ທົ່ວໄປ
Jennis BNK 48 ສິນລະປິນ idol ໄທເຊື້ອສາຍລາວທີ່ກາລັນຕີຄວາມສາມາດດ້ວຍລາງວັນລະດັບສາກົນ…

ປັດຈຸບັນວົງການ Idol ກໍໄດ້ເກີດຂຶ້ນຫຼາຍທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນວົງການທີ່ໄດ້ຮັບຄວາມນິຍົມຈາກໄວໜຸ່ມເປັນຈໍານວນຫຼາຍເພາະເປັນວົງການທີ່ລວມເອົາຄົນທີ່ມີໃຈມັກຮັກໃນການຮ້ອງ-ເຕັ້ນ…ມາລວມກັນເປັນກຸ່ມເພື່ອຝຶກຝົນຕົນເອງຈົນກາຍເປັນເປັນສິນລະປິນ-ນັກຮ້ອງອາຊີບ… ເພື່ອສ້າງຄວາມບັນເທິງໃຫ້ກັບແຟນໆ ນອກຈາກນີ້ແລ້ວຍັງຕ້ອງໄດ້ທີ່ເປັນແບບຢ່າງທີ່ດີ, ສ້າງແຮງບັນດານໃຈ ຫຼືເປັນຕົ້ນແບບທີ່ີດີໃຫ້ກັບແຟນຄັບອີກດ້ວຍ!! ສະນັ້ນ, ມື້ນີ້ຂວັນໃຈຈະພາແຟນໆມາຮູ້ຈັກກັບນັກຮ້ອງ Idol ໄທແຕ່ມີເຊື້ອສາຍໄທ-ລາວ-ຈີນ ນັ້ນກໍຄືເຈນນິສ ໂອ່ປະເສີດ ຫຼື Jennis BNK48 ເປັນ Idol ວົງ BNK48 ວົງ Idol ອັນດັບ 1 ຂອງປະເທດໄທ ຫຼືທີ່ຫຼາຍຄົນຮູ້ຈັກນັ້ນກໍຄືວົງສ້າງຜົນງານເພງ ຄຸກກີ້ສ່ຽງທາຍ ທີ່ໂດດດັງໄປທົ່ວປະເທດ ລວມທັງຄົນລາວເຮົາກໍເປັນທີ່ຮູ້ຈັກກັນດີ ແລະ ເປັນໜື່ງໃນສະມາຊິກທີມ (Team BⅢ) ໃນຕໍາແໜ່ງຮອງກັບຕັນທີມ!!



Jennis ເຂົ້າວົງການບັນເທິງເທື່ອທຳອິດດ້ວຍການສະແດງຮູບເງົາເລື່ອງ ແປດວັນ ແປກຄົນ ຕັ້ງແຕ່ອາຍຸໄດ້ພຽງ 6 ປີໂດຍຮັບບົດເປັນ ນ້ອງແພ ດ້ວຍຄວາມສາມາດຈົນເຮັດໃຫ້ໄດ້ມີຊື່ເຂົ້າຊີງນັກສະແດງສົມທົບຍິງໂດດເດັ່ນ ລາງວັນສຸວັນນະຫົງ ແຕ່ປີ 2551

ຈາກນັ້ນມາຮອດປີ ພສ 2559 Jennis ໄດ້ເຂົ້າຮ່ວມງານ BNK48 We Need You ແລະ ເຂົ້າຮ່ວມການຄັດເລືອກວົງ BNK48 ແລະ ໄດ້ຮັບຄັດເລືອກໃຫ້ເປັນສະມາຊິກລຸ້ນທຳອິດຂອງວົງ ໃນປີຕໍ່ມາເຈນນິສໄດ້ຮັບເລືອກໃຫ້ເປັນເຊັນເຕີເພງ 365 ວັນກັບເຄື່ອງບິນກະດາດ ແລະ ໄດ້ຮັບຕໍາແໜ່ງຮອງຫົວໜ້າທີມ (Team BⅢ) ໃນປີດຽວກັນນັ້ນ ເຈນນິສກໍໄດ້ເຂົ້າຮ່ວມສະແດງຮູບເງົາເລື່ອງ Be My Boy The Series… ນອກຈາກນີ້ ສາວເຈນນິສ ກໍໄດ້ມີໂອກາດສະແດງຮູບເງົາເລື່ອງ Where We Belong ที่ตรงนั้น มีฉันหรือเปล่า ຮ່ວມສະແດງເປັນນັກສະແດງນໍາຂອງເລື່ອງ ຈາກຜົນງານການສະແດງດັ່ງກ່າວໄດ້ເຮັດໃຫ້ສາວຄົນນີ້ ໄດ້ຮັບລາງວັນຈາກເວທີລະດັບສາກົນຫຼາຍເວທີບໍ່ວ່າເປັນ ລາງວັນ Rising Star Award ຈາກ Marie Claire Asia Star Awards 2019 ແລະ ລາງວັນ Asian Stars: Up Next ຈາກ International Film Festival & Awards Macao ພ້ອມທັງວາລະສານ Variety… ດ້ວຍຜົນງານ ແລະ ລາງວັນ ກາລັນຕີຈາກຫຼາຍເວທີທັງພາຍໃນ ແລະ ສາກົນ ເອີ້ນໄດ້ວ່າ ສາວຄົນນີ້ບໍ່ທໍາມະດາອີຫຼີ ນອກຈາກໜ້າຕາດີ ນ່າຮັກ ສົດໃສ ແລ້ວຍັງເຕັມໄປດ້ວຍຄວາມສາມາດທັງຮ້ອງ-ເຕັ້ນ-ສະແດງເກັ່ງ ແລະ ຍັງເປັນອີກຄົນໜື່ງທີ່ມີທັດສະນະຄະຕິທີ່ດີກັນເລີຍທີດຽວ ແອດບໍ່ແປກໃຈວ່າເລີຍວ່າເປັນຫຍັງ Jennis BNK48 ຈື່ງກາຍເປັນສະມາຊິກຕົວ Top ອັນດັບຕົ້ນໆຂອງວົງ ແລະ ຍັງມີຖານແຟນຄັບທີ່ຫຼາຍ ທັງພາຍໃນ ແລະ ຕ່າງປະເທດ…





ນີ້ເປັນພຽງຜົນງານບາງສ່ວນຂອງສາວຄົນນີ້ທີ່ ຂວັນໃຈ ນໍາມາສະເໜີ ນອກຈາກນີ້ຍັງມີຜົນງານອື່ນໆອີກຫຼາຍຫຼາກ ເອີ້ນໄດ້ວ່າເປັນອີກໜື່ງສາວຂອງວົງ Idol ທີ່ມີຄວາມສາມາດທີ່ຫຼາກຫຼາຍກັນເລີຍທີດຽວ!!!






ຂອບໃຈຮູບພາບ: Jennis BNK48
ลูกพี่ Jennis BNK48 Fanclub ຂ່າວ: ຂວັນໃຈ
ທົ່ວໄປ
ຮູ້ແລ້ວ!ສາເຫດທີ່ຍິ ງກັນຕາຍຍູ່ຮ້ານ ສະນຸກເກີ້

ເຫດອຸກອາດບໍ່ຢ້ານກົວຕໍ່ກົດໝາຍລາຍນີ້ ເກີດຂຶ້ນໃນຄືນວັນທີ່ 02/06/2023 ໄດ້ມີເຫດຍິງກັນຕາຍຢູ່ໜ້າຮ້ານສະນຸກເກີ ຊູໂມ ໂຕ
ໂນ ຂ້າງໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ລາຍ ເຊິ່ງຈາກການເກັບກຳຂໍ້ມູນລັບໆຂອງສາຍ

ຂ່າວພໍ້ວ່າ ຜູ້ເສຍຊີວິດເປັນເພື່ອນກັບເຈົ້າຂອງຮ້ານຊູໂມແຕ່ແບ່ງສັນປັນສ່ວນເງີນໃນທຸລະກິດບໍ່ລົງໂຕ ເຖິງຂັ້ນຜູ້ເສຍຊີວິດມາຍິງ

ລູກນ້ອງເຈົ້າຮ້ານຄັ້ງໜຶ່ງ ວານນີ້ຜູ້ກ່ຽວກໍ່ມີປັນຫາກັບລູກນ້ອງເຈົ້າຂອງຮ້ານອີກ ຈຶ່ງຖືກລູກນ້ອງເຈົ້າຂອງຮ້ານຍິງໄປ 7 ນັດ ກະສຸນສຳຄັນເຂົ້າໜ້າຜາກຜູ້ກ່ຽວຢ່າງຈັງ ເປັນເຫດໃຫ້ເສຍຊີວິດທັນທີ່(ຜູ້ເສຍຊີວິດແມ່ນຄົນໃສ່ຫມວກ)

ທົ່ວໄປ
ຊົມເຊີຍ!ຈັບກຸ່ມແກ້ງລັກ ຊັບໄດ້5ຄົນ ພ້ອມລົດອີກ4ຄັນ

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ….

ທົ່ວໄປ
ລີໂອ!ແນວເມສຊີ່ ຈະອອກຈາກ ປາຣີສໃນລະດູການນີ້
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ