ບົດຄວາມ
ພໍ່ສັ່ງໄວ້ເປັນເລື່ອງຈິງ ອ່ານໃຫ້ຈົບແລ້ວຄິດຕາມ…

” ພໍ່ສັ່ງໄວ້ເປັນເລື່ອງຈິງ “
- ພໍ່ບອກວ່າ: ຖ້າພໍ່ຕາຍ ບໍ່ຕ້ອງສູດເທດອະພິທັມເດີ
- ເຮົາຖາມ ເປັນຫຍັງຄືບໍ່ໃຫ້ສູດ?
- ພໍ່ບອກວ່າ ” ສູດອະພິທຳຄືການສູດເພື່ອໃຫ້ຄົນເປັນທີ່ຍັງຢູ່ໄດ້ຮູ້ຈັກທັມມະ ໄດ້ສຳນຶກວ່າ ຢ່າປະໝາດ ” ແຕ່ສະໄໝນີ້ຕໍ່ໃຫ້ສູດເທດ 100 ວັນ ກໍໄປນັ່ງລົມກັນ ກົ້ມໜ້າເບິ່ງແຕ່ໂທລະສັບ.
- ສູໃຫ້ພະສົງພັກຜ່ອນດີກວ່າ ຫຼື ຖ້າຂັດບໍ່ໄດ້ອີ່ຫຼີຄືສູດ 1 ຄືນແລ້ວເຜົາເລີຍ…
ເຮົາຖາມຕໍ່ວ່າ: ແລ້ວແບບນີ້ລູກຫຼານທາງໄກຈະມາທັນຫວາ?
- ພໍ່ບອກວ່າ: ການເຜົາສົບນັ້ນເປັນໜ້າທີ່ຂອງສັບປະເຫຼີ່. ສ່ວນລູກຫຼານ ຍາດພີ່ນ້ອງຄືຜູ້ຮ່ວມພິທີ ແລະ ຖ້າພວກເຂົາຄິດເຖິງເຮົາ ” ໃຫ້ມາຕອນຍັງບໍ່ທັນຕາຍ ” ຕອນທີ່ພໍ່ຍັງມີຊີວິດຢູ່ຈະໄດ້ຮູ້ສຶກເຖິງ ຄວາມຮັກ ແລະ ກະຕັນຍູຂອງລູກຫຼານ ຍາດພີ່ນ້ອງ ພໍໄດ້ຊື່ນໃຈ. ແຕ່ຫາກຕາຍແລ້ວ ກໍບໍ່ຈຳເປັນຕ້ອງມາກໍໄດ້ ລຳບາກກັນຊື່ໆ. ມີຫຍັງທີ່ຈຳເປັນຕ້ອງເຮັດກໍເຮັດໄປ ແລະ ການງານຄົນຢູ່ກໍລຳບາກ ຫຍຸ້ງຍາກຕຽມການດູແລຕ້ອນຮັບອີກ.
ເຮົາຍັງສົງໄສ…ແລ້ວຄົນທີ່ເຮົາເຄີຍໄປຊ່ວຍງານເຂົາ ແລ້ວເຂົາຢາກມາຊ່ວຍງານເຮົາຄືນເດລະ ຫຼືຄົນທີ່ຮູ້ຈັກນັບຖືກັນຢາກມາຮ່ວມທຳບຸນກັບພໍ່ເດ?
- ພໍ່ບອກວ່າ: ເວລາທີ່ເຮົາແບ່ງປັນໃຫ້ຄົນອື່ນ ທຳຄວາມດີ ຢ່າຫວັງເຖິງສິ່ງຕອບແທນ ຫຼື ຄາດຫວັງວ່າເຂົາຕ້ອງກັບມາຕອບແທນເຮົາ ການໃຫ້ກໍໃຫ້ທຳຕາມກຳລັງຂອງເຮົາ, ໃຫ້ແລ້ວຄືການໄດ້ເຝິກຈິດໃຈເມດຕາ ໃຫ້ລະເຊິ່ງກິເລດ ຄວາມຢາກຕ່າງໆ ແລະ ສຳລັບຄົນທີ່ຮູ້ຈັກຢາກເພາະໂມບຸນຮ່ວມກັບພໍ່ ກໍໃຫ້ເຂົາເອົາສ່ວນນັ້ນທຳກັບແມ່ ຫຼື ບຸບພະກາລີ ຖ້າບໍ່ມີກໍໄປມອບທີ່ວັດ ຫຼື ກັບຜູ້ທຸກໄຮ້ ຫຼືທີ່ໃດໆກໍໄດ້ ຕາມຄວາມສະດວກຂອງແຕ່ລະຄົນ ແລ້ວອະຖິຖານຈິດບອກພໍ່ກໍໜ້າຈະໄດ້…
- ແລະ ການອ່ານປະຫວັດ ກໍບໍ່ຈຳເປັນຕ້ອງສັນຫາຄຳບອກເລົ່າຄຸນງາມຄວາມດີ ໃຫ້ມັນເສຍເວລາເຜົາ ຈັກໜ່ອຍກະຄ່ຳມືດ ຖືກຟ້າລົມຝົນຕົກກ່ອນເຜົາອີກ. ເພາະສິ່ງທີ່ຜ່ານມາ ແລະ ນັບຈາກນີ້ ພໍ່ຈະສ້າງຄຸນຄ່າ ແລະ ຄວາມດີໄວ້ກັບແຜ່ນດິນ ດ້ວຍການປູກຕົ້ນໄມ້ສ້າງປ່າ ແລະ ທຳມະຊາດ ເປັນອະນຸສອນໃຫ້ບອກເລົ່າປະຫວັດພໍ່ເອງ…
ເຮົາໝົດຄຳຖາມ ແຕ່ມີກຳລັງໃຈເພິ່ມຂຶ້ນ ທີ່ຈະຊ່ວຍພໍ່ສ້າງ ແລະ ຝາກຊີວະປະຫວັດພໍ່ໄວ້ໃນແຜ່ນດິນແທນການອ່ານ
- ພໍ່ບອກວ່າ: ການທຳດີກັບໃຜນັ້ນ ຢ່າໄປຫວັງສິ່ງຕອບແທນ ຫຼື ຢ່າໄປຄາດຫວັງເພື່ອໃຫ້ຄົນນັ້ນທຳດີກັບເຮົາຄືນ. ແຕ່ໃຫ້ທຳອອກຈາກໃຈຂອງເຮົາຢ່າງແທ້ຈິງ ເທົ່ານັ້ນກະພໍ…
ຂໍຂອບໃຈທີ່ອະນຸຍາດໃຫ້ພິມແປລາວ, ພິມແປໂດຍ: ພິມມະສອນ ພົມມະຈັນ
ຈາກ: https://m.facebook.com/story.php?story_fbid=190616132600683&id=100639161598381&refid=12
ບົດຄວາມ
5 ດວງ ວັນເກີດນີ້ ຈະລຳລວຍແບບຢຸດ ໝົດເຄາະກຳ ເງິນທອງໄຫຼມາ 2023 ນີ້

ດວງ 5 ວັນເກີດນີ້ ຈະລຳລວຍແບບຢຸດບໍ່ໄດ້ ລວຍຈົນຄົນອື່ນອິດສາ.

+ ຄົນທີ່ເກີດວັນຈັນ : ຕາມຄຳທຳນາຍໄດ້ກ່າວວ່າ ຕະຫຼອດທັງປີນີ້ ການງານງານຈະມີການປ່ຽນແປງໃນທາງທີ່ຂື້ນ ອາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ປັບເງິນເດືອນຂື້ນ ມີໂອກາດໄດ້ບອກລາຄວາມຈົນ ນອກຈາກນີ້ໃນຊວງເວລານີ້ ຍັງສາມາດຈັດສັນໃນເລື່ອງດານເງິນ ມີເງິນເກັບ ເງິນໃຊ້ບໍ່ຂາດມື ໃຜເປັນເຈົ້າຂອງທຸລະກິດຈະເລີນກ້າວໜ້າ ຄົນໂສດໄດ້ພົບເນື້ອຄູ່ ຄົນມີຄູ່ຮັກກັນໝັ້ນຄົງ ຊີວິດມີແຕ່ຄວາມສຸກສົມຫວັງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນອັງຄານ : ຕາມຄຳທຳນາຍໄດ້ກ່າວວ່າຕະຫຼອດທັງປີນີ້ ທາງດ້ານການເງິນຈະດີຫຼາຍ ເລີ່ມຕັ້ງຫຼັກເລື່ອງການເງິນໄດ້ ໄດ້ເລື່ອນຂັ້ນຕຳແໜ່ງ ເລື່ອນຂຶ້ນເງິນເດືອນຂື້ນ ພ້ອມມີເກນໂຊກດີ ມີໂອກາດຖືກລາງວັນໃຫຍ່ ນອກຈາກນີ້ຍັງສາມາດຊອກທາງຫາເງິນໄດ້ຫຼາຍຊ່ອງທາງ ດວງການເງິນໂດດເດັ່ນຫຼາຍປີນີ້. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພຸດ : ຕາມຄຳທຳນາຍໄດ້ກ່າວວ່າ ໃນໄລຍະ 2-3 ປີຫຼັງຊີວິດມີແຕ່ຄວາມລຳບາກ ການເງິນບໍ່ດີ ຕ້ອງຫ່ວງໜ້າຫ່ວງຫຼັງ ຕະຫຼອດ ທັງປີນີ້ ເປັນຈັງຫວະຊີວີດມີແຕ່ຄວາມໂຊກດີ ເປັນປີແຫ່ງມະຫາໂຊກຂອງທ່ານ ການເງິນຄ່ອງຕົວຂື້ນ ໝູນເງິນທັນ ມິໂອກາດໄດ້ໂຊກໃຫຍ່ຈາກການສ່ຽງດວງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພະຫັດ : ຈາກການທຳນາຍວ່າ ຕະຫຼອດທັງປີນີ້ ທ່ານຈະມີໂຊກໃຫຍ່ ເຮັດຫຍັງກໍປະສົບຜົນສຳເລັດ ການເງີນໂຊກລາບມາແຮງ ດວງການງານເດັ່ນ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ເລື່ອນເງິນເດືອນຂື້ນ ຊີວິດຢູ່ດີມີສຸກ ຄອບຄົວມີແຕ່ຄວາມສຸກຕະຫຼອດປີໃໝ່. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນສຸກ : ຕາມຄຳທຳນາຍ ປິ 2021 ດວງດີທີ່ສຸດ ຊີວິດຜິກຜັນ ໝົດທຸກ ໝົດໂສກ ມີງານໃຫຍ່ລໍຖ້າຢູ່ ດວງຊາຕາໃນຊວງເວລານີ້ ມີເກນໄດ້ຊັບກ້ອນໃຫຍ່ ຈາກການສ່ຽງໂຊກ ແບບບໍ່ຄາດຝັນເລີຍລະ ຄວນທຳບຸນ ເພື່ອເສີມດວງຊາຕາຂອງທ່ານ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.
ບົດຄວາມ
ເງິນ 2ແສນກີບ ຂອງແຕ່ລະຄົນບໍ່ເທົ່າກັນ ໂຊກດີເທົ່າໃດແລ້ວທີ່ມີເພີ່ນເປັນພໍ່ແມ່

ເງິນ 200,000ກີບ #ເຮັດໃຫ້ຂ້ອຍນ້ຳຕາໄຫລໄດ້ 🥺
ມີພໍ່ລຸງຄົນ1 ມາຫາຢູ່ຮ້ານ ລາວຈັບເງິນມາ ໂອນເງິນໃຫ້ລູກຊາຍພໍ່ແນ່ ລູກຊາຍບໍ່ມີເງິນຈ້າງລົດມາວຽງ

ແຟນຖາມ : ລູກຊາຍໄປໃສ..??
ພໍ່ລຸງ : ລູກໄປຮຽນຢູ່ຕ່າງແຂວງ ຢາກກັບມາຫລີ້ນບຸນທາດຫລວງ
ພໍ່ບໍ່ຮູ້ເຮັດ #ຢາກໃຫ້ໂອນໃຫ້ລູກຊາຍ ຢາກເຫັນຫນ້າລູກ🥺
ຂ້ອຍ : ໄດ້ຍິນຈົນນຳ້ຕາແຕກ #ຄວາມຮັກຂອງພໍ່ເນາະ
ມີເທົ່າໃດໃຫ້ລູກໄດ້ຫມົດ ຂໍແຕ່ໄດ້ເຫັນລູກ🥺
ເງິນ200,000ຂອງຄົນເຮົາ ມັນມີຄ່າບໍ່ເທົ່າກັນອີຫລີ💙
ບາງຄົນເຂົ້າຄາບດຽວ ກໍ່ຫມົດ
ບາງຄົນເສື້ອຜືນດຽວກໍຫມົດ ແຕ່ສຳຫລັບບາງຄົນ #ມັນຄືຄວາມຮັກແລະຄວາມຫວັງຂອງຜູ້ລໍຄອຍ ຂໍໃຫ້ລູກຊາຍເຈົ້າເດີນທາງປອດໄພ ມາຮອດບ້ານຮອດເຮືອນ ສົມຄວາມຕັ້ງໃຈເຈົ້າເດີ ພໍ່ລຸງ😊
ຮັກພໍ່ແມ່ໃຫ້ຫລາຍໆເດີ #ເຈົ້າໂຊກດີທີ່ມີພໍ່ທີ່ຮັກເຈົ້າຂະຫນາດນີ້✌️🥺
ທີ່ມາ:

ບົດຄວາມ
ປະຫວັດທະນາຄານ ການຄ້າ ຕ່າງປະເທດລາວ ທະນາຄານທີ່ໃຫຍ່ທີ່ສຸດ ແລະ ເປັນທະນາຄານທຸລະກິດທີ່ມີອາຍຸຫຼາຍສຸດຂອງປະເທດລາວ

ປີນີ້ ຄົບຮອບ 33 ປີ ໃນການສ້າງຕັ້ງທະນາຄານການຄ້າຕ່າງປະເທດລາວ (BCEL) ດັ່ງນັ້ນມື້ນີ້ ສື່ລາວ ຈະມາເລົ່າປະຫວັດທະນາຄານການຄ້າ ໃນການກ້າວສູ່ທະນາຄານອັນດັບຫນື່ງໃນ ສປປ ລາວ
ທະນາຄານການຄ້າຕ່າງປະເທດລາວ (BCEL) ມີຈຸດເລີ່ມຕົ້ນຈາກການເປັນສາຂາໃຫ້ກັບທະນາຄານກາງ ໂດຍໄດ້ປະຕິບັດພາລະບົດບາດພິເສດຄື ເປັນທະນາຄານແຫ່ງດຽວ ໃນ ສປປ ລາວ ທີ່ສາມາດດຳເນີນທຸລະກິດກັບສາກົນ (Inter Banking), ຄຸ້ມຄອງບັນດາເງິນຊ່ວຍເຫຼືອລ້າ ແລະ ຄຸ້ມຄອງເງິນກູ້ຈາກຕ່າງປະເທດ

ຈົນມາຮອດປີ 1989 ລະບົບທະນາຄານປະເທດລາວໄດ້ແບ່ງເປັນ 2 ລະບົບໄດ້ແກ່: ທະຄານຄານກາງມີໜ້າທີ່ຄຸ້ມຄອງສະຖຽນລະພາບເງິນຕາ ແລະ ທະນາຄານທຸລະກິດເປັນຜູ້ໃຫ້ບໍລິການທາງການເງິນແກ່ປະຊາຊົນ ໃນເວລານັ້ນທະນາຄານທຸລະກິດແຍກອອກມາເປັນທະນາຄານທຸລະກິດເຕັມຮູບແບບໄດ້ແກ່ ທະນາຄານນະຄອນຫຼວງ ທະນາຄານເສດຖາທິລາດ ແລະ ທະນາຄານການຄ້າຕ່າງປະເທດລາວ ໂດຍມີພຽງສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ

ນັບແຕ່ນັ້ນມາທະນາຄານການຄ້າກໍ່ມີການດຳເນີນງານທີ່ມີປະສິດທິພາບມາຕະຫຼອດ ເຊິ່ງສັງເກດໄດ້ຈາກທະນາຄານທຸລະກິດອື່ນແຍກຕົວອອກມາຄືກັບທະນາຄານການຄ້າ ແຕ່ປະສົບບັນຫຼາຍດ້ານ ໂດຍສະເພາະຂາດປະສິດຕິພາບໃນການບໍລິຫານ ຕ້ອງຍຸບສາຂາ ແລ້ວນຳໄປໂຮມກັບທະນາຄານອື່ນ, ມີການປ່ຽນຊື່ທະນາຄານທຸລະກິດ ມີພຽງແຕ່ທະນາຄານຄ້າຕ່າງປະເທດລາວແຫ່ງດຽວທີ່ຍັງຍືດໜັ້ນຊື່ເດີມຈົນຮອດປະຈຸບັນ ຫຼືອາດເວົ້າໄດ້ວ່າເປັນທະນາຄານທຸລະກິດມີອາຍຸຫຼາຍສຸດໃນປະເທດລາວ

ມາປີ 2011 ທະຄານການຄ້າກໍ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນທະນາຄານທຳອິດໃນ ສປປ ລາວ ໃນນັ້ນຜູ້ຖືຫຸ້ນລາຍໃຫຍ່ແມ່ນກະຊວງ ການເງິນຖືຮຸ້ນ 70%(ປະຈຸບັນຍັງເຫຼືອ 60%) ພະນັກງານ ທຄຕລ 5%, ຄູ່ຮ່ວມຍຸດທະສາດ 10% ແລະ ມະຫາຊົນທົ່ວໄປ 15%

ຈົນມາໃນປະຈຸບັນທະນາຄານທຸລະກິດໃນລາວມີທັ້ງຫມົດ 37 ແຫ່ງ ແຕ່ທະນາຄານການຄ້າເປັນທະນາຄານທີ່ມີປະລິມານຄົນໃຊ້ບໍລິການຫຼາຍສຸດ ສະເເດງອອກໄດ້ຄື:
– ເປັນທະນາຄານທີ່ປະຊາຊົນລາວມາຝາກເງິນຫຼາຍສຸດ ຄິດເປັນ 48% ຂອງປະລິມານເງິນຝາກທັ້ງຫມົດໃນລະບົບເສດຖະກິດ
– ມີສັດສ່ວນປ່ອຍກູ້ຫຼາຍສຸດ ຄິດເປັນ 34% ຂອງປະລິມານສິນເຊື່ອທັ້ງຫມົດໃນລະບົບເສດຖະກິດ
– ມີ User ໃຊ້ແອບ BCELone ຫຼາຍສຸດ ແລະ ມີຈຳນວນສາຂາ ແລະ ຕູ້ ATM ຫຼາຍສຸດໃນປະເທດ
ລອງມາເບີ່ງຜົນການດຳເນີນງານທະນາຄານການຄ້າຕ່າງປະເທດລາວ 3 ປີຍ້ອນຫຼັງ
ປີ 2019 ລາຍໄດ້ລວມ 1.325.424 ລ້ານກີບ
ກຳໄລສຸດທິ 329.482 ລ້ານກີບ
ປີ 2020 ລາຍໄດ້ລວມ 1.383.454 ລ້ານກີບ
ກຳໄລສຸດທິ 223.036 ລ້ານກີບ
ປີ 2021 ລາຍໄດ້ລວມ 1.215.264 ລ້ານກີບ
ກຳໄລສຸດທິ 11.410 ລ້ານກີບ

ປິດທ້າຍ ຖ້າຖາມວ່າທະຄານການຄ້າກ້າວເປັນທະນາຄານອັນດັບໜື່ງໃນປະເທດລາວໄດ້ແນວໃດ? ແນ່ນອນທີ່ຜ່ານມາຈົນຮອດປະຈຸບັນທີ່ທະນາຄານການຄ້າປະຕິບັດຄື “ການສ້າງຄວາມໜ້າເຊື່ອຖື” ແລະ ພັດທະນານະວັດຕະກຳທາງການເງິນໃຫ້ຕອບສະໜອງໃຫ້ກັບຄົນທີ່ມາໃຊ້ບໍລິການທຸກຊ່ວງເວລາ
Reference: BCEL
ບົດຄວາມ: 10 STORY ເລື່ອງເລົ່າຂອງ 10
-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ