ໂຮງຮຽນຊົນນະບົດຫລາຍແຫ່ງຍັງຂາດອຸປະກອນປ້ອງກັນໂຄວິດ-19

ໃນວັນທີ 20 ພຶດສະພາ 2020 ນີ້, ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃນໂອກາດຖະແຫລງຂ່າວ ຮ່ວມກັບຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວ່າ: ປັດຈຸບັນ ມີໂຮງຮຽນຫລາຍແຫ່ງໃນເຂດຊົນນະບົດ ຍັງຂາດອຸປະກອນປ້ອງກັນພະຍາດດັ່ງກ່າວ, ພາຍຫລັງທີ່ໄດ້ເປີດການຮຽນ-ການສອນຄືນໃໝ່ໃນວັນທີ 18 ພຶດສະພາ ຜ່ານມາ ສໍາລັບຊັ້ນປະຖົມສົມບູນປີທີ 5 ມັດທະຍົມສຶກສາ ຕອນຕົ້ນປີທີ 4 ແລະ ມັດທະຍົມສຶກສາຕອນປາຍ ປີທີ 7.


ດັ່ງນັ້ນຈິ່ງເຮັດໃຫ້ຫລາຍໂຮງຮຽນບໍ່ສາມາດປະຕີບັດມາດຕະການຕ່າງໆໃນການປ້ອງກັນພະຍາດນີ້ໄດ້ ເຊັ່ນ: ເຈວລ້າງມື, ຜ້າອັດປາກ-ດັງ ພ້ອມນັ້ນກໍແມ່ນເຄື່ອງວັດແທກອຸນຫະພູມ ສຳລັບນັກຮຽນແຕ່ລະຄົນກ່ອນຈະເຂົ້າຫ້ອງຮຽນ ແລະ ໂຮງຮຽນບາງແຫ່ງຍັງຂາດນໍ້າສະອາດທີ່ຈະນຳໃຊ້, ເພາະສະນັ້ນ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ແນະນໍາໃຫ້ໂຮງຮຽນ ເຫລົ່ານັ້ນແນະນໍານັກຮຽນຖືນໍ້າສະອາດມາເອງເຖິງວ່າຈະມີຄວາມຫຍຸ້ງຍາກແຕ່ກໍຕ້ອງໄດ້ພະຍາຍາມ.
ທ່ານ ຮອງລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ຂັ້ນຕ່າງໆແມ່ນມີຄວາມພ້ອມໃນການເປີດການຮຽນ-ການສອນຄືນໃໝ່ ໃນວັນທີ 2 ມິຖຸນານີ້, ຖ້າວ່າ ຄະນະສະເພາະກິດ ມີມາດຕະການຜ່ອນຜັນເພີ່ມຕື່ມເພື່ອຈະໄດ້ສືບຕໍ່ຮຽນທົດແທນຄືນຈໍານວນ 2 ເດືອນ ທີ່ຖືກໂຈະໄປຍ້ອນການລະບາດຂອງພະຍາດໂຄວິດ-19 ກ່ອນຈະມີການສອບເສັງຂຶ້ນຫ້ອງຂອງແຕ່ລະຊັ້ນຮຽນ. ສໍາລັບ ນັກສຶກສາລາວ ຢູ່ຕ່າງປະເທດ ທີ່ມີຈຸດປະສົງຢາກກັບມາຢາມບ້ານແມ່ນສາມາດມາໄດ້ ແຕ່ຕ້ອງໄດ້ປະຕິບັດຕາມມາດຕະການຕ່າງໆໃນໄລຍະຜ່ອນຜັນຂອງຄະນະສະເພາະກິດຢ່າງເຂັ້ມງວດ. ສ່ວນນັກສຶກສາລາວ ທີ່ຢາກຈະກັບໄປໂຮງຮຽນຢູ່ຕ່າງປະເທດນັ້ນແມ່ນໃຫ້ປະສານກັບພະແນກສຶກສາທິການ ແລະ ກິລາ ຂັ້ນແຂວງ ຫລື ນະຄອນຫລວງ ເພື່ອປະສານຫາປະເທດເຈົ້າພາບໃນການອະນຸຍາດ.


ຂ່າວ: ສຸພະສະຫວັນ ຂປລ