ທາງ​ດ່ວນ…! ຫ້ວຍ​ຊາຍ-​ບໍ່​ເຕັນ ແລະ ນະຄອນຫລວງ-​ປາກ​ເຊ ພວມຢູ່ໃນຂັ້ນຕອນສຶກສາ

ສະຫາຍ ນາງ ວິໄລ​ຄຳ ໂພ​ສາ​ລາດ ຄະນະ​ປະຈຳປະທານ​ກວດກາ​ພັກ ຮອງ​ລັດຖະ ມົນຕີ​ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ໄດ້​ຕາງ ໜ້າ​ໃຫ້​ຄະນະ​ພັກ, ຄະ​ນະນໍາ ຕະຫຼອດ​ຮອດ​ສະມາຊິກ​ພັກ, ພະນັກງານ ທົ່ວ​ຂະແໜງ ຍທຂ ໄດ້​ໃຫ້​ສໍາ​ພາດ​ກ່ຽວ​ກັບ ວຽກງານພັດທະນາ​ໂຄງ​ລ່າງ​ພື້ນຖານ​ຄົມມະນາຄົມ​ຕໍ່​ນັກ​ຂ່າວ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ວຽກ​ງານ​ຍົກ​ລະດັບ ແລະ ພັດທະນາ​ໂຄງ​ລ່າງ​ພື້ນຖານ​ຄົມມະນາຄົມ ໄດ້​ສືບ​ຕໍ່​ເອົາໃຈໃສ່​ປັບປຸງ ຍົກ​ລະດັບ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ໃຫ້​ໄດ້​ມາດຕະຖານ​ອາ​ຊຽນ ຫຼື ທຽບ​ເທົ່າ​ກັບ​ບັນດາ​ປະເທດ​ອ້ອມ​ຂ້າງ ແລະ ເຊື່ອມ​ຈອດ​ທາງ​ຫຼວງ​ແຫ່ງ​ຊາດ​ກັບ​ທາງ​ຫຼວງ​ທ້ອງຖິ່ນ ແລະ ເຂົ້າ​ເຂດ​ຈຸດ​ສຸມ​ການ​ຜະ​ລິດ

ໃນ​ນີ້, ເສັ້ນທາງ​ອະນຸ​ພາກ​ພື້ນ​ທີ່​ເປັນ​ແລວ​ເສດຖະກິດ ເຊື່ອມ​ຈອດ​ຕາເວັນ​ອອກ​ຕາເວັນຕົກ ແລະ ເໜື​ອ-​ໃຕ້ ແມ່ນ​ໄດ້​ສໍາ​ເລັດ​ການ​ກໍ່ສ້າງ​ເສັ້ນທາງ 13 ເ​ໜືອ (ໄລ​ຍະ​ແຕ່​ອຸດົມ​ໄຊ​- ປາກ​ມອງ), ການ​ສ້ອມແປງ​ທາງ​ເລກ 9 (ນະຄອນ​ໄກສອນ​ ພົມ​ວິ​ຫານ​-​ຊາຍ​ແດນ​ຫວຽດນາມ), ກໍ່ສ້າງ​ທາງ 16B (ເຊ​ກອງ​-​ດາກ​ຈຶ​ງ-​ຊາຍ​ແດນ​ຫວຽດນາມ), ກໍ່ສ້າງ​ທາງ​ເລກ 1A (ບຸນ​ເ​ໜື​ອ- ລານ​ຕຸຍ); ສໍາ​ເລັດ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໂຄງການ​ກໍ່ສ້າງ ທາງ​ເລກ 8 ແລະ ທາງ​ເລກ 12; ພວມ​ຈັດ​ຕັ້ງ​ປະຕິບັດ​ໂຄງການ ກໍ່ສ້າງ​ຂະຫຍາຍ​ເສັ້ນທາງ 13 ເໜືອ (ໄລ​ຍະ​ແຕ່ວຽງຈັນ​-​ໂພນ​ໂຮງ) ແລະ ໂຄງການ​ກໍ່ສ້າງ​ທາງ​ດ່ວນ​ວຽງ​ຈັນ​-​ບໍ່​ເຕ່ນ ​ໄລ​ຍະທີ 1 (ວຽງ​ຈັນ​-​ວັງ​ວຽງ) ສະເພາະ​ທາງ​ດ່ວນ ຫ້ວຍ​ຊາຍ-​ບໍ່​ເຕັນ ແລະ ນະຄອນຫຼວງ​ວຽງ​ຈັນ​-​ປາກ​ເຊ ແມ່ນພວມ​ຢູ່​ໃນ​ຂັ້ນ​ຕອນ​ສຶກສາ​ຄວາມ​ເປັນ​ໄປ​ໄດ້.

ສໍາ​ລັບ​ການ​ເຊື່ອມ​ຈອດ​ພາຍ​ໃນ ແມ່ນ​ພວກ​ເຮົາ​ໄດ້​ສໍາ​ເລັດ​ຫຼາຍ​ໂຄງການ ເປັນຕົ້ນ​ແມ່ນສໍາ​ເລັດການ​ກໍ່ສ້າງ​ຂະຫຍາຍ​ທາງ​ເລກ 21 (ຜາ​ເມືອງ​-​ທ່າ​ສີ), ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ໍາ​ຂອງ (ໂຄກ​ເຂົາ​ດໍ​-​ປາກ​ລາຍ), ກໍ່ສ້າງ​ທາງ 16A (ປາກ​ຊ່ອງ​-​ຫຼັກ 52 ແຂວງ ອັດ​ຕະ​ປື), ທາງ 6A ຫາງ​ລ້ອງ-​ສົບ​ເບົາ, ທາງ 6B (ສົບ​ເບົາ-​ປ່າ​ຮ່າງ), ທາງ​ເລກ 4 (ຫົງ​ສາ​-​ຊຽງ​ແມນ), ທາງ​ເມືອງ​ຊຽງ​ຮ່ອນ​-​ເມືອງ​ຄອບ​-​ກ້ອນ​ຕື່ນ, ທາງ​ເລກ 5A (ຂົວ​ນ້ໍາ​ຍອນ​-​ລ້ອງ​ແຈ້ງ​-​ຊາຍ​ແດນ​ແຂວງ​ຊຽງ​ຂວາງ) ແລະ ອື່ນໆ. ນອກ​ນີ້, ຍັງ​ໄດ້​ພັດທະນາ​ທາງ​ຫຼວງ​ແຂວງ, ທາງ​ຊົນນະບົດ, ທາງ​ເຂົ້າຫາ​ເຂດ​ເສດຖະກິດ ແລະ ຈຸດ​ສຸມ​ການ​ຜະລິດ, ດ້ວຍ​ການ​ຮ່ວ​ມມື​ກັບ​ບັນດາ​ຄູ່​ຮ່ວມ​ພັດທະນາ​ຕ່າງໆ, ມາ​ຮອດ​ປີ 2019 ສປປ ລາວ ມີ​ລະບົບ​ຕາໜ່າງ​ເສັ້ນທາງ​ທັງ​ໝົດ 58.254 ກມ, ເພີ່ມ​ຂຶ້ນ 1.922 ກມ ທຽບໃສ່​ປີ 2015 ສັງ​ລວມ​ແລ້ວ​ປັດຈຸບັນ​ມີ​ເສັ້ນທາງ​ທຽວ​ໄດ້​ຕະຫຼອດ​ປີ​ໄປ​ເຖິງ​ທຸກໆ​ເມືອງ​ໃນ​ປະ​ເທດ. ໃນ​ນີ້, ມີ​ເສັ້ນທາງ​ປູຢາງ​ໄປ​ເຖິງ​ທຸກ​ເທດສະບານ​ແຂວງ​ໃນ​ທົ່ວ​ປະເທດ ແລະ ມີ 138 ເມືອງ ມີ​ເສັ້ນທາງ​ປູຢາງ​ເຂົ້າ​ເຖິງ ຊຶ່ງ​ກວມ​ເອົາ 93,2% (ຈາກ​ທັງ​ໝົດ 148 ເມືອງ) ໃນ​ທົ່ວ​ປະ​ເທດ.

ການ​ພັດທະນາ​ການ​ຂົນ ສົ່ງ​ທາງບົກໄດ້​ພັດທະນາ ແລະ ປັບປຸງ​ຄຸນ​ນະ​ພາບ​ການ​ຂົນສົ່ງ ເພື່ອ​ເຮັດ​ໃຫ້ການ​ບໍລິການ​ດ້ວຍ​ບໍ​ລິ​ມາດ​ການ​ຂົນສົ່ງ ເພີ່ມ​ຂຶ້ນ 7% ຕໍ່​ປີ ຕາມ​ແຜນການ​ທີ່​ວາງ​ໄວ້​ຜົນ​ການ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ ເຫັນ​ວ່າ​ລະບົບ​ການ​ຂົນສົ່ງສາມາດ​ຮັບປະກັນ​ການ​ຈໍ​ລະ​ຈອນ​ສິນຄ້າ ແລະ ໂດຍສານ​ໄດ້​ໄປ​ທົ່ວ​ປະເທດ ແລະ ສາມາດ​ເຊື່ອມ​ຈອດ​ກັບ​ບັນດາ​ປະເທດ​ໃກ້​ຄຽງ​ເຊັ່ນ: ການ​ຂົນສົ່ງ​ໂດຍສານ ລະຫວ່າງ​ແຂວງ ຄື: ຈາກ​ນະຄອນຫຼວງ​ວຽງ​ຈັນ ໄປ​ຫາ​ບັນດາ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະເທດ, ປັດຈຸ​ບັນແມ່ນ​ມີ​ທັງ​​ໝົດ 71 ສາຍທາງ ແລະ ການ​ຂົນສົ່ງ​ໂດຍສານ​ລະຫວ່າງ​ແຂວງ​ດ້ວຍ​ກັນ ຈໍາ​ນວນ 119 ສາຍ ທາງ ນອກຈາກ​ນັ້ນ, ຍັງ​ມີ​ການ​ຂົນສົ່ງ​ໂດຍສານ​ພາຍ​ໃນ​ແຂວງ ພາຍ​ໃນ​ຕົວ​ເມືອງ. ການ​ຂົນສົ່ງ​ໂດຍສານ ລະຫວ່າງ​ປະເທດ ກັບ​ບັນດາ​ປະເທດ​ໃກ້​ຄຽງ, ມີ​ລົດ​ໂດຍສານ​ປະ​ຈໍາ​ທາງ ລາວ​-​ໄທ , ລາວ​-​ຈີນ, ລາວ​-​ຫວຽດນາມ ແລະ ສາຍ​ທາງ​ການ​ແລ່ນ​ລົດ​ໂດຍສານ ລາວ​-ກໍາ​ປູ​ເຈຍ ລວມ​ທັງ​​ໝົດ​ມີ 81 ສາຍ​ທາງ.

ແຫຼ່ງຂໍ້ມູນ: ປະຊາຊົນ