ທົ່ວໄປ
ຄອບຄົວແມ່ນຸ້ຍ ອຸມະຫະ ບ້ານ ບຸງຄໍາ ເມືອງວິລະບູລີ ມີລາຍຮັບຈາກການສ້າງເສດຖະກິດແບບປະສົມປະສານເປັນສິນຄ້າ ໄດ້ກໍາໄລປີລະ 140ລ້ານກີບ.

ທ່ານ ສີສັງກາ ອຸມະຫະ ຕາງໜ້າຄອບຄົວແມ່ນຸ້ຍ ອຸມະຫະ ປະຊາຊົນບ້ານບຸ່ງຄໍາ ເມືອງ ວິລະບູລີ ແຂວງສະຫວັນນະເຂດ ຕາງໜ້າຄອບຄົວຕົວແບບໃນການປູກ-ການລ້ຽງເປັນສິນຄ້າ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ 9 ໃນລະຫວ່າງວັນທີ 20-21 ພະຈິກ 2020 ທີ່ຜ່ານມາ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນວ່າ: ໂດຍກໍາແໜ້ນແລະເຊື່ອມຊຶມຕໍ່ແນວທາງປ່ຽນແປງໃໝ່ຂອງພັກເຮົາ,ຕໍ່ກັບການສ້າງເສດຖະກິດຄອບຄົວເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ,
ໂດຍອີງໃສ່ທ່າແຮງ ແລະ ເງື່ອນໄຂຕົວຈິງ ຂອງທ້ອງຖິ່ນ ເຊິ່ງຄອບຄົວກໍ່ໄດ້ຊອກທຸກເງື່ອນໄຂ ໃນການສ້າງແຫຼ່ງລາຍຮັບ ເພື່ອພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນຈາກຄວາມທຸກຍາກ ພາຍໃນຄອບຄົວມີຢູ່ 7ຄົນ, ຍິງ 3 ຄົນ ໃນໄລຍະແຕ່ປີ 2005 ແມ່ນຸ້ຍໄດ້ນໍາພາຄອບຄົວປູພືດຜັກ ແບບໝູນວຽນ ຈໍານວນ 20 ໜານ ໃນເນື້ອທີ່400 ຕາແມັດ, ແລະ ລ້ຽງໝູ 5 ໂຕ ສາມາດສ້າງລາຍຮັບ 10 ລ້ານກີບ,
ຈຶ່ງເຮັດໃຫ້ມີຄວາມໝັ້ນໃຈຂະຫຍາຍກິດຈະການຕື່ມອີກຈຶ່ງຕັດສິນໃຈຢືມທຶນນໍາໂຄງການບໍ່ຄໍາຈໍານວນ 16 ລ້ານກີບ,ໂດຍບໍ່ມີດອກເບຍບວກໃສ່ເງິນຕົນເອງ10ລ້ານກີບລວມ 26 ລ້ານ , ໄດ້ຈົກໜອງສະ 3 ໜອງ,ຊື້ລູກປາ, ອາຫານປາ ແລະ ຊື້ລູກໝູຈາກ 5 ໂຕເປັນ25 ໂຕ,ມາຮອດປີ 2007ສ້າງລາຍຮັບ 100ກວ່າລ້ານ ແລະ ສາມາດສົ່ງເງິນຄືນບໍລິສັດບໍ່ຄໍາ,
ເມື່ອເຫັນວ່າການຜະລິດມີລາຍຮັບເພີ່ມຂຶ້ນ ແລະ ໄດ້ຂະຂະຫຍາຍກິດຈະການສ້າງຄອກໝູ 2 ຄອກ ຊື້ລູກໝູຕື່ມອີກ 50 ໂຕ ຊື້ນດິນ 3 ເຮັກຕາ ແລະ ຊື້ລົດຫຸ່ນໃດເພື່ອຂົນສົ່ງສິນຄ້າ 1 ຄັນ, ປີ 2010 ແມ່ນຸ້ຍ ໄດ້ມີໂອກາດໄປຖອດຖອນບົດຮຽນກ່ຽວກັບການປູກພືດຜັກປອດສານພິດຢູ່ນະຄູອນຫຼວງວຽງຈັນ

ຈຶ່ງເຮັດໃຫ້ມີແນວຄິດຢາກຍົກລະດັບດ້ານເຕັກນິກການຜະລິດ , ແລະ ໄດ້ຕັດສິນໃຈກູ້ຢືມເງິນທະນາຄານນະໂຍບາຍ ຈາກ100ລ້ານກີບເປັນ 200 ລ້ານດ້ວຍອັດຕາດອກເບຍ 6% ຕໍ່ປີ,ເພື່ອເຮັດເຮືອນຮົ່ມຈາກ 3 ຫຼັງເປັນ 12 ຫຼັງ,ປູກຜັກ, ໝາກແຕງແຄນຕາລຸກ ແລະ ໝາກແຕງກວາ ສະໜອງໃຫ້ບໍ່ຄໍ່າຄື: ຜັກ 100 ກິໂລ, ແຕງກວາ 600 ກິໂລ, ແຕງແຄນຕາລຸກ 300 ກິໂລຕໍ່ອາທິດສາມາດສ້າງລາຍຮັບ 460 ລ້ານຕໍ່ປີ ,
ປີ 2018 ເຂົ້າເປັນສະມາຊິກກຸ່ມປູກໝາກກ້ຽງ ແລະ ເອົາເບຍໝາກກ້ຽງນໍາບໍລິສັດໄອລີນບາກລາວ ຈໍານວນ 550 ຕົ້ນມູນຄ່າ16ລ້ານກີບ,ໂດຍນໍາໃຊ້ທຶນຕົນເອງເຂົ້າໃນການຮັກສາບົວລະບັດ100%,ປີ 2020 ສາມາດຂາຍໝາກກ້ຽງ 1 ໂຕນໃນມູນຄ່າ 14 ລ້ານກີບ ພ້ອມທັງລິເລີ່ມລ້ຽງໄກ່ພັນໄຂ່ 500ແມ່
ເພື່ອສ້າງລາຍຮັບເພິ່ນຂຶ້ນ ຈາກການປະຕິບັດຕົວຈິງພາຍໃນຄອບຄົວເຮັດການຜະລິດກະສິກໍາແບບປະສົມປະສານໄປພ້ອມກັບການແນະນໍາຈາກພະນັກງານຂັ້ນເມືອງ, ການໄປຖອດຖອນບົດຮຽນຕ່າງແຂວງ ແລະ ແລກປ່ຽບົດຮຽນຈາກ ສະມາຊິກພາຍໃນກຸ່ມ,ເປັນຕົ້ນການປັບປຸງດິນດ້ວຍຝຸ່ນບົ່ມຈາກຂີ້ສັດ, ຜັກເສດ, ໃບໄມ້ , ການຜະລິດປຸ໋ຍອິນຊີ ແລະ ຢາສະໝຸນໄພຂ້າແມງໄມ້, ຜະລິດເຊື້ອລາຂ້າເຊື້ອລາ, ປ້ອງກັນພະຍາດສັດ ແລະ ອື່ນໆ
ມາຮອດປະຈຸບັນ, ໃນຄອບຄົວມີລາຍຮັບທັງໝົດຈາກການຂາຍຜັກ, ລ້ຽງໝູ, ລ້ຽງປາ ແລະ ປູກໝາກໄມ້ ຈໍານວນ 763 ລ້ານກວ່າກີບ ຕໍ່ປີ ສ່ວນລາຈ່າຍ 621 ລ້ານກີບຕໍ່ປີ, ສະເລ່ຍຜົນກໍາໄລປະມານ 140 ລ້ານກີບຕໍ່ປີ , ຈາກຜົນກໍາໄລທີ່ໄດ້ຮັບເຮັດໃຫ້ຊີວິດການເປັນຢູ່ ພາຍໃນຄອບຄົວດີຂຶ້ນ
ປະຈຸບັນມີ ດິນ 4 ຕອນ,ເຮືອນ 1ຫຼັງລົດໃຫຍ່ 2 ຄັນພິເສດພໍ່ແມ່ຍັງມີທຶນຮອນສົ່ງລູກຮຽນວິຊາສະເພາະຕ່າງໆ ຈົບປະລິນຍາໂທ 1 ຄົນ, ປະລິນຍາຕີ 1ຄົນ ແລະ ຍັງສືບຕໍ່ສຶກສາຮໍ່າຮຽນປະລິຍາຕີອີກ 2 ຄົນ ເຊິ່ງຄຽງຄູ່ກັບຜົນສໍາເລັດກໍ່ຍັງໄດ້ພົບເຫັນບັນຫາທີ່ເປັນອຸປະສັກຕໍ່ຜົນຜະລິດອີກດ້ວຍ.
ທ່ານ ສີສັງກາ ຍັງໄດ້ກ່າວຕື່ມອີກວ່າໃນອະນາຄົດຍັງຈະມີແຜນຂະຫຍາຍເຮືອນຮົ່ມ ປູກຜັກປອດສານຜິດເພີ່ມຂຶ້ນ, ຂະຫຍາຍການລ້ຽງໝູ, ການລ້ຽງປາ, ພ້ອມທັງສືບຕໍ່ບົວລະບັດຮັກສາສວນໝາກກ້ຽງ, ລ້ຽງໄກ່ ແລະ ອື່ນໆຕື່ມອີກເພື່ອສະໜອງໃຫ້ໂຄງການບໍ່ຄໍ່າ, ໃຫ້ຕະຫຼາດພາຍໃນເມືອງ ແລະ ຂາຍທົ່ວໄປ.
ທົ່ວໄປ
ຮູ້ແລ້ວ!ສາເຫດທີ່ຍິ ງກັນຕາຍຍູ່ຮ້ານ ສະນຸກເກີ້

ເຫດອຸກອາດບໍ່ຢ້ານກົວຕໍ່ກົດໝາຍລາຍນີ້ ເກີດຂຶ້ນໃນຄືນວັນທີ່ 02/06/2023 ໄດ້ມີເຫດຍິງກັນຕາຍຢູ່ໜ້າຮ້ານສະນຸກເກີ ຊູໂມ ໂຕ
ໂນ ຂ້າງໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ລາຍ ເຊິ່ງຈາກການເກັບກຳຂໍ້ມູນລັບໆຂອງສາຍ

ຂ່າວພໍ້ວ່າ ຜູ້ເສຍຊີວິດເປັນເພື່ອນກັບເຈົ້າຂອງຮ້ານຊູໂມແຕ່ແບ່ງສັນປັນສ່ວນເງີນໃນທຸລະກິດບໍ່ລົງໂຕ ເຖິງຂັ້ນຜູ້ເສຍຊີວິດມາຍິງ

ລູກນ້ອງເຈົ້າຮ້ານຄັ້ງໜຶ່ງ ວານນີ້ຜູ້ກ່ຽວກໍ່ມີປັນຫາກັບລູກນ້ອງເຈົ້າຂອງຮ້ານອີກ ຈຶ່ງຖືກລູກນ້ອງເຈົ້າຂອງຮ້ານຍິງໄປ 7 ນັດ ກະສຸນສຳຄັນເຂົ້າໜ້າຜາກຜູ້ກ່ຽວຢ່າງຈັງ ເປັນເຫດໃຫ້ເສຍຊີວິດທັນທີ່(ຜູ້ເສຍຊີວິດແມ່ນຄົນໃສ່ຫມວກ)

ທົ່ວໄປ
ຊົມເຊີຍ!ຈັບກຸ່ມແກ້ງລັກ ຊັບໄດ້5ຄົນ ພ້ອມລົດອີກ4ຄັນ

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ….

ທົ່ວໄປ
ລີໂອ!ແນວເມສຊີ່ ຈະອອກຈາກ ປາຣີສໃນລະດູການນີ້
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป4 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ9 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ