ຂ່າວຕ່າງປະເທດ
ຫຼອກພໍ່ຕູ້ມາເຮັດວຽກແລ້ວບໍ່ຈ່າຍຄ່າແຮງງານພໍ່ຕູ້ຈຳໃຈຂີ່ລົດຖີບກັບບ້ານ

ທ້າຍເດືອນ ພະຈິກ 2020 ມື້ນີ້ມີເລື່ອງລາວທີ່ໜ້າເສົ້າໃຈມາແບ່ງປັນໃຫ້ແຟນເພຈໄດ້ອ່ານ ຫຼາຍຄັ້ງທີ່ຊີວິດຕ້ອງດີ້ນຮົນ ເຮັດທຸກຢ່າງໃຫ້ມີຢູ່ມີກິນ ແຕ່ຫາກວ່າສິ່ງທີ່ພະຍາຍາມເຮັດໄປນັ້ນບໍ່ຄຸ້ມຄ່າ, ສິ່ງທໍາອິດທີ່ຈະນຶກເຖິງບ້ານເຮືອນຄືຈຸດໝາຍປາຍທາງພັກໃຈໃຫ້ເຮົາໄດ້ກັບໄປຟື້ນຕົວໃໝ່ ຄືກັບພໍ່ຕູ້ໄວຊະລາຄົນນີ້ ທີ່ຕັດສິນໃຈເດີນທາງກັບບ້ານ ຫຼັງຖືກນາຍຈ້າງບ້ຽວຄ່າແຮງງານ.

ຢູ່ແຖວໆຖະໜົນສາຍ 304 ກະບິນບູຣີ-ນະຄອນລາດຊະສີມາ ຜ່ານຕໍາບົນເມືອງເກົ່າ ຈັງຫວັດປຣາຈີນບູລີ ປະເທດໄທ ມີລາຍງານວ່າ ມີຊາຍຊະລາຄົນໜຶ້່ງກໍາລັງຈູງລົດຖີບເກົ່າໆ ຫອບຫິ້ວຖົງປຸ໋ຍໃສ່ເສື້ອຜ້າ ແລະ ເຄື່ອງຂອງໃຊ້ຍ່າງຕາມແຄມທາງດ້ວຍທ່າງທາງເມື່ອຍລ້າໂຮຍແຮງ ຕັ້ງໃຈຈະຖີບລົດຖີບກັບບ້ານທີ່ຈັງຫວັດຂອນແກ່ນ. ດ້ານແມ່ຄ້າຂາຍເຂົ້າໂພດອົບໂອ່ງແຄມທາງດັ່ງກ່າວຊື່ ນາງເຈນຈິລາ ໄດ້ເປີດເຜີຍເລື່ອງລາວຂະນະທີ່ຕົນເອງ

ແລະ ສາມີກໍາລັງອົບເຂໂພດ ເຫັນຕໍ່ຕູ້ທາງທາງເມື່ອຍຫຼາຍ ແລ້ວຍ່າງເຂົ້າມາຖາມວ່າ ມີເຂົ້າກິນບໍ່ ພໍ່ຕູ້ຂໍກິນເຂົ້າແນ່ ພໍ່ຕູ້ບໍ່ມີເງິນຕິດຕົວເລີຍ ຖືກນາຍຈ້າງບອກໃຫ້ມາລ້ຽງງົວແລ້ວບໍ່ຍອມຈ່າຍຄ່າຈ້າງ. ເມື່ອຕົນຟັງແລ້ວກໍ່ຮູ້ສຶກເຫັນໃຈ ແຕ່ທີ່ຮ້ານບໍ່ໄດ້ຊື້ກັບເຂົ້າມາໄວ້ ຈຶ່ງຍື່ນເຂົ້າໂພດສຸກໃຫ້ 3 ຮວງ ໄວ້ໃຫ້ພໍ່ຕູ້ກິນປະທັງຄວາມຫິວ ພ້ອມບອກວ່າ ຂ້ອຍໃຫ້ຟຣີບໍ່ເອົາເງິນ ໃຫ້ພໍ່ຕູ້ເອົາໄປກິນລະຫວ່າງທາງເດີ້ ເຮັດໃຫ້ພໍ່ຕູ້ກ່າວຂອບໃຈທັງນໍ້າຕາ

ນາງເຈນຈິລາຍັງບອກອີກວ່າ ເຄີຍເຫັນພໍ່ຕູ້ມານອນທີ່ແຄມສາລາໄດ້ 2 ມື້ແລ້ວ ແຕ່ກໍ່ຫາຍໄປ ຕອນນັ້ນບໍ່ໄດ້ເຂົ້າມາຂໍຫຍັງ ຈົນຮອດມື້ນີ້ຈຶ່ງເຫັນເພິ່ນຍ່າງມາຂໍເຂົ້ານໍາ ຄິດວ່າພໍ່ຕູ້ຄົງຫິວເຂົ້າແຮງ. ສ່ວນພໍ່ຕູ້ຄົນດັ່ງກ່າວ ຊາບຊື່ພາຍຫຼັງແມ່ນ ທ້າວວິໄຊ ອາຍຸ 60 ປີ ກ່າວວ່າຕົນເອງບໍ່ມີຄອບຄົວ ແຕ່ມີພີ່ນ້ອງຢູ່ຂອນແກ່ນ ແລະ ມີອາຊີບຮັບຈ້າງທົ່ວໄປ ມີເຖົ້າແກ່ມາບອກໃຫ້ໄປເຮັດວຽກລ້ຽງງຢວຢູ່ປຣາຈີນບູລີ

ແຕ່ກັບບໍ່ໃຫ້ເງິນ ແລະ ເອົາງົວໄປໄວ້ບ່ອນອື່ນ ບອກໃຫ້ຕາມໄປເອົາເງິນທີ່ສີ່ແຍກກະບິນບູລີ ແຕ່ພໍຕົນເອງເດີນທາງໄປຮອດກໍ່ບໍ່ເຫັນ ພໍ່ຕູ້ເລີຍຕັດສິນໃຈຈະກັບບ້ານ ແຕ່ຈື່ບໍ່ໄໜວ່າພີ່ນ້ອງຢູ່ຕໍາບົນ ຫຼື ອໍາເພີໃດ ຈື່ພຽງແຕ່ວ່າຢູ່ຂອນແກ່ນ ແລະ ຄິດວ່າຄົງດີກວ່າຝືນຢູ່ຕໍ່ໃຫ້ເຂົາຫຼອກໃຫ້ເຮັດວຽກໃຫ້ຟຣີ ຄ່າແຮງກໍ່ບໍ່ຈ່າຍ ສຸດທ້າຍພໍ່ຕູ້ກໍ່ກົ້ມໜ້າຈູງລົດຖີບມຸ່ງໜ້າໄປຕາມຫົນທາງເພື່ອກັບບ້ານຕໍ່ໄປ.
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ9 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ