ເລື່ອງລາວປະທັບໃຈໃນຍົນ ອ້ອມກອດຂອງສາວແອສະກາຍເວ – ສື່ລາວ.ຄອມ
Connect with us

ທົ່ວໄປ

ເລື່ອງລາວປະທັບໃຈໃນຍົນ ອ້ອມກອດຂອງສາວແອສະກາຍເວ

Published

on

ເລື່ອງມີຢູ່ວ່າ: ແລກໆຈະເວົ້າເລື່ອງການໃຊ້ເວລາໃນການເດີນທາງ ວຽງຈັນ – ປາກເຊ ໃຊ້ເວລາ 1 ຊົ່ວໂມງ 30 ນາທີ ໃຊ້ເວລາດົນສົມຄວນ ມື້ທີ່ຂ້ອຍໄປບິນ ວຽງຈັນ – ປາກເຊ ທີ 08/11/2020 ມີສາວຫວຽດນ້ອຍຄົນໜື່ງ ຂື້ນຍົນມາກັບແມ່ ເປັນຄົນສັນຊາດຫວຽດນາມ ວິນາທີທີ່ໆລາວຂື້ນຍົນມາຈະໄຫ້ ບໍ່ຍອມຢູ່ກັບໃຜ ແມ້ກະທັ່ງແມ່ຂອງລາວເອງ ແຕ່ຍອມຢູ່ກັບສາວແອຮູບທີ່1 ຈະແມ່ນນາງມາແຕ່ ປາກເຊ – ວຽງຈັນ ( ມາຢາມພີ່ນ້ອງເພີ່ນ ) ຂ້ອຍອຸ້ມເອົານາງຈົນນອນຫຼັບໆສະນິດເລີຍ ຈົນກະທັ່ງຍົນໃກ້ຊິ

ລົງຂ້ອຍຈື່ງໄປສົ່ງໃຫ້ແມ່ເພີ່ນ ຮູບທີ່2 ແມ່ນນາງຂື້ນແຕ່ວຽງຈັນ – ປາກເຊ ທີ 10/11/2020 ( ກັບບ້ານ ເພີ່ນອາໄສຢູ່ປາກເຊ )
ຕອນແລກທີ່ຂື້ນຍົນມາ ນາງຈະບໍ່ໄຫ້ ນັ່ງກັບແມ່ປົກກະຕິ ແຕ່ວິນາທີທີ່ອັດປະຕູຍົນແລ້ວ ໄຫ້ສຽງດັງແຮງ ໄຫ້ຈົນຜູ້ໂດຍສານຫຼຽວມາເບີ່ງໝົດທຸກຄົນ ຂ້ອຍເອງກໍ່ຍ່າງກວດໂດຍສານ ບອກໂດຍສານຫັດສາຍແອວບ່ອນນັ່ງ, ປິດໂທລະສັບມືຖື… ຕາມປົກກະຕິທີ່ບິນທຸກໆມື້ເວລາຊິສາທິດວິທີນໍາໃຊ້ອຸປະກອນສຸກເສີນ ແລະ ປະຕູທາງອອກສຸກເສີນ ສຽງປະກາດ ແລະ ສຽງໄຫ້ປະປົນກັນໄປ ຫຼັງຈາກນັ້ນ ນັກບິນໃຫ້ສັນຍານ Take off ຫຼື ສັນຍານເອົາຍົນຂື້ນ

ໃນຂະນະນັ້ນເອງ ສາວຫວຽດນ້ອຍໄຫ້ຂື້ນອີກ ເພີ່ນເວົ້າວ່າຢ້ານ ໄຫ້ດັງ ແລະ ແຮງສຸດໆໄປເລີຍ ຂ້ອຍເອງກະບໍ່ຮູ້ຊິເຮັດແນວໃດ ໃນຕອນນັ້ນຍົນກຳລັງເລັ່ງຂື້ນອີກ ກໍ່ມີແຕ່ນັ່ງ ເພື່ອຄວາມປອດໄພຂອງໂຕເອງ ຟັງສຽງສາວຫວຽດນ້ອຍໄຫ້ໄປນໍາຈົນນັກບິນໃຫ້ສັນຍານ Seatbelt off ຂ້ອຍກໍ່ຍ່າງໄປເບີ່ງ ແລ້ວນາງກໍ່ຍັງໄຫ້ບໍ່ເຊົາ ກະເລີຍຍື້ມືໄປອຸ້ມເອົານາງ ປະກົດວ່ານາງຈື່ຂ້ອຍໄດ້ ໄຫ້ແລ້ວມາຫາຂ້ອຍ ຂ້ອຍໄດ້ອຸ້ມເອົານາງ ແລະ ກອດນາງເອົາໄວ້ ຄືໃນຮູບ ນາງກໍ່ຈະກອດແບບແໜ້ນໆ ຢ້ານແຮງ

ອຸ້ມແບບນີ້ ຈົນນາງຫຼັບສະນິດ ຈື່ງນັ່ງໄດ້ ຖ້ານາງບໍ່ຫຼັບສະນິດ ເວລາຂ້ອຍນັ່ງ ນາງຈະໄຫ້ ກະເລີຍຢືນອຸ້ມຈົນນາງຫຼັບສະນິດ ຈື່ງນັ່ງໄດ້ ນາງຫຼັບສະນິດແລ້ວ ກະເລີຍເອົາໄປສົ່ງໃຫ້ແມ່ເພີ່ນ ຫຼັບຈົນຍົນລົງເລີຍບາດນິ ແລະ ສຸດທ້າຍ ເວລາລົງສູ່ສະໜາມບິນສາກົນປາກເຊ ນາງກໍ່ຕື່ນ ແລ້ວເວລາລົງຍົນ ແມ່ເພີ່ນ ຂອບໃຈເດີ້ ຂອບໃຈຫຼາຍໆ ຂອບໃຈ

ທີ່ຊ່ວຍນ້ອງເດີ້ເອື້ອຍ ນາງສາວຫວຽດນ້ອຍກໍ່ຍີ້ມແລ້ວໂບກມືບາຍໆໃສ່ຂ້ອຍ ເລື່ອງນີ້ສອນໃຫ້ຮູ້ວ່າ ເປັນສາວແອຢ່າງດຽວບໍ່ໄດ້ເພາະຈະມີເຫດການໃໝ່ໆມາໃຫ້ເຮົາຮັບມືກັບມັນສະເໝີ ເປັນສາວແອບໍ່ໄດ້ຍາກຢ່າງທີ່ຄິດ ແຕ່ ເປັນແຟນສາວແອຍາກກວ່າຍອກໆ

Continue Reading

ທົ່ວໄປ

ຮູ້ແລ້ວ!ສາເຫດທີ່ຍິ ງກັນຕາຍຍູ່ຮ້ານ ສະນຸກເກີ້

Published

on

By

ເຫດອຸກອາດບໍ່ຢ້ານກົວຕໍ່ກົດໝາຍລາຍນີ້ ເກີດຂຶ້ນໃນຄືນວັນທີ່ 02/06/2023 ໄດ້ມີເຫດຍິງກັນຕາຍຢູ່ໜ້າຮ້ານສະນຸກເກີ ຊູໂມ ໂຕ

ໂນ​ ຂ້າງໂຮງໝໍ 150 ຕຽງ​ ນະຄອນຫລວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ລາຍ ເຊິ່ງຈາກການເກັບກຳຂໍ້ມູນລັບໆຂອງສາຍ

ຂ່າວພໍ້ວ່າ ຜູ້ເສຍຊີວິດເປັນເພື່ອນກັບເຈົ້າຂອງຮ້ານຊູໂມແຕ່ແບ່ງສັນປັນສ່ວນເງີນໃນທຸລະກິດບໍ່ລົງໂຕ ເຖິງຂັ້ນຜູ້ເສຍຊີວິດມາຍິງ

ລູກນ້ອງເຈົ້າຮ້ານຄັ້ງໜຶ່ງ ວານນີ້ຜູ້ກ່ຽວກໍ່ມີປັນຫາກັບລູກນ້ອງເຈົ້າຂອງຮ້ານອີກ ຈຶ່ງຖືກລູກນ້ອງເຈົ້າຂອງຮ້ານຍິງໄປ 7 ນັດ ກະສຸນສຳຄັນເຂົ້າໜ້າຜາກຜູ້ກ່ຽວຢ່າງຈັງ ເປັນເຫດໃຫ້ເສຍຊີວິດທັນທີ່(ຜູ້ເສຍຊີວິດແມ່ນຄົນໃສ່ຫມວກ)

Continue Reading

ທົ່ວໄປ

ຊົມເຊີຍ!ຈັບກຸ່ມແກ້ງລັກ ຊັບໄດ້5ຄົນ ພ້ອມລົດອີກ4ຄັນ

Published

on

By

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ….

Continue Reading

ທົ່ວໄປ

ລີໂອ!ແນວເມສຊີ່ ຈະອອກຈາກ ປາຣີສໃນລະດູການນີ້

Published

on

By

BREAKING: ລີໂອເນວ ເມສຊີ່ ຈະອອກຈາກ ເປແອສເຊ ໃນທ້າຍລະດູການນີ້

“ກັລຕິເຢ” ໂຄສໃຫຍ່ຂອງ ປາຣິສ ແຊັງ-ແຊກແມ໊ງ ຢືນຢັນແລ້ວວ່າ “ເມສຊີ່” ຈະຍ້າຍອອກຈາກທີມ ຫລັງລົງຫລິ້ນເກມລີກນັດສຸດທ້າຍໃນວັນອາທິດນີ້.

Fabrizio Romano ລາຍງານ

อาจเป็นรูปภาพของ 1 คน, กำลังเล่นฟุตบอล, กำลังเล่นฟุตบอล และ ข้อความ
Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້