ຂ່າວພາຍໃນ
ເນື້ອທີ່ຂຸດຄົ້ນບໍ່ແຮ່ໃນ ສປປລາວ ກວນ 30.75% ຂອງເນື້ອທີ່ທົ່ວປະເທດ

ກ່ອນປີ 1975, ວຽກງານທໍລະນີ ສາດ ແລະ ແຮ່ທາດ ເກືອບເວົ້າໄດ້ວ່າບໍ່ໄດ້ຮັບການພັດທະນາເລີຍ, ເຖິງວ່າມີເລັກໆນ້ອຍໆ ກໍເປັນກິດຈະກຳທີ່ອ່ອນນ້ອຍ, ບໍລິມາດບໍ່ພໍເທົ່າໃດ ແລະ ກໍບໍ່ໄດ້ຮັບການສົ່ງເສີມຈາກພາກລັດເລີຍ ເຊັ່ນ : ບໍ່ກົ່ວໂພນຕີ້ວເປັນຕົ້ນ.

ນອກຈາກນັ້ນ,ໃນຊຸມປີ 1980 ກໍມີການຊອກຄົ້ນ ແລະ ຂຸດຄົ້ນ ແຮ່ທາດບາງອັນ, ກ່າວໂດຍ ທ່ານ ຄຳມະນີ ອິນທິລາດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020)
ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ, ລັດເຮົາໄດ້ມີແຜນການສຶກສາຄົ້ນຄວ້າ: ສປປ ລາວເປັນປະເທດ ທີ່ມີທ່າແຮງທາງດ້ານຊັບພະຍາກອນແຮ່ທາດ ຊຶ່ງມາຮອດປັດ ຈຸບັນ ສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ: 162.104 ກິໂລຕາແມັດ ເທົ່າ ກັບ 68.46% ຂອງເນື້ອທີ່ທົ່ວປະເທດ; ຊຶ່ງປະກອບດ້ວຍ: ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ,ເກືອກິນ,ເກືອໂປຕັດສ໌, ຊືນ,ສັງກະສີ,ມັງການ,ຫີນປູນ,ຫີນໂດໂລໄມ,ບາລິດ ແລະອື່ນໆ.

ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານລາວ ໄດ້ເປີດກວ້າງໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນແລະຕ່າງປະເທດ ສາມາດລົງທຶນເຂົ້າໃສ່ການພັດທະນາອຸດສາຫະ ກຳບໍ່ແຮ່.ຊຶ່ງມາຮອດປັດຈຸບັນ ໄດ້ອະນຸຍາດໃຫ້ບໍລິ ສັດລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່ແລ້ວ ທັງໝົດ 214 ບໍລິສັດ 319 ກິດຈະການ.
ຊຶ່ງຢູ່ໃນຂັ້ນຕອນການຊອກຄົ້ນ ຈໍານວນ 21 ບໍລິສັດ 28 ກິດຈະການ, ຢູ່ໃນຂັ້ນຕອນການສໍາຫຼວດ ຈໍານວນ 70 ບໍລິສັດ 83 ກິດຈະການ ແລະ ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ ຈໍານວນ 43 ບໍລິສັດ 67 ກິດຈະການ.ຢູ່ໃນຂັ້ນຕອນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈໍານວນທັງໝົດ 80 ບໍລິສັດ 141 ກິດຈະການ. ຊຶ່ງໂຄງການດ້ານແຮ່ທາດທີ່ໄດ້ຮັບອະນຸຍາດມີເນື້ອທີ່ທັງໝົດ: 7.281.047,42 ເຮັກຕາ ກວມ 30,75% ຂອງເນື້ອທີ່ປະເທດລາວ.

ເວົ້າລວມແລ້ວ ຂະແໜງພະລັງງານ ແລະ ບໍ່ແຮ່ ມິບົດບາດສໍາຄັນຫລາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ໃນນີ້ ເວົ້າສະເພາະ 5 ປີຜ່ານມານີ້ ໄດ້ປະ ກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ 2.064 ລ້ານໂດລາສະຫະລັດ, ໃນນີ້ ຂະແໜງພະລັງງານ 1.225 ລ້ານໂດລາສະຫະລັດ ແລະ ຂະແໜງບໍ່ແຮ່ 838 ລ້ານໂດລາສະຫະລັດ , ໃນນັ້ນ ປະກອບມີ: ຄ່າສຳປະທານ, ຄ່າຊັບພະ ຍາກອນ, ອາກອນກຳໄລ, ອາກອນເງິນເດືອນ,ອາກອນເງິນປັນຜົນ, ເງິນປັນຜົນ ລວມທັງພັນທະ 6 ກອງທຶນຕາມສັນຍາ.
Lao National Radio
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป8 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ