ໜຸ່ມສູ້ຊິວິດລ້າງຖ້ວຍສົ່ງຕົນເອງຮຽນຈົນຈົບຮັບໃບປະລິນຍາມາຝາກພໍ່ແມ່ໄດ້. – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ໜຸ່ມສູ້ຊິວິດລ້າງຖ້ວຍສົ່ງຕົນເອງຮຽນຈົນຈົບຮັບໃບປະລິນຍາມາຝາກພໍ່ແມ່ໄດ້.

Published

on

ນີ້ກໍ່ຖືໄດ້ວ່າເປັນເລື່ອງລາວສຸດປະທັບໃຈສຳລັບໜຸ່ມເພັດສະບູນ ປະເທດໄທ ທີ່ບໍ່ຍອມແພ້ຕໍ່ໂຊກສະຕາ,
ເຮັດວຽກທຸກຢ່າງສົ່ງຕົນເອງຮຽນຈົນຈົບ ໃຊ້ເວລາ 6 ປີ ແລະ ກໍເຮັດສຳເລັດໃຫ້ພໍ່ແມ່ພາກພູມໃຈ
ໜຸ່ມຄົນນີ້ ຮຽນຄະນະສຶກສາສາດ ມະຫາວິທະຍາໄລການກິລາແຫ່ງຊາດໄທ

ຂໍນຳເລື່ອງລາວຂອງໜຸ່ມຄົນນີ້ມາເຜີຍແຜ່ໃຫ້ຮູ້ນຳກັນ ເພື່ອເປັນກຳລັງໃຈໃຫ້ຫຼາຍໆຄົນສູ້ຕໍ່
ກວ່າທີ່ຄົນໆໜຶ່ງຈະຮຽນຈົບໄດ້ ຕ້ອງໃຊ້ເງິນ ແລະ ເວລາເທົ່າໃດ, ຫຼາຍຄົຫຼາຍຄົນອາດມີໂອກາດໄດ້ທຶນ
ມີພໍ່ແມ່ຈ່າຍໃຫ້ ໂດຍທີ່ບໍ່ຮູ້ຊ້ຳວ່າມູນຄ່າຫຼາຍເທົ່າໃດ ຕ້ອງລຳບາກເທົ່າໃດກວ່າຈະສົ່ງເຮົາຮຽນຈົບ

ດັ່ງໜຸ່ມຄົນນີ້ທີ່ເຮັດວຽກສາລະພັດທຸກຢ່າງ ເພື່ອບຸກບືນສົ່ງຕົນເອງຮຽນ ເພາະທຶນນ້ອຍກວ່າຄົນອື່ນໆ
ຕ້ອງຫາເງິນ ແຕ່ອາຍຸ15 ປີ ຄວບຄູ່ກັບການຮຽນ ທທັງເສີບຮັບລ້າງຖ້ວຍຮ້ານອາຫານ, ຕັດຫຍ້າ,ຕັດຕົ້ນໄມ້
ຕະຫຼອດເວລາເກືອບ 10 ປີ ຊີວິດນີ້ມີຄວາມມຸ່ງໝັ້ນ ແລະ ເຄັດລັບວິຊາການສູ້ເອົາຊະນະອຸປະສັກປັນຫາ
ໂຊກສະຕາກຳນົດໄດ້ ເຮົາພຽງບໍ່ມີຄືຄົນອື່ນ ແຕ່ເຮົາກໍສ້າງມັນຂຶ້ນມາໄດ້

ລາຍຮັບຂອງຄອບຄົວຫຼັກມາຈາກການເຮັດສວນກວ້ຍ ຈະມີງານຕັດຫຍ້າ ລ້າງຖ້ວຍ ຈຶ່ງເຮັດໃຫ້ຖານະຄົງທີ່ພໍຢູ່ ພ້ອມບົ່ມນິໄສຕົນເອງ ຫວັງໃນໃຈອານາຄົດຈະເຕີບໂຕມີຊີວິດທີ່ສະບາຍກວ່າພໍ່ແມ່ ແລະມື້ນີ້ເຂົາກໍເຮັດໄດ້ ອົດທົນເຮັດວຽກຫາເງິນ ພ້ອມທັງຮຽນໄປນຳໂດຍບໍ່ໄດ້ຂໍພໍ່ແມ່ ຄວ້າໃບປະລິນຍາມາໃຫ້ພໍ່ແມ່ໄດ້ຊື່ນໃຈໄດ້ແລ້ວ ແລະ ຄົງຫາວຽກງານທຳທີ່ດີ ອາອານາອານາຄົດຄົງສົດໄສແນ່ນອນເພາະຄວາມດຸໝັ່ນຂອງໜຸ່ມຄົນນີ້

ຢ່ານ້ອຍໃຈໃນວາດສະໜາ ເຮົາບໍ່ມີກໍຕ້ອງອົດທົນ ຕົ້ນທຶນຂອງຄົນເຮົາບໍ່ເທົ່າກັນ ແຕ່ເຮົາສາມາດຫາໄດ້ຄືກັນ ອາດຈະຫຼາຍກວ່າກໍເປັນໄດ້ ສະນັ້ນຈົ່ງສູ້ ແລະ ຫາຕໍ່ໄປ.

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້