ຈີນ ເລັ່ງຊ່ວຍເຫລືອຜູ້ສູງອາຍຸ ຫລາຍກວ່າ 250 ລ້ານຄົນ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຈີນ ເລັ່ງຊ່ວຍເຫລືອຜູ້ສູງອາຍຸ ຫລາຍກວ່າ 250 ລ້ານຄົນ

Published

on

ຕາມ​ຂ່າວ​ຊີ​ອາ​ໄອ ຂອງ​ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ສຳນັກງານ​ ຄະນະ​ລັດ ຖະມົນຕີ ຈີນ ໄດ້ພີ​ມ ​ແລະ ​ແຈກຢາຍ ​ແຜນ​ການປະຕິບັດ​ ​ຊ່ວຍ​ເຫລືອ ຜູ້​ສູງ​ອາຍຸ ​ເພື່ອແກ້​ໄຂ​ອຸປະສັກ ​ໃນ​ການ​ນຳໃຊ້​ ເຕັກ​ໂນ​ໂລ​ຊີ​ທ່ີທັນສະໄໝ .​ແຜນ​ການດັ່ງກ່າວ ແມ່ນເນັ້ນໃສ່ 7 ບັນຫາ ໃນການດຳລົງຊິວິດປະຈຳວັນຂອງ ຜູ້ສູງອາຍຸ ເຊັ່ນ:

ການ​ອອກ ​ເດີນທາງ, ການ​ພົບ​ແພດ, ການ​​ຊື້​ສິນຄ້າ, ການ​ຊົມ​ສະແດງ ງານສີ​ລະ​ປະ ວັດທະນະທຳ ​ແລະ ຄວາມ​ບັນ​ເທິງ ​ໂດຍ​ຈະ​ໃຊ້ ​ລະບົບ​ບໍລິການ ​ແບບ​ດັ້ງງ​ເດີມ ຄວບຄູ່ກັບ ລະບົບ ​ອັດ​ສະລິຍະ ສຳລັບ ຜູ້​ສູງ​ອາຍຸ. ທ່ານ ຫວັງ ຖັນ​ຫລິງ ຜູ້ອຳນວຍການ ສຳນັກງານ​ສົ່ງ​ເສີມ ປະຊາກອນ ແຫ່ງ​ຄະນະ​ກຳ​ມະ​ການ ພັດທະນາ ​ແລະ ການ​ປະຕິ​ຮູບ ​ແຫ່ງ​ຊາດ ຈີນ ລະບຸ​ວ່າ ​ເນື່ອງ​ຈາກ​ ເຕັກ​ໂນ​ໂລ​ຊີ ສື່ສານ ໄດ້​ພັດທະນາ ​ຢ່າງ​ກ້າວໜ້າ​ ໃນຈີນ ​ເຮັດ​ໃຫ້ ມີ​ການ​ໃຊ້​ບໍລິການ ລະບົບ​ ອັດສະລິຍະ ຢ່າງ​ສະດວກ ​ສະບາຍ ​ແລະ ມີ​ປະສິດທິພາບ.

ເພາະວ່າ ຜູ້​ສູງ​ອາຍຸ ຈຳນວນ​ຫລວງຫລາຍ ​ຍັງມີຄວາມຫຍຸ້ງຍາກໃນການນຳໃຊ້ເຕັກໂນໂລຊີ ອັດສະລິຍະ ​ເນື່ອງ​ຈາກ ​ການໃຊ້​ໂທລະສັບ​ ສະມາດໂຟນ ບໍ່ວ່ອງໄວ  ເຮັດໃຫ້ ການນຳໃຊ້​ ລະບົບ ​ຊຳລະ​ເງິນ ຜ່ານ​ໂທລະ​ສັບ​ ບໍ່​ເປັນ.

ຕໍ່ບັນຫາດັ່ງກ່າວ, ຄະນະ​ກຳ ມະການ​ສູນກາງພັກ ​ແລະ ຄະນະ​ລັດຖະມົນຕີ ໄດ້​ໃຫ້​ຄວາມ​  ສຳຄັນ ​ເປັນ​ຢ່າງ​ຍິ່ງ ຈຶ່ງ​ປະກາດ ​ແຜນການ​ດັ່ງກ່າວ ​ເພື່ອ​ຊ່ວຍ​ໃຫ້ ​ຜູ້​ສູງ​ອາຍຸ ສາມາດປັບ​ຕົວ​ເຂົ້າ​ກັບ​ ໂທລະສັບ ​ເຕັກ​ໂນ​ໂລ​ຊີ ​ແລະ ອື່ນໆໃຫ້​ດີ​ຂື້ນ​.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນກັນຍາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
30  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້