ຜູຸ່ຖືກຈໍາກັດບໍລິເວນໜີອອກຈາກໂຮງແຮມກ່ອນກໍານົດ ຍັງຕິດຕາມຫາບໍ່ພົບ ເປັນພຽງຂ່າວລື – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຜູຸ່ຖືກຈໍາກັດບໍລິເວນໜີອອກຈາກໂຮງແຮມກ່ອນກໍານົດ ຍັງຕິດຕາມຫາບໍ່ພົບ ເປັນພຽງຂ່າວລື

Published

on

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສືມວນຊົນ ຕອນບ່າຍວັນທີ 27 ພະຈິກນີ້ວ່າ: ໄລຍຜ່ານມາຄະນະສະເພາະກິດຄວບຄຸມພະຍາດໂຄວິດ19 ແຕ່ລະຂັ້ນ ໄດ້ເອົາໃຈໃສ່ຕິດຕາມ, ຄຸ້ມຄອງ ການປະຕິບັດມາດຕະການຢູ່ສູນຈໍາກັດບໍລິເວນຂອງລັດ, ໂຮງແຮມ ໃຫ້ປະຕິບັດຢ່າງຖືກຕ້ອງ ແລະເຂັ້ມງວດຕາມມາດຕະການທີ່ໄດ້ວາງອອກ ເປັນຕົ້ນແມ່ນບໍ່ໃຫ້ອອກໄປຂ້າງນອກ , ບໍ່ໃຫ້ຄົນພາຍນອກມາພົບ ທັງຈໍາກັດບໍລິເວນໃຫ້ຄົບ 14 ວັນ, ເຊິ່ງຄົນເຈັບທີ່ຕິດເຊື້ອໃໝ່ຈໍານວນ 14ຄົນສຸດທ້າຍນີ້ ທາງຄະນະສະເພາະກິດ ໄດ້ປະຕິບັດມາດຕະການນີ້ໄດ້ ໂດຍບໍ່ໄດ້ແຜ່ເຊື້ອໃສ່ຜູ້ຄົນຢູ່ສູນຈໍາກັດບໍລິເວນນັ້ນ, ໂຮງແຮມນັ້ນ ຫລືຜູ້ໄປຮັບຕ້ອນແຕ່ຢ່າງໃດ.

ຕໍ່ກໍລະນີທີ່ມີຂ່າວລືວ່າ ມີຜູ້ຕິດເຊື້ອຢູ່ໃນໂຮງແຮມ, ມີຄົນທາງນອກໄປພົບ, ໄປໃຫ້ການບໍລິການຜູ້ຕິດເຊື້ອ ແລະເອົາເຊື້ອໄປແຜ່ຜາຍໃສ່ຊຸມຊົນ ແຕ່ຍັງຕິດຕາມຫາບໍ່ທັນໄດ້, ມີຜູ້ລັກລອບໜີອອກຈາກສູນກັກບໍລິເວນ ຫລືໂຮງແຮມກ່ອນກໍານົດ, ທ່ານພູທອນ ເມືອງປາກ ຖະແຫລງວ່າ:

“ຂ່າວລືນີ້ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ. ຄົນເຈັບທີ່ຕິດເຊື້ອສະສົມມີແຕ່ 39ຄົນ ແລະພວມປິ່ນປົວຢູ່ໂຮງໝໍມີ 15ຄົນເທົ່ານັ້ນ. ສະນັ້ນ, ຂໍໃຫ້ປະຊາຊົນຈົ່ງເຊື່ອໝັ້ນໃນມາດຕະການກວດກາຄົນເຂົ້າເມືອງ, ມາດຕະການໃນການຈໍາກັດບໍລິເວນ, ສິ່ງສໍາຄັນ ຄະນະສະເພາະກິດຂັ້ນສູນກາງ ລວມມີ 4 ຂະແໜງການ ເປັນຕົ້ນຂະແໜງການຂອງກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະຂົນສົ່ງ, ກະຊວງປ້ອງກັນຄວາມສະຫງົບ ແລະກະຊວງສາທາລະນະສຸກ ຕ້ອງໄດ້ຄົ້ນຄວ້າລະອຽດ, ຮັດກຸມໃນການກວດກາຢ່າງເຄັ່ງຄັດ ເພື່ອໂຈະການອອກວິຊາສໍາລັບຜູ້ເດີນທາງມາຈາກປະເທດທີ່ຍັງມີການລະບາດ ຂອງພະຍາດໂຄວິດ19 ຢູ່ໃນຊຸມຊົນ, ແລະໂຈະການອະນຸມັດຖ້ຽວບິນເຊົ່າເໝົາລໍາ ຈາກປະເທດທີ່ຍັງມີການລະບາດຂອງພະຍາດຢູ່ໃນຊຸມຊົນ, ຍົກເວັ້ນຖ້ຽວບິນມະນຸດສະທໍາ, ໃນນີ້ຕ້ອງໄດ້ກວດກາຢ່າງເຄັ່ງຄັດຕໍ່ຜູ້ໂດຍສານ, ເພື່ອບໍ່ໃຫ້ຜູ້ໂດຍສານຈາກປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ19 ມານໍາຖ້ຽວບິນມະນຸດສະທໍານັ້ນ.”

ປະຈຸບັນສັງເຫດເຫັນວ່າຫລາຍພາກສ່ວນໃນສັງຄົມ ຍັງລະເຫລີງຕໍ່ມາດຕະການ ປ້ອງກັນການລະບາດຂອງພະຍາດນີ້, ສະນັ້ນຄະນະສະເພາະກິດຈຶ່ງສະເໜີໃຫ້ກະຊວງປ້ອງກັນປະເທດເອົາໃສ່ ຕິດຕາມ, ກວດກາການລັກລອບເຂົ້າເມືອງແບບຊະຊາຍ ໂດຍບໍ່ຜ່ານດ່ານຊາຍແດນ, ເພື່ອບໍ່ໃຫ້ມີຄວາມສ່ຽງໃນການນໍາເອົາພະຍາດເຂົ້າມາແຜ່ຜາຍຢູ່ປະເທດເຮົາ,

ພ້ອມກັນນັ້ນອໍານາດການປົກຄອງທຸກຂັ້ນ, ຊຸມຊົນ, ຄອບຄົວ ຕ້ອງເອົາໃຈໃສ່ຮ່ວມກັນໃນການຈັດງານບຸນປະເພນີ, ການສະເຫລີມສະຫລອງວັນສໍາຄັນຕ່າງໆ, ກິດຈະກໍາແຂ່ງຂັນກິລາ ຕ້ອງໄດ້ກໍານົດເປົ້າໝາຍເຂົ້າຮ່ວມໃນລະດັບທີ່ມີຄວາມເໝາະສົມ, ບໍ່ໃຫ້ແອອັດເກີນໄປ ພ້ອມທັງປະຕິບັດມາດຕະການກວດ, ເຊັກຮ່າງກາຍກ່ອນຈະເຂົ້າໄປໃນງານນັ້ນ, ເພື່ອພ້ອມກັນຜ່ານວິກິດນີ້ໃຫ້ໄດ້ ປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ19 ຢູ່ໃນຊຸມຊົນຂອງບ້ານເຮົາ.

ໂດຍ: ເຂີຍຫລ້າ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້