ເປີດນໍາໃຊ້ດອກໄຟເຍືອງທາງ 7 ເສັ້ນໃນເຂດເທດສະບານໃຈກາງ ນວ ຢ່າງເປັນທາງການ

    ພິທີເປີດການນໍາໃຊ້ລະບົບແສງໄຟເຍືອງໃນ 7 ເສັ້ນທາງ ແລະ ລະບົບນໍ້າພູປະຕູໄຊ ໃນໂຄງການແສງສະຫວ່າງໃນເຂດເທດສະບານໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ດ້ວຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນວັນທີ 27 ພະຈິກ 2020 ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ (ນວ)

ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກົມການເມືອງສູນກາງພັກ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ທ່ານ ຈຽງ ຈ້າຍ ຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ພ້ອມດ້ວຍບັນດາລັດຖະມົນຕີ ຮອງເຈົ້າຄອງ ເຈົ້າເມືອງ ຫ້ອງການ ພະແນກ ແລະ ຄະນະຮັບຜິດຊອບໂຄງການທັງສອງຝ່າຍ.

     ໂຄງການດັ່ງກ່າວໄດ້ເລີ່ມລົງມືປະຕິບັດມາຕັ້ງແຕ່ວັນທີ 12 ກັນຍາ 2020 ຈົນມາຮອດວັນທີ 27 ພະຈິກ 2020 ຈຶ່ງໄດ້ສໍາເລັດໂດຍພື້ນຖານດ້ານການກໍ່ສ້າງ-ຕິດຕັ້ງ ແລະ ສາມາດເປີດນໍາໃຊ້ໄດ້ຢ່າງເປັນທາງການ ທັນຕາມກໍານົດເວລາທີ່ສອງພັກ ສອງລັດ ໄດ້ກໍານົດໄວ້ ເພື່ອເປັນຂອງຂັວນຄໍານັບຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ

ສ່ວນວຽກຈໍານວນໜຶ່ງທີ່ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດພາຍຫຼັງການເປີດນໍາໃຊ້ ປະກອບມີຄື: ການຟື້ນຟູທາງຍ່າງ ການຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມ ລວມທັງລະບົບສັນຍານສົ່ງຂໍ້ມູນ ປັບປຸງເສົາໄຟເຍືອງທາງບາງຈຸດຄືນໃໝ່ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ ເຊິ່ງຈະໃຫ້ສໍາເລັດພາຍໃນວັນທີ 25 ກຸມພາ 2021 ແລະ ຄາດຄະເນການມອບ-ຮັບໂຄງການໃນວັນທີ 25 ມີນາ 2021.

.

.

.

ວຽງຈັນໃໝ່ Vientiane Mai