ຈີນ ປະກາດໄຊຊະນະພາເມືອງທຸກຍາກທົ່ວປະເທດຫລຸດພົ້ນໄດ້ສຳເລັດ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ຈີນ ປະກາດໄຊຊະນະພາເມືອງທຸກຍາກທົ່ວປະເທດຫລຸດພົ້ນໄດ້ສຳເລັດ

Published

on

ຈີນປະກາດບັນລຸຄວາມສຳເລັດໃນການຖອດເມືອງທຸກຍາກທີ່ເຫລືອທັງຫມົດອອກຈາກບັນຊີເມືອງທຸກຍາກເປັນທີ່ຮຽບຮ້ອຍ ສຳນັກຂາວຊິນຫົວລາຍງານເມື່ອວັນຈັນ (23 ພະຈິກ 2020) ລັດຖະບານມົນທົນກຸ້ຍໂຈວຊື່ງເປັນທີ່ຕັ້ງຂອງເມືອງທຸກຍາກ 9 ແຫ່ງສຸດທ້າຍຂອງຈີນປະກາດຄວາມສຳເລັດໃນການກຳຈັດຄວາມທຸກຍາກຂັ້ນສູງສຸດ

ທ່ານຫລີ່ຈ້ຽນ ຜູ້ອຳນວຍການສຳນັກງານບັນເທົາຄວາມທຸກຍາກ ແລະການພັດທະນາແຫ່ງກຸ້ຍໂຈວ ຖະແຫຼ່ງຂ່າວຕໍ່ສື່ມວນຊົນວ່າກ່ອນຫນ້ານີ້ໃນເດືອນນີ້ ຜົນການປະເມີນໂດຍກຸ່ມຫນ່ວຍງານອັນເປັນບຸກຄົນທີ່ສາມໃນທາງກົດຫມາຍ ສະແດງໃຫ້ເຫັນວ່າຄວາມທຸກຍາກໂດຍລວມໃນເມືອງທັງ 9 ແຫ່ງນີ້ຂອງມົນທົນກຸ້ຍໂຈວຫລຸດລົງເຫລືອ 0 ຂະຫນາດທີ່ອັດຕາຄວາມພໍໃຈຂອງຄົນທ້ອງຖິ່ນຢູ່ທີ່ຫລາຍກວ່າ 99 ສ່ວນຮ້ອຍ

ລາຍໄດ້ສຸດທິສະເລ່ຍຕໍ່ປີຂອງຜູ້ທຸກຍາກໃນເມືອງ 9 ແຫ່ງນີ້ເພີ່ມຂື້ນເປັນ 11,487 ຢວນ (ປະມານ 18 ລ້ານກີບ) ຊື່ງສູງກວ່າເສັ້ນຄວາມທຸກຍາກຂອງຈີນໃນປີນີ້ຊື່ງຢູ່ທີ່ 4000 ຢວນ (ປະມານ 6ລ້ານກີບ) ທັງນີ້ ຈີນໄດ້ໃຫ້ຄຳຫມັ້ນວ່າຈະກຳຈັດຄວາມທຸກຍາກຂັ້ນສູງສຸດພາຍໃນປີ 2020 ໂດຍຊ່ວງທ້າຍປີ 2019 ທີ່ຜ່ານມານັ້ນ ຈີນຫລົງເຫລືອເມືອງທາງຕາເວັນຕົກສ່ຽງເຫນືອ ຕາເວັນຕົກສ່ຽງໃຕ້ ແລະທາງໃຕ້ທີ່ຍັງມີຊື່ຢູ່ໃນບັນຊີເມືອງທຸກຍາກລວມ 52 ແຫ່ງ

ການຖອດລາຍຊື່ເມືອງທີ່ທຸກຍາກອອກໄປທັງຫມົດບົ່ງຊີ້ວ່າຈີນໄດ້ແກ້ໄຂບັນຫາຄວາມທຸກຍາກຂັ້ນສູງສຸດທີ່ມີມາຍາວນານນັບພັນປີສຳເລັດແລ້ວ ທ່ານເກົາກັງ ນັກວິໄຈຈາກສະຖາບັນ ສັງຄົມສາດແຫ່ງກຸ້ຍໂຈວກ່າວພ້ອມເສີມວ່າ ສິ່ງນີ້ຍັງມີຄວາມຫມາຍວ່າຈີນເຂົ້າສູ່ໄລຍະໃຫ່ມຂອງການພັດທະນາແລ້ວ

ທ່ານກ່າວຕື່ມວ່າ ໃນຂັ້ນຕອນການພັດທະນາໃຫ່ມນີ້ຈີນຄວນເພີ່ມຄວາມພະຍາຍາມໃນການຟື້ນຟູຊົນນະບົດເພື່ອເຮັດໃຫ້ຄວາມສຳເລັດໃນການບັນເທົາຄວາມທຸກຍາກນັ້ນເຂັ້ມແຂງຕໍ່ໄປ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້