ສະຫຼົດໃຈ…! ເດັກນ້ອຍ​ນັກຮຽນ ມ.4 ແຂວນຄໍຕາຍຈົບຊີວິດຍ້ອນຄູອາຈານສຳຫຼວດຕັກເຕືອນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ສະຫຼົດໃຈ…! ເດັກນ້ອຍ​ນັກຮຽນ ມ.4 ແຂວນຄໍຕາຍຈົບຊີວິດຍ້ອນຄູອາຈານສຳຫຼວດຕັກເຕືອນ

Published

on

ກ່ອນອື່ນຂໍເລົ່າເລື່ອງລາວປະຫວັດຫຍໍ້ຂອງຜູ້ກ່ຽວ: ຜູ້ກ່ຽວຊື່ ທ.​ຊ້າງ ຫວ່າງ ອາຍຸ17ປີ ຢູ່ບ້ານນ້ຳຕິງ ມ.​ ພູຄູນ ແຂວງຫຼວງພະບາງ ຮຽນຢູ່ຊັ້ນ ມ.​4 ເນື່ອງຈາກຜູ້ກ່ຽວເປັນຄົນສຸຂະພາບຮ່າງກາຍຜິດປົກກະຕິຕ່າງຈາກຄົນທົ່ວໄປ ເຕີບໂຕ​ຊ້າ ຜູ້ກ່ຽວອາຍຸໄດ້2ປີປາຍຈຶ່ງຍ່າງໄດ້ ເປັນຄົນເວົ້າຄວາມຊັກຊ້າ ເປັນຄົນຂີ່ອາຍເປັນຄົນບໍ່ມັກເວົ້າປານໃດ ແຕ່ຮຽນຂ້ອນຂ້າງເກັ່ງ ຜູ້ກ່ຽວລາວອາຍຸ17ປີແລ້ວຫາກໍ່ຮຽນມ4 ຮຽນຫ້ອງດຽວກັນກັບນ້ອງຊາຍຂອງລາວຊື່ ທ.​ທອງຫວ່າງ,​ ບ້ານ​ຢູ່ ຢູ່ຫ່າງໄກສອກຫຼີກຈາກໂຮງຮຽນເລີຍມາອາໄສຢູ່ນຳລຸງທີ່ບ້ານນານ່ານ ເຊິ່ງຫ່າງຈາກໂຮງຮຽນ7km ເນື່ອງຈາກຖານະຄອບຄົວທຸກຍາກ ອາໄສແຕ່ພໍ່ແມ່ຂາຍເຂົ້າໄຮ່ສົ່ງຮຽນທຸກປີ ຈື່ງບໍ່ມີຍານພາຫະນະຂີ່ໄປໂຮງຮຽນ ໂທລະສັບກໍ່ບໍ່ມີໃຊ້ ທຸກມື້ແມ່ນສອງອ້າຍນ້ອງທີ່ມາອາໄສຢູ່ນຳລຸງຕ້ອງໄດ້ຕື່ນແຕ່ເຊົ້າ ເພື່ອຈະໄດ້ຍ່າງໄປໂຮງຮຽນທັນເວລາ.​

ເລື່ອງມີຢູ່ວ່າມື້ວັນສຸກແລ້ວນີ້ 20/11/2020​ ຜູ້ກ່ຽວກັບນ້ອງຊາຍ ແລະ ໝູ່4 ຫາ 5ຄົນໄດ້ຍ່າງໄປໂຮງຮຽນ ແຕ່ບ້ານນານ່ານໄປຫາບ້ານພູວຽງໄລຍະທາງ7km ພໍດີຍາມນີ້ກໍ່ແມ່ນຍາມໜາວແດ່ຢູ່ພູຄູນອາກາດໜາວບໍ່ແມ່ນທຳມະດາ ບາງເອີນມື້ວັນສຸກນີ້ຜູ້ກ່ຽວກັບຫມູ່ເພື່ອນ ໄປໄດ້ຊ້າບໍ່ທັນຊົ່ວໂມງທຳອິດ ເລີຍໄປລົບຢູ່ບໍລິເວັນຂ້າງເດີ່ນໂຮງຮຽນເພື່ອລໍຖ້າເຂົ້າຮຽນຊົ່ວໂມງຕໍ່ໄປ ແຕ່ຍ້ອນສັງຄົມທຸກມື້ນີ້ທຸກຄົນຄົງຈະຊາບດີວ່ານັກຮຽນສ່ວນຫຼາຍມັກປະລະການຮຽນ ຂີ້ດື້ ມັກໂຕນຫ້ອງເພື່ອໄປຫຼີ້ນເກມ.​ ເທື່ອນີ້ຄູອາຈານ2,​3ຄົນໄດ້ໄປໄລ່ຈັບນັກຮຽນຈຳນວນມັກລັກອອກມາຫລີ້ນເກມຢູ່ຂ້າງເດີນໂຮງຮຽນພໍດີຜູ້ກ່ຽວໄດ້ຢູ່ໃນເຫດການນັ້ນ ຍ້ອນກ່ອນໜ້ານີ້ກໍ່ມີນັກຮຽນສ່ວນໜຶ່ງຕິດເກມມັກໂຕນຫ້ອງອອກມາຫລີ້ນເກມ. ຄົນອື່ນພາກັນແລ່ນໜີໝົດ ແຕ່ ທ.​ຊ້າງ ຫວ່າງ ເປັນຄົນຕີນມືຊ້າເລີຍຖືກຈຸອາຈານຈັບໄດ້ ຈົນເກີບຫຼຸດໝົດ ຫຼັງຈາກນັ້ນກໍ່ໄດ້ນຳຕົວຜູ້ກ່ຽວເຂົ້າຫ້ອງການເພື່ອສຳຫວຼດຕັກເຕືອນ ອາຈານໄດ້ໃຊ້ຖ້ວຍຄຳຂ້ອນຂ້າງຮຸນແຮງ ແລະ ເວົ້າໃຫ້ຜູ້ກ່ຽວວ່າຈະເອີ້ນພໍ່ແມ່ມາຫ້ອງການ ວັນຈັນໜ້ານີ້ໃຫ້ຂື້ນຫ້ອງການອີກຄັ້ງເພື່ອສຳຫຼວດຕັກເຕືອນອີກຄັ້ງພ້ອມຜູ້ປົກຄອງ.​

ໃນຕອນແລງມື້ວັນສຸກທີ່ເກີດເລື່ອງໃນໂຮງຮຽນນັ້ນ ຜູ້ກ່ຽວຍ່າງກັບບ້ານດ້ວຍຕີນເປົ່າໄລຍະທາງ7km. ດ້ວຍເຫດນີ້ເຮັດໃຫ້ຜູ້ກ່ຽວອາຍ ແລະ ແຕກຕື່ນ ຢ້ານກົວຈົນຕັດສິນໃຈຈົບຊີວິດໃນມື້ຕໍ່ມາ (ວັນເສົາວັນທີ21/11/2020​)​ ຕອນແລງວັນສຸກຜູ້ກ່ຽວຍ່າງກັບບ້ານໂດຍຕີນເປົ່າບໍ່ໃສ່ເກີບໃນໄລຍະທາງ7kmມັນຊິທໍລະມານສ່ຳໃດ ແລະ ອັບອາຍໃຫ້ໝູ່ເພື່ອນສ່ຳໃດ

ພໍ່ແມ່ຜູ້ປົກຄອງເປັນປະຊາຊົນທຳມະດາເວົ້າຫຍັງບໍ່ໄດ້ ໄດ້ແຕ່ຮ້ອງໄຫ້ເສຍໃຈຜູ້ເປັນພໍ່ວ່າໃນເມື່ອສູນເສຍລູກຊາຍເປັນແນວນີ້ແລ້ວຜູ້ເປັນນ້ອງຊື່ ທອງ ຫວ່າງ ກໍ່ຈະໃຫ້ອອກໂຮງຮຽນ ບໍ່ໃຫ້ຮຽນແລ້ວຂໍຝາກໃຫ້ສັງຄົມຊ່ວຍເບິ່ງຄວາມເປັນທຳໃຫ້ນ້ອງແດ່

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້