ເຂດພັດທະນາກວມລວມໄຊເຊດຖາ ສາມາດດຶງດູດນັກລົງທຶນຕ່າງປະເທດເຂົ້າມາລົງທຶນ ໄດ້ຫລາຍກວ່າ 80 ຫົວໜ່ວຍ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເຂດພັດທະນາກວມລວມໄຊເຊດຖາ ສາມາດດຶງດູດນັກລົງທຶນຕ່າງປະເທດເຂົ້າມາລົງທຶນ ໄດ້ຫລາຍກວ່າ 80 ຫົວໜ່ວຍ

Published

on

ໂຄງການເຂດພັດທະນາກວມລວມໄຊເຊດຖາ ສາມາດດຶງດູດນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນຢູ່ໃນເຂດດັ່ງກ່າວ ນັບມື້ນັບຫລາຍຂຶ້ນ, ປັດຈຸບັນມີຫົວໜ່ວຍວິສາຫະກິດ ທີ່ຈົດທະບຽນເຂົ້າມາລົງທຶນທັງໝົດ 86 ຫົວໜ່ວຍ ແລະ ເປັນວິສາຫະກິດທີ່ມາຈາກ 7 ປະເທດໃນພາກພື້ນທົ່ວໂລກ ເປັນຕົ້ນ:

ບໍລິສັດ ໂຮຢາ ຂອງຍີ່ປຸ່ນ, ບໍລິສັດ ເປໂຕຣເຄມີລາວ ຈໍາກັດ, ບໍລິສັດຢາສູບ ລາວ-ຈີນ, ບໍລິສັດຄວາມຫວັງໃໝ່, ບໍລິສັດ ໂກເດິນລາວ ແລະ ບໍລິສັດອື່ນໆ ທີ່ມີຊື່ສຽງໃນພາກພື້ນ ໂດຍໄດ້ສໍາເລັດການລົງທຶນ 1,3 ຕື້ໂດລາສະຫະລັດ, ໃນນັ້ນລວມທັງການລົງທຶນພື້ນຖານໂຄງລ່າງ 600 ລ້ານໂດລະສະຫະລັດ, ຂໍ້ມູນດັ່ງກ່າວ, ລາຍງານໂດຍ ທ່ານ ຫວາງ ເຫວີຍ ຄຸນ ອຳນວຍການບໍລິສັດຮ່ວມທຶນລາວ-ຈີນ ໃນວັນທີ 24 ພະຈິກ 2020 ຜ່ານມາ.

ທ່ານ ຫວາງ ເຫວີຍ ຄຸນ ເຜີຍໃຫ້ຮູ້ວ່າ: ເຂດພັດທະນາກວມລວມໄຊເຊດຖາ ເປັນໂຄງການທີ່ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ ແຂວງຢູນນານ ຮຸ້ນສ່ວນ ຈຳກັດ ກັບ ອົງການນະຄອນຫລວງວຽງຈັນ ຮ່ວມທຶນກັນຕັ້ງຂຶ້ນ ແລະ ເປັນໂຄງການຮ່ວມມືລະດັບປະເທດທີ່ສອງລັດຖະບານລາວ-ຈີນ ໄດ້ຮັບຮູ້ຮ່ວມກັນ.

ພ້ອມນີ້, ຍັງເປັນເຂດເສດຖະກິດການຄ້າຕ່າງປະເທດແຫ່ງດຽວຂອງຈີນ ຢູ່ໃນ ສປປ ລາວ, ເຊິ່ງເຂດດັ່ງກ່າວ ຕັ້ງຢູ່ໃຈກາງເມືອງຂອງນະຄອນຫລວງວຽງຈັນ ກວມເນື້ອທີ່ທັງໝົດ 1.149 ເຮັກຕາ, ແຜນງານການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ.

ການພັດທະນາຂອງໂຄງການ ແມ່ນສຸມໃສ່ການພັດທະນາຂະແໜງການອຸດສາຫະກໍາ ແລະ ການພັດທະນາເປັນຕົວເມືອງແບບກົມກຽວກັນ ໂດຍການແບ່ງວຽກງານກໍ່ສ້າງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ແມ່ນສຸມໃສ່ການພັດທະນາໃນຂະແໜງການອຸດສາຫະກໍາ, ໄລຍະທີ 2 ແລະ 3 ແມ່ນພັດທະນາໃນຂະແໜງການຂົນສົ່ງ, ເຂດການຄ້າ, ເຂດທີ່ຢູ່ອາໄສ, ເຂດທ່ອງທ່ຽວ ແລະ ຈະພະຍາຍາມສ້າງເປັນຕົວເມືອງໃໝ່ຂອງນະຄອນຫລວງວຽງຈັນ ແລະ ຄາດວ່າຈະໃຫ້ສຳ ເລັດພາຍໃນປີ 2030.

ທ່ານ ຫວາງ ເຫວີຍ ຄຸນ ກ່າວຕື່ມວ່າ: ໃນປັນຈຸບັນ, ທາງໂຄງການໄດ້ສໍາເລັດການພັດທະນາພື້ນຖານໂຄງລ່າງ ກວມເອົາເນື້ອທີ່ 400 ເຮັກຕາ, ລວມທັງຜົນສໍາເລັດການກໍ່ສ້າງ ໃນໄລຍະທີ 1 ເຊັ່ນ: ບັນດາເສັ້ນທາງເຊື່ອມຈອດ, ເຂດສີຂຽວ, ລະບົບທໍ່ນໍ້າລວມ, ໂຄງການສະຖານີໄຟຟ້າ 115 ກວ.

ພ້ອມທັງສໍາເລັດການກໍ່ສ້າງໂຮງງານມາດຕະຖານ ໂດຍມີເນື້ອທີ່ 80.000 ຕາແມັດ, ສຳເລັດການກໍ່ສ້າງຕຶກຫໍພັກພະນັກງານ ເພື່ອຮອງຮັບ ແລະ ສາມາດຕອບສະໜອງຄວາມຕ້ອງການ ດ້ານການບໍລິການພື້ນຖານໃຫ້ບັນດາວິສາຫະກິດຕ່າງໆໃນເຂດ.

ນອກ ຈາກນີ້, ໂຄງການເຂດພັດທະນາຂອງພວກເຮົາ ກໍາລັງດໍາເນີນວຽກງານການພັດທະນາໂຄງການ ໃນໄລຍະທີ 2 ແລະ 3 ຄື ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການກໍ່ສ້າງເຂດລິເລີ່ມຕົວເມືອງໃໝ່ ສຳເລັດແລ້ວປະມານ 60%.

ເຂດພັດທະນາດັ່ງກ່າວນີ້, ຍັງໄດ້ສ້າງເງື່ອນໄຂໜຶ່ງໃນການພັດທະນາ ໃຫ້ວຽກການຂະແໜງອຸດສາຫະກໍາຂອງ ສປປ ລາວ ໃຫ້ມີຄວາມອຸດົມສົມບູນຂຶ້ນກວ່າເກົ່າ. ພ້ອມນັ້ນ, ຢູ່ໃນໂຄງການຂອງເຂດພັດທະນາ ຍັງໄດ້ສ້າງວຽກເຮັດງານທຳຫລາຍກວ່າ 1.800 ຄົນແລ້ວ ແລະ ໃນທ້າຍປີນີ້ ຈະສາມາດສ້າງວຽກເຮັດງານທຳໄດ້ຫລາຍກວ່າ 5.000 ກວ່າຄົນ.

ໃນຊຸມປີມໍ່ມານີ້, ພາຍໃຕ້ການເອົາໃຈໃສ່ ແລະ ສະໜັບສະໜູນຂອງສອງລັດຖະບານລາວ-ຈີນ, ເຂດພັດທະນາກວມລວມໄຊເຊດຖາ ແມ່ນໄດ້ບັນລຸຜົນສໍາເລັດແລ້ວບາງໜາກຜົນ. ແຕ່ວ່າມາຮອດປີນີ້, ຍ້ອນການລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ເຂດພັດທະນາ ໄດ້ຮັບຜົນກະທົບຫລາຍພໍສົມຄວນ ເປັນຕົ້ນ

ດ້ານວຽກງານການດຶງດູດນັກລົງທຶນ ແລະ ວຽກງານການກໍ່ສ້າງ, ຕົວເລກຂອງວິສາຫະກິດໃໝ່ທີ່ເຂົ້າມາສໍາຫລວດ ແລະ ເຊັນສັນຍາ ຖ້າທຽບກັບປີກາຍໃນໄລຍະດຽວກັນນີ້ ແມ່ນຫລຸດລົງຫລາຍຢ່າງເຫັນໄດ້ແຈ້ງ, ຜົນກະທົບທີ່ໄດ້ຮັບສ່ວນຫລາຍ ແມ່ນບຸກຄະລາກອນ ແລະ ການນຳເຂົ້າວັດຖຸຕ່າງໆ. ນອກຈາກນີ້, ຄວາມຄືບໜ້າຂອງການກໍ່ສ້າງບາງພາກສ່ວນ ໃນເຂດພັດທະນາມີຄວາມຫລ້າຊ້າເຊັ່ນດຽວກັນ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້