ຂ່າວກິລາ
ແຂວງຈໍາປາສັກຈະມອບເງິນລາງວັນ ແລະ ເງິນປະກອບສ່ວນຈາກສັງຄົມທັງໝົດ 450 ລ້ານກີບ ໃຫ້ເປັນຂອງຂັວນນັກກິລາ ແລະຄູຝຶກ

ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ,ຫົວໜ້າອົງການໄອຍະການປະຊາຊົນແຂວງ, #ປະທານສະຫະພັນກິລາບານເຕະແຂວງຈໍາປາສັກໃຫ້ສໍາພາດວ່າ:ສະຫະພັນກິລາບານເຕະແຂວງຈໍາປາສັກຈະມອບເງິນລາງວັນຈໍານວນ 100 ລ້ານກີບ ຊຶ່ງແມ່ນເງິນລາງວັນຊະນະເລີດກິລາບານເຕະສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແລະ ເງິນໄດ້ຈາກການປະກອບສ່ວນຂອງສັງຄົມຈໍານວນ 350 ລ້ານກີບ ລວມເປັນ 450 ລ້ານກີບ ໃຫ້ເປັນຂອງນັກກິລາ ແລະ ຄູຝຶກບານເຕະຊາຍທັງໝົດ ໂດຍທີ່ສະຫະພັນ ບໍ່ໄດ້ແບ່ງປັນເອົານໍາຈັກກີບ.ທັງນີ້ກໍເພື່ອເປັນການປະຕິບັດນະໂຍບາຍ,ຍ້ອງຍໍຊົມເຊີຍ ແລະ ຊຸກຍູ້ກໍາລັງໃຈໃຫ້ແກ່ນັກກິລາບານເຕະຊາຍ ທີ່ສາມາດຍາດໄດ້ #ຊະນະເລີດຄອງຂັນບານເຕະທົ່ວປະເທດນໍາກຽດ ຊື່ສຽງມາສູ່ຊາວແຂວງຈໍາປາສັກ.ແຕ່ສໍາລັບການແບ່ງປັນມອບເງິນຕົວຈິງພ້ອມນະໂຍບາຍດ້ານຕ່າງໆຈະມີຂຶ້ນຢ່າງສົມກຽດໃນພິທີສະຫຼຸບຜົນການເຂົ້າຮ່ວມແຂ່ງຂັນຢ່າງເປັນທາງການ ຊຶ່ງຈະຈັດຂຶ້ນໃນມໍ່ໆນີ້.

.

ເງິນທັງໝົດທີ່ຈະມອບໃຫ້ນັກກິລາ,ຄູຝຶກ ແລະຄະນະມີຈໍານວນທັງໝົດ 27 ຄົນ.ຖ້າສະເລ່ຍຈະໄດ້ຮັບຄົນລະປະມານ 16 ລ້ານ 6 ແສນກີບ.
ສໍາລັບຢູ່ໃນໄລຍະການແຂ່ງຂັນຜ່ານມາທາງສະຫະພັນກິລາບານເຕະກໍໄດ້ມອບເງິນການປະກອບສ່ວນຈາກສັງຄົມໃກ້ແກ່ນັກກິລາໄປແລ້ວຈໍານວນ 2 ຊຸດລວມເປັນເງິນ 66 ລ້ານກີບ.

.

.

ທ່ານ ແກ້ວລັດຕະນະ ສີຫາວົງ ປະທານສະຫະພັນກິລາບານເຕະແຂວງຈໍາປາສັກ ກ່າວອີກວ່າ:ປະຈຸບັນທາງສະຫະພັນກິລາບານເຕະ ໄດ້ຢຸດເຊົາການລະດົມທຶນໃຫ້ແກ່ການແຂ່ງຂັນກິລາບານເຕະແລ້ວ, ແຕ່ຖ້າພາກສ່ວນໃນທີ່ຍັງຢາກປະກອບສ່ວນຊົມເຊີຍຜົນສໍາເລັດຂອງນັກກິລາທີ່ສາມາດຄອງຂັນຊະນະເລີດ ແມ່ນສາມາດມອບໄດ້ທີ່ຫ້ອງວ່າການແຂວງຈໍາປາສັກ.ເພື່ອຈະໄດ້ນໍາໄປມອບຕໍ່ໃຫ້ແກ່ນັກກິລາ ອັນເປັນການປະກອບສ່ວນພັດທະນາກິລາບານເຕະຂອງແຂວງຈໍາປາສັກໃຫ້ດີຂື້ນໄປເລື້ອຍໆ.
ສ່ວນອາການບາດເຈັບຂອງ ທ້າວ ອຸດົມສິດ ສິງລາດສົມບູນ ນໍ້າເບີ 7 ທີ່ບາດເຈັບໃນນັດຊີງຊະນະເລີດກັບແຂວງຫຼວງພະບາງນັ້ນ, ທາງສະຫະພັນກໍໄດ້ຕິດຕາມຢ່າງໃກ້ຊິດຕະຫຼອດມາ.ຊຶ່ງເບື້ອງຕົ້ນໄດ້ປິ່ນປົວຢູ່ໂຮງໝໍ ທີ່ນະຄອນຫຼວງວຽງຈັນ.ປະຈຸບັນອາກາດໄດ້ດີຂື້ນເປັນປົກກະຕິ ແລະ ອອກຈາກໂຮງໝໍກັບຄືນສູ່ບ້ານເກີດແລ້ວ.

ເກດສະໜາ ແກ້ວສຸວັນນະແສງ
ຂ່າວກິລາ
ລາວມີຫວັງ ຍັງມີໂອກາດໄປ ບານໂລກປີ 2026 ໂຄຕ້າອາຊີຈະໄດ້ເພີ່ມອີກ 4 ທີມ ເປັນ 8 ທີມ

ຮູບແບບໃໝ່ໃນການແຂ່ງຂັນ FIFA World Cup 2026 ມີລາຍລະອຽດດັ່ງນີ້:
– 48 ທີມ (16 ທີມໃນເອີຣົບ)

– ໂຄຕ້າອາຊີ ເພີ່ມຈາກ 4 ເປັນ 8 ທີມ + Play Off (ແນ່ນອນວ່າຖ້າລາວສາມາດຕິດ 1 ໃນ 8 ຂອງອາຊີມີສິດໄດ້ເຂົ້າຮ່ວມບານໂລກ 2026)

– ແຂ່ງຂັນໃນ 16 ເມືອງຂອງປະເທດເຈົ້າພາບ (ສ.ອາເມບິກາ, ການາດາ ແລະ ແມັກຊິກ)
– 12 ກຸ່ມ ກຸ່ມລະ 4 ທີມ
– ອັນດັບ 1 ແລະ 2 ຜ່ານເຂົ້າຮອບ + 8 ທີມ ອັນດັບ 3 ທີ່ດີທີ່ສຸດ

– ຮອບ Knock Out ຮອບທຳອິດ ຈະມີທັງໝົດ 32 ທີມ.
– ຈະແຂ່ງຂັນທັງຫມົດ 104 ເກມ
ທີ່ມາ: Gazzetta Dello Sport
ຂ່າວກິລາ
ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ແລະ ທີມຊາດອາເຈນຕິນາ ປະທັບລົງໃນໃບເງິນ ພາຍຫຼັງໄດ້ຮັບໄຊຊະນະຈາກການແຂ່ງຂັນບານໂລກ2022 ທີ່ປະເທດກາຕາ.

…..

Cr: Argentina Football Association – AFA
ຂ່າວກິລາ
ຊຽງຂວາງເກມ ໜາວເທົ່າໃດ ກໍ່ສູ້ໄດ້ ເພາະມີຜ້າຮົ່ມໄປນຳ

ໜາວກະໜາວ ກິລາກະຢາກເບິ່ງພາບກອງເຊຍໃນຊຽງຂວາງເກມ 2022.

…..

….

…..

…..

ຮູບພາບ: ຊຽງຂວາງອັບເດດ
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ