາຍຸຍືນຍາວ, ໃຊ້ຊີວິດຢູ່ກັບການກິນສະໝຸນໄພ ເຂົາໃຊ້ຊີວິດຢູ່ແບບນີ້ ໃນຊ່ວງຊີວິດ 40 ປີທຳອິດ ຕໍ່ມາເມື່ອອາຍຸ 71 ປີ ຈຶ່ງຍ້າຍໄປຢູ່ ເມືອງ ສົງຊິ່ງ ເພື່ອເຂົ້າຮ່ວມກັບກອງທັບຈີນ ໃນການສອນວິຊາສິລະປະປ້ອງກັນໂຕ ແລະ ໃນຖານະເປັນອາຈານດ້ານຍຸດທະວິທີ

ທ່ານ ດາ ຫຼິວ ເປັນອາຈານສອນ ມວຍໄທເກ໊ກ ເຊິ່ງເປັນລູກສິດຄົນໜຶ່ງຂອງ ຫຼີ່ ຊິງຢຸນ ໄດ້ເລົ່າວ່າ: ເມື່ອອາຈານ ຫຼີ່ ຊິງຢຸນ ອາຍຸໄດ້ 130 ປີ ໄດ້ພົບກັບ ແມ່ຊີ ທີ່ມີອາຍຸຫຼາຍກວ່າ 500 ປີ ເທິງພູເຂົາ ແລະ ສອນອາຈານ ຫຼີ່ ຊິງຢຸນ ດ້ວຍວິຊາມວຍ 9 ມັງກອນປາ-ກວ້າຈ່າງ (ຊື່ມວຍຊະນິດໜຶ່ງຂອງສຳນັກ ບູ໊ຕິ້ງ) ແລະ ແນະນຳສອນການຫາຍໃຈຄວບຄູ່ກັບ ຊີ່ກົງ, ຝຶກສອນການເຄື່ອນໄຫວທີ່ປະສານໄປກັບສຽງແບບຕ່າງໆ ແລະ ລວມເຖິງຂໍ້ແນະນຳກ່ຽວກັບອາຫານ
ທ່ານ ດາ ຫຼິວ ລະບຸວ່າ: ອາຈານຂອງ ຫຼີ່ ຊິງຢຸນ ບອກວ່າ: ຄວາມອາຍຸຍືນຂອງເຂົານັ້ນ ຢູ່ບົນພື້ນຖານ ການອອກກຳລັງກາຍທຸກມື້ ຢ່າງສະໝ່ຳສະເໝີ, ຢ່າງຖືກວິທີ, ດ້ວຍຄວາມຈິງໃຈ ແລະ ບໍລິສຸດ.
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ