ຂ່າວກິລາ
ມາຮູ້ຈັກ! ທິບພະຈັນ ນັກເຕະອະນາຄົດໄກຂອງແຂວງຈໍາປາສັກ ຜູ້ຍິງປະຕູດັບຝັນ ນະຄອນຫຼວງ ແລະ ຫຼວງພະບາງ

ປະຕິເສດບໍ່ໄດ້ວ່າ ທິບພະຈັນ ຄໍາໃບອ່ອນ ນັກເຕະດາວເດັ່ນຊາວແຂວງຈໍາປາສັກ ເປັນນັກເຕະທີ່ຍິງປະຕູດັບຝັນ ທີມບານເຕະຊາຍນະຄອນຫຼວງວຽງຈັນ ໃນຮອບ 4 ທີມ ແລະ ຫຼວງພະບາງ ໃນຮອບຊີງຊະນະເລີດ ຈົນເຮັດໃຫ້ ລາວຄວ້າດາວຍິງສູງສຸດໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020.

.

ທິບພະຈັນ ລົງສະໜາມ 7 ນັດຍິງໄດ້ 5 ປະຕູຄວ້າດາວຍິງສູງສຸດຮ່ວມກັບ ສັງວອນ ພິມມະເສນ ກອງໜ້າປະສົບການສູງຂອງທີມແຂວງຈໍາປາສັກ.

.

.

5 ປະຕູຂອງ ທິບພະຈັນ ຍິງໄດ້ 1 ປະຕູນັດຊະນະ ເຊກອງ 4-3 ແລະ ຍິງໄດ້ 1 ປະຕູນັດທີ່ຊະນະ ແຂວງວຽງຈັນ 3-1 ໃນຮອບແບ່ງກຸ່ມ; ສ່ວນຮອບ 4 ທີມສຸດທ້າຍ ທິບພະຈັນ ກາຍເປັນພະເອກຂອງ ແຂວງຈໍາປາສັກ ເມື່ອຍິງ 2 ປະຕູລວດຊ່ວຍໃຫ້ທີມພິກຊະນະ ນະຄອນຫຼວງວຽງຈັນ 2-1 ຜ່ານເຂົ້າຮ່ວມຊີງຊະນະເລີດ.

ນັດຊີງຊະນະເມື່ອທ້າຍອາທິດ ທີ່ຜ່ານມາ ທິບພະຈັນ ຍັງກາຍເປັນພະເອກຂອງທີມແຂວງຈໍາປາສັກ ຫຼັງຈາກທີ່ຕາມຫຼັງ 0-1 ກ່ອນທີ່ໄລຍະຕົ້ນເກມຂອງເຄິ່ງເວລາທີ 2 ທິບພະຈັນ ຈະມາຍິງປະຕູຕີສະເໝີໃຫ້ກັບ ແຂວງຈໍາປາສັກ ໄລ່ສະເໝີກັບ ແຂວງຫຼວງພະບາງ 1-1 ຈົນຕ້ອງໄປຕັດສິນດ້ວຍການດວນຈຸດໂທດ ແລະ ໃນໄລຍະຍິງຈຸດໂທດ ທິບພະຈັນ ກໍຍິງໃຫ້ກັບ ແຂວງຈໍາປາສັກ ຂຶ້ນນໍາ 2-1 ກ່ອນທີ່ສຸດທ້າຍຈໍາປາສັກ ຈະຊະນະໄປ 3-2 ຄວ້າແຊັມໄປຄອງ.

ທິບພະຈັນ ອາຍຸ16ປີ ເກີດວັນທີ 2 ເດືອນສິງຫາ 2004 ເປັນນັກເຕະທີ່ຮູບຮ່າງນ້ອຍ, ແຕ່ມີຄວາມວ່ອງໄວ ແລະ ຫາຊ່ອງໄດ້ດີ ຫຼັງຈົບການແຂ່ງຂັນ ທິບພະຈັນ ເຖິງກັບຮ້ອງໄຫ້ ແລະ ໃຫ້ສໍາພາດດ້ວຍນໍ້າທ່າມກາງຄວາມດີໃຈ ທີ່ໄດ້ແຊັມກັບທີມແຂວງຊຸດໃຫຍ່ ຄັ້ງປະຫວັດສາດ.
ທິບພະຈັນ ເລົ່າຕໍ່ທີມຂ່າວເສດຖະກິດ-ການຄ້າ ວ່າ: ຈຸດເລີ່ມຕົ້ນການຫລີ້ນບານເຕະແມ່ນເລີ່ມແຕ່ຍັງນ້ອຍອາຍຸ 7 ປີຕາມບ້ານເກີດ ກ່ອນທີ່ຈະໄດ້ຫຼິ້ນໃຫ້ກັບທີມໂຮງຮຽນຕອນຕົ້ນມັດທະຍົມ ບ້ານກາງ ນະຄອນປາກເຊ ແຂວງຈໍາປາສັກ, ຈົນມາເຖິງປີ 2014 ໄດ້ຕິດທີມອາຄາເດມີ ໄອດີຊີ ຈຳປາສັກ ຮຸ່ນອາຍຸບໍ່ເກີນ 10, 12, 14 ແລະ 17 ປີ.

“ ຈົດຮອດໃນປີ 2018 ໄດ້ໄປຄັດເລືອກທີມຊາດລາວ ແລະ ສາມາດຕິດທິມຊາດ ຮຸ່ນອາຍຸບໍ່ເກີນ 15 ປີລາຍການເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ແລະ ໃນປີ 2019 ໄດ້ຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ເຂົ້າຮ່ວມການແຂ່ງຂັນບານເຕະລາຍການຊີງແຊັມ ແລະ ກ່ອນໜ້າໃນຕົ້ນປີ 2020 ໄດ້ຍ້າຍໄປໃນລາວລີກ 2 ໃຫ້ກັບ ກະຣູດາ ແລະ ປັດຈຸບັນຍ້າຍກັບມາເຕະໃຫ້ກັບທີມ ໄອດີຊີ ປີ່ນແກ້ວ ເຂົ້າຮ່ວມການແຂ່ງຂັນບານເຕະໃນລາຍການວັນຊາດທີ 2 ທັນວາ ທີ່ນະຄອນປາກເຊ ແຂວງຈໍາປາສັກ . ຫຼ້າສຸດຕິດທີມປະສົມແຂວງຈຳປາສັກ ຂຶ້ນມາແຂ່ງຂັນບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງ.

.

ສໍາລັບ ທິບພະຈັນ ຖືເປັນນັກເຕະທີ່ແຈ້ງເກີດໃນວົງການບານເຕະທົ່ວປະເທດ ຄັ້ງນີ້ໄດ້ຢ່າງເຕັມຕົວລົງສະໜາມໄປ 7 ນັດຍິງ 5 ປະຕູຄວ້າດາວຍິງສູງສຸດຂອງການແຂ່ງຂັນບານເຕະທົ່ວປະເທດ. ພາລະກິດຕໍ່ໄປຂອງ ທິບພະຈັນ ຄືລຸ້ນຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີເປັນຄັ້ງທໍາອິດ ໂດຍປັດຈຸບັນແມ່ນຕິດ 1 ໃນ 35 ຄົນສຸດທ້າຍ ກ່ອນຄັດໃຫ້ເຫຼືອ 25 ຄົນສຸດທ້າຍ ເພື່ອກຽມໄປຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮອບສຸດທ້າຍທີ່ປະເທດອຸດສະເບກິດສະຖານ ທີ່ເລື່ອນການແຂ່ງຂັນອອກໄປ.

.

ຂ່າວ-ພາບ: ຄໍາສອນ, ສອນໄຊ ເສດຖະກິດ-ການຄ້າ
ຂ່າວກິລາ
ລາວມີຫວັງ ຍັງມີໂອກາດໄປ ບານໂລກປີ 2026 ໂຄຕ້າອາຊີຈະໄດ້ເພີ່ມອີກ 4 ທີມ ເປັນ 8 ທີມ

ຮູບແບບໃໝ່ໃນການແຂ່ງຂັນ FIFA World Cup 2026 ມີລາຍລະອຽດດັ່ງນີ້:
– 48 ທີມ (16 ທີມໃນເອີຣົບ)

– ໂຄຕ້າອາຊີ ເພີ່ມຈາກ 4 ເປັນ 8 ທີມ + Play Off (ແນ່ນອນວ່າຖ້າລາວສາມາດຕິດ 1 ໃນ 8 ຂອງອາຊີມີສິດໄດ້ເຂົ້າຮ່ວມບານໂລກ 2026)

– ແຂ່ງຂັນໃນ 16 ເມືອງຂອງປະເທດເຈົ້າພາບ (ສ.ອາເມບິກາ, ການາດາ ແລະ ແມັກຊິກ)
– 12 ກຸ່ມ ກຸ່ມລະ 4 ທີມ
– ອັນດັບ 1 ແລະ 2 ຜ່ານເຂົ້າຮອບ + 8 ທີມ ອັນດັບ 3 ທີ່ດີທີ່ສຸດ

– ຮອບ Knock Out ຮອບທຳອິດ ຈະມີທັງໝົດ 32 ທີມ.
– ຈະແຂ່ງຂັນທັງຫມົດ 104 ເກມ
ທີ່ມາ: Gazzetta Dello Sport
ຂ່າວກິລາ
ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ແລະ ທີມຊາດອາເຈນຕິນາ ປະທັບລົງໃນໃບເງິນ ພາຍຫຼັງໄດ້ຮັບໄຊຊະນະຈາກການແຂ່ງຂັນບານໂລກ2022 ທີ່ປະເທດກາຕາ.

…..

Cr: Argentina Football Association – AFA
ຂ່າວກິລາ
ຊຽງຂວາງເກມ ໜາວເທົ່າໃດ ກໍ່ສູ້ໄດ້ ເພາະມີຜ້າຮົ່ມໄປນຳ

ໜາວກະໜາວ ກິລາກະຢາກເບິ່ງພາບກອງເຊຍໃນຊຽງຂວາງເກມ 2022.

…..

….

…..

…..

ຮູບພາບ: ຊຽງຂວາງອັບເດດ
-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ12 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ