ປະເທດອິນໂດເນເຊຍ ກວດພົບນົກແກ້ວ 70 ກວ່າໂຕ ຖືກຍັດໃສ່ໃນຕຸກນ້ຳພາສສະຕິກ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ປະເທດອິນໂດເນເຊຍ ກວດພົບນົກແກ້ວ 70 ກວ່າໂຕ ຖືກຍັດໃສ່ໃນຕຸກນ້ຳພາສສະຕິກ

Published

on

ສຳນັກ​ຂ່າວ AFP ລາຍ​ງານ​ວ່າ: ຕຳຫລວດ​ຂອງ​ອິນ​ໂດ​ເນ​ເຊຍ​ພົບ​ນົກ​ແກ້ວ​ຫລາຍ​ສິບ​ໂຕ​ຖືກ​ຍັດ​ລົງ​ໄປ​ໃນ​ຕຸກ​ນ້ຳພາສສະຕິກ​ບໍລິ​ເວນ​ທ່າ​ເຮືອ​ພາກພື້ນປາ​ປົວ​ຂອງ​ອິນ​ໂດ​ເນ​ເຊຍ.ລາຍ​ງານ​ລະບຸ​ວ່າ: ຕຳຫລວດ​ໃນ​ເມືອງ Fakfak ຂອງ​ອິນ​ໂດ​ເນ​ເຊຍ ​ເປີດ​ເຜີຍ​ວ່າ: ລູກ​ເຮືອ​ຄົນ​ໜຶ່ງ​ແຈ້ງວ່າ​ໄດ້​ຍິນ​ສຽງ​ແປກໆ​ມາ​ຈາກ​ກ່ອງ​ໃບ​ໃຫຍ່ ຈຶ່ງ​ເຂົ້າກວດ ​ແລະ

ພົບ​ວ່າ​ມີ​ນົກ​ແກ້ວ​ພັນ Black-capped lories ຢູ່​ໃນ​ກ່ອງ ​ໂດຍ​ນົກ​ແກ້ວ 64 ​ໂຕ​ຍັງ​ມີ​ຊີວິດ​ຢູ່ ​ແລະ ອີກ 10 ​ໂຕ​ຕາຍ. ​ເບື້ອງຕົ້ນຍັງ​ບໍ່​ມີ​ການ​ຈັບ​ກຸມ​ຜູ້​ກະທຳ​ຄວາມ​ຜິດ ​ແລະ ຍັງ​ບໍ່​ຮູ້​ແນ່ນອນ​ວ່າ​ນົກ​ແກ້ວ​ເຫລົ່າ​ນີ້​ຈະ​ຖືກ​ສົ່ງ​ໄປ​ປາຍທາງ​ບ່ອນ​ໃດ.ສຳລັບ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ເປັນ​ຖິ່ນ​ທີ່ຢູ່​ອາ​ໄສ​ຂອງ​ນົກ​ທີ່​ຖືກ​ຄຸກ​ຄາມ​ຫລາຍ​ກວ່າ 130 ຊະນິດ ​

ແລະ ບ່ອນ​ນີ້​ຍັງ​ມີ​ການ​ຄ້າ​ສັດ​ທີ່​ຜິດ​ກົດໝາຍ​ຈຳນວນ​ຫລາຍ ​ເຊິ່ງຈະ​ເຫັນ​ໄດ້​ວ່າ​ນົກ​ຫລາກ​ຫລາຍ​ຊະນິດ​ຖືກ​ລັກລອບ​ນຳ​ໄປ​ຈຳໜ່າຍ​ຢູ່​ຕະຫລາດ​ໃຫຍ່ໆ​ໃນ​ເມືອງ​ສຳຄັນ​ຂອງ​ອິນ​ໂດ​ເນ​ເຊຍ ຫລື ຕ່າງປະ​ເທດ.ຂະນະ​ທີ່​ນົກ​ຫາ​ຍາກ​ມັກ​ຈະ​ຖືກ​ກຸ່ມ​ລັກລອບ​ຄ້າ​ຂາຍ​ສັດ​ໄລ່​ລ່າ​ເພື່ອ​ນຳ​ໄປ​ຈຳໜ່າຍ​ເປັນ​ສັດລ້ຽງ ​ແລະ ​ເປັນ​ສັນຍາ​ລັກ​ສະຖານະ​ທາງ​ສັງຄົມ.ນອກຈາກ​ນີ້

ນົກ​ບາງ​ສາຍ​ພັນ​ເຊັ່ນ: ນົກ​ກະຕົ້ວດໍາ ສາມາດ​ນຳ​ໄປ​ຈຳໜ່າຍ​ໃນ​ຕະຫລາດ​ມືດ​ໄດ້​ເຖິງ 3 ໝື່ນ​ໂດ​ລາ​ສະຫະລັດ ​ແລະ ປີ 2017 ​ເຄີຍ​ເກີດ​ກໍລະນີ​ຄ້າຍຄື​ກັນ ​ເຈົ້າໜ້າ​ທີ່​ຂອງ​ອິນ​ໂດ​ເນ​ເຊຍ​ພົບ​ນົກ​ຫາ​ຍາກ 125 ​ໂຕ​ຖືກ​ຈັບ​ຍັດ​ເຂົ້າ​ໄປ​ໃນ​ທໍ່​ລະບາຍ​ນ້ຳ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້