ຢ່າເລື່ອນຜ່ານ…! ກົດຂອງທາງດ່ວນ ວຽງຈັນ-ວັງວຽງ ເປີດນຳໃຊ້ ວັນທີ 2 ທັນວາ 2020 ນີ້

ກົດຂອງທາງດ່ວນ ວຽງຈັນ-ວັງວຽງ

1/ ທາງດ່ວນມີ 2ເລນ ໄປ-ກັບ ແລະ ມີເລນອີກ1ເລນ ດ້ານຂວາ ທີ່ທາງເສັ້ນຍາວໆໄປຄືເລນທີ່ກຽມຊິດຂວາ ເພື່ອຂື້ນ ແລະ ລົງ ທາງດ່ວນ ຫຼືເຫດສຸກເສີນ.

2/ ສຳລັບໃຜຢາກໃຊ້ຄວາມໄວບໍ່ເກີນ 100km/h ແນະນຳເລນຂວາ, ໃຜທີ່ຢາກໃຊ້ຄວາມໄວເກີນ 100km/h ຂື້ນໄປ ແນະນຳເລນຊ້າຍ

3/ . ຄວນທຳການປະຕິບັດຕາມປ້າຍເຊັ່ນ: (ລຸດຄວາມໄວ,ຕຽມລົງທາງດ່ວນ ,ໄກ້ຈະເຖິງດ່ານເກັບເງິນ ຫຼື ແວະປຳ້ນຳ້ມັນເພື່ອພັກລົດ .

4/ ຮັກສາໄລຍະຫ່າງ 100-200m.

ຂໍ້ຫ້າມ 

1/ ບໍ່ໄຫ້ລົດທີ່ມີຄວາມຈຸຕຳ່ກວ່າ 350CC ຫຼື ລົດຈັກຂື້ນທາງດ່ວນ (ແລ້ວຈະມີການກວດສະພາບລົດທີ່ໄດ້ມາດຕະຖານຢູ່ທີ່ຈຸດເກັບເງິນ).

2/ ຫ້າມຈອດລົດ ຫຼື ລົງຈາກລົດໃນຂະນະທີ່ຢູ່ທາງດ່ວນ (ຕ້ອງຈອດໃນເຂດທີ່ກຳນົດໄວ້).

3/ ຫ້າມລົດບັນທຸກທີ່ນຳ້ໜັກເກີນກົດໝາຍທີ່ກຳນົດໄວ້ປະມານ 10ໂຕ້ນຜ່ານທາງດ່ວນ (ເພາະມີຈຸດຊັ່ງນຳ້ໜັກ ).

ພຽງເທົ່ານີ້ກໍ່ຈະມີການໃຊ້ທາງດ່ວນຢ່າງປອດໄພ ແລະ ຕາມມາດຕະຖານ ຂອງ ນານາຊາດອີກດ້ວຍ