ຂ່າວກິລາ
ພໍ່ຂ້ອຍປອດໄພແລ້ວຂອບໃຈທຸກຄົນທີ່ຊ່ວຍພໍ່ຂ້ອຍເດີ້

ວັນທີ 23/11/2020 ທີ່ແຂວງຈຳປາສັກ ຈາກເຟສບຸກ Oudomsith Singlatsomboun ໄດ້ໂພສວ່າ “ສຳລັບຕອນນີ້ຂ້າພະເຈົ້າແມ່ນແຂງແຮງດີເປັນປົກະຕິແລ້ວ,ກ່ອນອື່ນກະຂໍຂອບໃຈທີມງານແພດສະໜາມທຸກທ່ານເປັນຢ່າງສູງທີ່ຊ່ວຍຂ້າພະເຈົ້າ,

ສອງກະຄືຄອບຄົວທີ່ຢູ່ຄຽງຂ້າງຄ່ອຍເປັນກຳລັງໃຈກຳລັງໃຈ,ສາມຂໍຂອບໃຈແຟນບານ ທົ່ວປະເທດ ເວົ້າລວມເວົ້າສະເພາະກໍ່ ຄືແຟນບານຊາວແຂວງຈຳປາສັກ ທີ່ເປັນຫ່ວງ ແລະ ເປັນກຳລັງໃຈໃຫ້ຂ້າພະເຈົ້າ ຂໍຂອບໃຈທຸກໆທ່ານເປັນສູງ ຮັກ ແລະ ເຄົາລົບສະເໝີ”

ຂ່າວກ່ອນໜ້ານີ້ ເຫດການທີ່ບໍ່ຄາດຄິດເກີດຂຶ້ນ ໃນການແຂ່ງຂັນບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 16-21 ພະຈິີກ 2020 ໃນນັດຊີງຊະນະເລີດປະຈໍາວັນທີ 21 ພະຈິກ 2020 ເມື່ອ ອຸດົມສິດ ສິງລາດສົມບູນ ກອງຫຼັງເບີ 7 ຂອງທີມບານເຕະຊາຍແຂວງຈໍາປາສັກ ປະທະຢ່າງຮຸນແຮງກັບ ຜູ້ຮັກສາປະຕູຂອງແຂວງຈໍາປາສັກ ໃນເຂດໂທດ ກ່ອນທີ່ ຫຼວງພະບາງ ຈະໄດ້ປະຕູຈາກຈັງຫວະດັ່ງກ່າວ.

ເຊິ່ງຈັງຫວະນັ້ນເຮັດໃຫ້ ອຸດົມສິດ ຕ້ອງໝົດສະຕິ ແລະ ຢູ່ໃນອາການຫົວໃຈຢຸດເຕັ້ນ ກ່ອນທີ່ທີມແພດຈະມາປະຖົມພະຍາບານ ທັງປັບຫົວໃຈ ແລະ ເຮັດທຸກວິທີທາງ ເພື່ອກູ້ຊີວິດຂອງນັກເຕະ ເບີ 7 ຂອງແຂວງຈໍາປາສັກ ຫຼາຍນາທີພໍສົມຄວນ ກ່ອນທີ່ຈະສາມາດກູ້ຊີວິດນັກເຕະຄົນດັ່ງກ່າວຄືນມາຢ່າງປະຕິຫານ(ດັ່ງຄລິບລຸ່ມນີ້) ເຊິ່ງມີການເປີດເຜີຍແລ້ວວ່າ: ທ່ານ ດຣ ບົວພັນ ສີຫາວົງ ທີ່ເປັນຜູ້ປັບຫົວໃຈຂອງນັກເຕະຄົນດັ່ງກ່າວ ໂດຍມີທີມແພດທີ່ມີປະສົບການມາຊ່ວຍຢູ່ຄຽງຂ້າງ

ຈົນເຮັດໃຫ້ການກູ້ຊີວິດນັກເຕະຜ່ານໄປດ້ວຍດີ ແລະ ຫຼັງຈາກຫຼາຍນາທີພໍສົມຄວນ ອຸດົມສິດ ກໍສາມາດກັບມາຮູ້ສຶກຕົວ ທາມກາງຄວາມເປັນຫ່ວງຂອງແຟນບານຫຼາຍກວ່າ 20 ພັນຄົນໃນສະໜາມ. ນອກນັ້ນ ກໍຍັງມີຜູ້ຊົມຜ່ານທາງທອດສົດອີກຫຼາຍພັນຄົນ ໂດຍສະເພາະ ລູກຊາຍ ແລະ ເມຍທີ່ຢູ່ຂ້າງໆທັງນໍ້າຕາໄຫຼເປັນສາຍ ກ່ອນທີ່ ອຸດົມສິດ ພ້ອມດ້ວຍທີມແພດກໍຄື ທ່ານ ດຣ ບົວພັນ ສີຫາວົງ ໄດ້ພາກັນຍ່າງໄປໜ້າສະໜາມເພື່ອຂອບໃຈແຟນບານ. ທ່ານ ດຣ ບົວພັນ ສີຫາວົງ ທີມແພດປະຈໍາສະໜາມດັ່ງກ່າວ ໄດ້ອະທິບາຍຕໍ່ເຫດການດັ່ງກ່າວວ່າ:

ຂໍອະນຸຍາດແຈ້ງການ ເລື່ອງທີ່ສັງຄົມເປັນຫ່ວງແລະເປັນນາທີທີ່ສາຕາສັງຄົມພົບເຫັນ ເກືອກຊັອກທັງສະໜາມແລະນອກສະໜາມ ຕົ້ນເຫດກະຄື ນັກກິລາເບີ7ຖືກກະທົບຮຸນແຮງ ບວກກັບອາການອິດເມື່ອຍທີ່ໃຊ້ກໍ່າລັງແລ່ນຫຼາຍ ໝົດສະຕິ ຫົວໃຈຢຸດເຕັ້ນ ກໍາມະຈອນຈັບບໍ່ໃດ້ ກະເລີຍເຮັດ CPR ຄາເດີ່ນ ປະມານ 10ນາທີໄດ້ ນ້ອງເຂົາກະເລີ້ມມີກໍາມະຈອນກັບມາ ສຸກເສີນເບື້ອງຕົ້ນແລ້ວໃຫ້ດົມອົກຊີ ເກືອບປະມານ 30ນາທີ ຮູ້ສືກວ່າເຂົາຕອບສະໝອງໃດ້ດີທຸກພາກສ່ວນ

ປະຈຸບັນຜູ້ກ່ຽວແມ່ນປົກກະຕິແລ້ວດີ ຂໍໃຫ້ທຸກທ່ານສະບາຍໃຈໄດ້ ຂໍຂອບໃຈທຸກພາກສ່ວນທີ່ໃຫ້ກໍ່າລັງໃຈເຊື່ອໝັ້ນທີມງານແພດລາວພວກເຮົາ ຂໍຂອບໃຈທີ່ນໍ້າໃຈຂອງຄົນລາວຍາມໃດກະຮັກເຊື້ອແພງຊາດ ແຈ້ງມາດ້ວຍຄວາມຮັບຖືເປັນຢ່າງສູງ. ສໍາລັບ ທ່ານ ດຣ ບົວພັນ ສີຫາວົງ ໄດ້ຮັບຄວາມໄວວາງໃຈໃຫ້ປະຈໍາຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ທັງສະໜາມໃນ ແລະ ສະໜາມນອກ ຕະຫຼອດການແຂ່ງຂັນບານເຕະທົ່ວປະເທດ ລະຫວ່າງວັນທີ 6-21 ພະຈິກ 2020.
ຂ່າວກິລາ
ລາວມີຫວັງ ຍັງມີໂອກາດໄປ ບານໂລກປີ 2026 ໂຄຕ້າອາຊີຈະໄດ້ເພີ່ມອີກ 4 ທີມ ເປັນ 8 ທີມ

ຮູບແບບໃໝ່ໃນການແຂ່ງຂັນ FIFA World Cup 2026 ມີລາຍລະອຽດດັ່ງນີ້:
– 48 ທີມ (16 ທີມໃນເອີຣົບ)

– ໂຄຕ້າອາຊີ ເພີ່ມຈາກ 4 ເປັນ 8 ທີມ + Play Off (ແນ່ນອນວ່າຖ້າລາວສາມາດຕິດ 1 ໃນ 8 ຂອງອາຊີມີສິດໄດ້ເຂົ້າຮ່ວມບານໂລກ 2026)

– ແຂ່ງຂັນໃນ 16 ເມືອງຂອງປະເທດເຈົ້າພາບ (ສ.ອາເມບິກາ, ການາດາ ແລະ ແມັກຊິກ)
– 12 ກຸ່ມ ກຸ່ມລະ 4 ທີມ
– ອັນດັບ 1 ແລະ 2 ຜ່ານເຂົ້າຮອບ + 8 ທີມ ອັນດັບ 3 ທີ່ດີທີ່ສຸດ

– ຮອບ Knock Out ຮອບທຳອິດ ຈະມີທັງໝົດ 32 ທີມ.
– ຈະແຂ່ງຂັນທັງຫມົດ 104 ເກມ
ທີ່ມາ: Gazzetta Dello Sport
ຂ່າວກິລາ
ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ແລະ ທີມຊາດອາເຈນຕິນາ ປະທັບລົງໃນໃບເງິນ ພາຍຫຼັງໄດ້ຮັບໄຊຊະນະຈາກການແຂ່ງຂັນບານໂລກ2022 ທີ່ປະເທດກາຕາ.

…..

Cr: Argentina Football Association – AFA
ຂ່າວກິລາ
ຊຽງຂວາງເກມ ໜາວເທົ່າໃດ ກໍ່ສູ້ໄດ້ ເພາະມີຜ້າຮົ່ມໄປນຳ

ໜາວກະໜາວ ກິລາກະຢາກເບິ່ງພາບກອງເຊຍໃນຊຽງຂວາງເກມ 2022.

…..

….

…..

…..

ຮູບພາບ: ຊຽງຂວາງອັບເດດ
-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ