ແຂວງວຽງຈັນ ຍັງເຫລືອບ້ານທຸກຍາກ ພຽງ 1 ບ້ານ ຢູ່ເມືອງແມດ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ແຂວງວຽງຈັນ ຍັງເຫລືອບ້ານທຸກຍາກ ພຽງ 1 ບ້ານ ຢູ່ເມືອງແມດ

Published

on

ໃນບົດລາຍງານການເມືອງທີ່ທ່ານ ຄໍາພັນ ສິດທິດໍາພາ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງ ຈັນ ສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ຈັດຂຶ້ນຢູ່ສະໂມສອນໃຫຍ່ຂອງແຂວງເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງ ຕະຫລອດໄລຍະ 5 ປີ ຜ່ານມາ ວ່າ:

ອົງຄະນະພັກແຂວງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ດ້ວຍຄວາມຮັບຜິດຊອບສູງ, ເຮັດແທ້ທຳຈິງ, ສ້າງການຫັນປ່ຽນສູ່ຄຸນນະພາບ ແລະມີຜົນສຳເລັດດ້ວຍການຫັນເອົາພະນັກ ງານຫຼັກແຫຼ່ງສົມທົບກຳລັງສູນກາງລົງກໍ່ ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງ ຍູ້ແຮງຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາ, ປັບປຸງລະບົບການເມືອງຢູ່ຮາກ ຖານໄດ້ມີຄວາມເຂັ້ມແຂງ, ເປັນແກນນຳໃນການຊີ້ນຳ-ນຳ ພາ ຄຸ້ມຄອງບໍລິຫານບ້ານ ໂດຍກຳນົດເອົາກຸ່ມບ້ານປຸ່ງຫຼັກ, ກຸ່ມບ້ານຜາເຈົ້າ ເມືອງກາສີ ເປັນຈຸດສຸມຈັດສັນພູມລຳເນົາ, ກຸ່ມບ້ານເມືອງຄີ່ ເມືອງແມດ, ກຸ່ມຜາສັງ ເມືອງເຟືອງ ແລະ ກຸ່ມຜາບ່ອງ ເມືອງຫີນເຫີບ ສ້າງໃຫ້ກາຍເປັນສີສັນຕົວເມືອງຢູ່ຊົນນະບົດ.

ທ່ານ ຄໍາພັນ ສິດທິດໍາພາ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດ ຕັ້ງປະຕິບັດວຽກງານຕົວຈິງ ມາຮອດປັດຈຸບັນກຸ່ມດັ່ງກ່າວສາມາດສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມໄດ້ໂດຍພື້ນຖານ, ຄອບຄົວຕົວແບບ ແລະ ບ້ານແບບຢ່າງດ້ານ ຕ່າງໆ ກາຍເປັນບ້ານພັດທະນາເພີ່ມຂຶ້ນ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງ ຂຶ້ນ. ສິ່ງສໍາຄັນຈໍານວນບ້ານທຸກຍາກໃນທົ່ວແຂວງປັດຈຸບັນ ຍັງເຫຼືອພຽງ 1 ບ້ານ ຄື: ບ້ານປາກແຜນ, ເມືອງແມດ, ຫຼຸດລົງ 13 ບ້ານ, ຄອບຄົວທຸກຍາກຍັງເຫຼືອ 692 ຄອບຄົວ, ຫຼຸດລົງ 519 ຄອບຄົວ ເມື່ອທຽບໃສ່ປີ 2015 ຜ່ານມາ. ແລະ ຄອບຄົວທຸກຍາກທີ່ຍັງເຫລືອນີ້.

ໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ 5 ປີຕໍ່ໜ້າ (2021-2025) ໄດ້ກໍານົດຢ່າງຈະແຈ້ງວ່າຈະສູ້ຊົນແກ້ໄຂໃຫ້ໄດ້ ໂດຍຈະນຳໃຊ້ຫລາຍມາດຕະການ ເປັນຕົ້ນ: ສືບຕໍ່ສ້າງພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກທີ່ຈຳເປັນ ເພື່ອກະຕຸກຊຸກຍູ້ການຜະ ລິດຂອງປະຊາຊົນຢູ່ຊົນນະບົດ; ສ້າງອາຊີບທີ່ເປັນມູນເຊື້ອຕາມທ່າແຮງຂອງແຕ່ລະເຂດ, ຈັດສັນປັດໄຈການຜະລິດທີ່ຈຳເປັນ ເຊັ່ນ: ການຈັດສັນທີ່ດິນໃຫ້ປະຊາຊົນ, ປັບ ປຸງສະຖານີບໍລິການເຕັກນິກກະສິກຳ; ຊຸກຍູ້ສົ່ງເສີມຜູ້ປະກອບການ, ຫົວໜ່ວຍທຸລະ ກິດທີ່ມີເງື່ອນໄຂໄປລົງທຶນຢູ່ເຂດຊົນນະບົດ ເພື່ອຍູ້ແຮງການຜະລິດເປັນສິນຄ້າ ແລະ ການບໍລິການຂອງປະຊາຊົນໃຫ້ເກີດມີຫຼາກຫຼາຍ ທັງຮູບ ແບບຄອບຄົວ, ແບບເປັນກຸ່ມ ແລະ ມາດຕະການອື່ນຯ ເພື່ອແກ້ໄຂບ້ານທຸກຍາກ, ຄອບຄົວທຸກຍາກທີ່ຍັງເຫລືອໃຫ້ໝົດໄປ ແລະ ແນໃສ່ບັນລຸຕາມເນື້ອໃນມາດຖານການສ້າງບ້ານເປັນຫົວ ໜ່ວຍພັດທະນາໃຫ້ກວມເອົາ 82,6% , ສ້າງບ້ານໃຫຍ່ໃຈກາງເຊື່ອມຈອດກັບບ້ານອ້ອມຂ້າງ ກາຍ ເປັນສີສັນຕົວເມືອງໃນຊົນນະບົດ 7 ຈຸດ. ສູ້ຊົນສ້າງແຂວງວຽງຈັນ ໃຫ້ກາຍເປັນຫົວໜວ່ຍຍຸດທະສາດ ຕາມທິດ 3 ສ້າງ, ສ້າງເມືອງເປັນຫົວໜວ່ຍເຂັ້ມແຂງຮອບດ້ານໃຫ້ບັນລຸໄດ້ 6 ເມືອງຂຶ້ນໄປ.

ໂດຍ: ມົດແດງນ້ອຍ Lao National Radio

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນຕຸລາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123456
78910111213
14151617181920
21222324252627
28293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້