ຂ່າວກິລາ
ນໍ້າຕາລູກຊາຍໄຫຼເມື່ອເຫັນພໍ່ໝົດສະຕິໃນສະໜາມ ປັດຈຸບັນປອດໄພແລ້ວ ພ້ອມລາທີມແຂວງຈໍາປາສັກ(ຄລິບ)

ອີກໜຶ່ງເຫດການໃຫຍ່ໃນການແຂ່ງຂັນບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 16-21 ພະຈິີກ 2020 ໃນນັດຊີງຊະນະເລີດປະຈໍາວັນທີ 21 ພະຈິກ 2020 ເມື່ອ ອຸດົມສິດ ສິງລາດສົມບູນ ກອງຫຼັງເບີ 7 ຂອງທີມບານເຕະຊາຍແຂວງຈໍາປາສັກ ປະທະຢ່າງຮຸ່ນແຮງກັບ ຜູ້ຮັກສາປະຕູຂອງແຂວງຈໍາປາສັກ ໃນເຂດໂທດ ກ່ອນທີ່ ຫຼວງພະບາງ ຈະໄດ້ປະຕູຈາກຈັງຫວະດັ່ງກ່າວ.

.

ເຊິ່ງຈັງຫວະດັ່ງກ່າວເຮັດໃຫ້ ຕ້ອງຢຸດເກມໄປຫຼາຍນາທີ ເພາະທີມແພດປະຈໍາສະໜາມຕ້ອງເຂົ້າໄປຮັກສາອາການຂອງ ອຸດົມສິດ ທີ່ມີອາການໝົດສະຕິດົນພໍສົມຄວນ ແລະ ໃນທີ່ສຸດກໍສາມາດກູ້ຊີວິດຂອງນັກເຕະຄົນດັ່ງກ່າວໄດ້ສໍາເລັດ.(ເບິ່ງຄລິບລຸ່ມນີ້)

.

ຫຼ້າສຸດ ທ່ານ ດຣ ບົວພັນ ສີຫາວົງ ທີມແພດປະຈໍາສະໜາມດັ່ງກ່າວ ໃຫ້ຄໍາຊີ້ແຈງຕໍ່ເຫດການດັ່ກ່າວວ່າ: ຂໍອະນຸຍາດແຈ້ງການ ເລື່ອງທີ່ສັງຄົມເປັນຫ່ວງແລະເປັນນາທີທີ່ສາຕາສັງຄົມພົບເຫັນ ເກືອກຊັອກທັງສະໜາມແລະນອກສະໜາມ ຕົ້ນເຫດກະຄື: ນັກກິລາເບີ7ຖືກກະທົບຮຸນແຮງ ບວກກັບອາການອິດເມື່ອຍທີ່ໃຊ້ກໍ່າລັງແລ່ນຫຼາຍ ໝົດສະຕິ ຫົວໃຈຢຸດເຕັ້ນ ກໍາມະຈອນຈັບບໍ່ໃດ້ ກະເລີຍເຮັດ CPR ຄາເດີ່ນ ປະມານ 10ນາທີໄດ້ ນ້ອງເຂົາກະເລີ້ມມີກໍາມະຈອນກັບມາ ສຸກເສີນເບື້ອງຕົ້ນແລ້ວໃຫ້ດົມອົກຊີ ເກືອບປະມານ 30ນາທີ ຮູ້ສືກວ່າເຂົາຕອບສະໝອງໃດ້ດີທຸກພາກສ່ວນ ປະຈຸບັນຜູ້ກ່ຽວແມ່ນປົກກະຕິແລ້ວດີ ຂໍໃຫ້ທຸກທ່ານສະບາຍໃຈໄດ້ ຂໍຂອບໃຈທຸກພາກສ່ວນທີ່ໃຫ້ກໍ່າລັງໃຈເຊື່ອໝັ້ນທີມງານແພດລາວພວກເຮົາ ຂໍຂອບໃຈທີ່ນໍ້າໃຈຂອງຄົນລາວຍາມໃດກະຮັກເຊື້ອແພງຊາດ ແຈ້ງມາດ້ວຍຄວາມຮັບຖືເປັນຢ່າງສູງ.

.

ຂະນະທີ່ F.C.Champasak ເພຈ໌ບຸກທີ່ມີຊື່ສຽງຂອງວົງການບານເຕະແຂວງຈໍາປາສັກ ລາຍງານວ່າ: ອຸດົມສິດ ສິງລາດສົມບູນ ຈະບໍ່ໄດ້ເດີນທາງກັບພ້ອມຄະນະໃນມື້ນີ້ ຕ້ອງໄປກວດສຸຂະພາບອີກເທື່ອໜື່ງ, ເຊິ່ງແອັດມິນຂໍຍົກຍ້ອງໃນຄວາມເປັນນັກສູ້ຂອງອຸດົມສິດ ໄດ້ມີໂອກາດລົມກັນ ຫຼັງຈາກແພດໝໍປ້ຳຫົວໃຈຟື້ນຂື້ນມາມີສະຕິ ທ່ານໝໍຈະພາໄປໂຮງໝໍ ແຕ່ອຸດົມສິດຖາມໝໍວ່າ ສະກໍເທົ່າໃດ໋ໝໍ ທ່ານໝໍຕອບແຂວງຫຼວງພະບາງຂື້ນນຳ1-0 ຕອນນັ້ນອຸດົມສິດເປັນຫ່ວງນຳທິມ ທ່ານໝໍບອກວ່າບໍ່ຕ້ອງເປັນຫ່ວງ ເອົາຊີວິດເຈົ້າໄວ້ກ່ອນ ແຕ່ອຸດົມສິດກໍ່ຂໍຢືນຢັນວ່າ #ຂໍຕາຍໃນສະໜາມ ໃນໃຈອຸດົມສິດຕອນນັ້ນເຂົາຄິດວ່າເຂົາຕ້ອງບໍ່ເປັນຫຍັງເພື່ອບໍ່ໃຫ້ອ້າຍນ້ອງນັກກິລາ-ຄູຝຶກ ເສຍຂວັນກຳລັງໃຈ ໃນທີ່ສຸດ ອຸດົມສິດ ສິງລາດສົມບູນ ໝາຍເລກ7 ກໍ່ກັບມາໄດ້ ທິມກໍ່ກັບມາໄດ້ ຊົມເຊີຍໃນເລືອດນັກສູ້ແດນໃຕ້.

ສ່ວນຫຼັງຈົບການແຂ່ງຂັນ ກ່ອນຈະມີການມອບລາງວັນ ໂຄສົກປະຈໍາສະໜາມໄດ້ປະກາດວ່າ: ອຸດົມສິດ, ພ້ອມດ້ວຍ ສັງວອນ ພົມມະເສນ ແລະ ຄໍາຫຼ້າ ປິ່ນແກ້ວ ອະດີດນັກເຕະທີມຊາດລາວ ຊຸດຊີເກມ 2009 ພ້ອມພາກັນປະກາດອໍາລາວົງການຮັບໃຊ້ທີມແຂວງຈໍາປາສັກ ເພື່ອເປີດໂອກາດໃຫ້ກັບນັກເຕະຮຸ່ນໃໝ່ສານຕໍ່ພາລະກິດ ຫຼັງຊ່ວຍທີມແຂວງມາຢ່າງຍາວນານເຖິງ 20 ປີ.

.

ຂ່າວ: Sport Update ແລະ ຂ່າວກິລາ lao national tv
ຂ່າວກິລາ
ລາວມີຫວັງ ຍັງມີໂອກາດໄປ ບານໂລກປີ 2026 ໂຄຕ້າອາຊີຈະໄດ້ເພີ່ມອີກ 4 ທີມ ເປັນ 8 ທີມ

ຮູບແບບໃໝ່ໃນການແຂ່ງຂັນ FIFA World Cup 2026 ມີລາຍລະອຽດດັ່ງນີ້:
– 48 ທີມ (16 ທີມໃນເອີຣົບ)

– ໂຄຕ້າອາຊີ ເພີ່ມຈາກ 4 ເປັນ 8 ທີມ + Play Off (ແນ່ນອນວ່າຖ້າລາວສາມາດຕິດ 1 ໃນ 8 ຂອງອາຊີມີສິດໄດ້ເຂົ້າຮ່ວມບານໂລກ 2026)

– ແຂ່ງຂັນໃນ 16 ເມືອງຂອງປະເທດເຈົ້າພາບ (ສ.ອາເມບິກາ, ການາດາ ແລະ ແມັກຊິກ)
– 12 ກຸ່ມ ກຸ່ມລະ 4 ທີມ
– ອັນດັບ 1 ແລະ 2 ຜ່ານເຂົ້າຮອບ + 8 ທີມ ອັນດັບ 3 ທີ່ດີທີ່ສຸດ

– ຮອບ Knock Out ຮອບທຳອິດ ຈະມີທັງໝົດ 32 ທີມ.
– ຈະແຂ່ງຂັນທັງຫມົດ 104 ເກມ
ທີ່ມາ: Gazzetta Dello Sport
ຂ່າວກິລາ
ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ແລະ ທີມຊາດອາເຈນຕິນາ ປະທັບລົງໃນໃບເງິນ ພາຍຫຼັງໄດ້ຮັບໄຊຊະນະຈາກການແຂ່ງຂັນບານໂລກ2022 ທີ່ປະເທດກາຕາ.

…..

Cr: Argentina Football Association – AFA
ຂ່າວກິລາ
ຊຽງຂວາງເກມ ໜາວເທົ່າໃດ ກໍ່ສູ້ໄດ້ ເພາະມີຜ້າຮົ່ມໄປນຳ

ໜາວກະໜາວ ກິລາກະຢາກເບິ່ງພາບກອງເຊຍໃນຊຽງຂວາງເກມ 2022.

…..

….

…..

…..

ຮູບພາບ: ຊຽງຂວາງອັບເດດ
-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ