ເດັກນ້ອຍພາກັນໄປເບີ່ງລົດຮຸນໄດໄດ້ເສຍຫຼັກຕົກລົງຈາກຂົວຫົວຈຸ

ໃນເວລາປະມານ 7:20 ຕອນເຊົ້າຂອງວັນທີ 18 ພະຈິກ 2020 ມີລົດຮຸນໄດໄດ້ເສຍຫຼັກຕົກລົງຈາກຂົວຫົວຈຸໃສ່ຫ້ວຍ. ເຊິ່ງເຫດດັ່ງກ່າວແມ່ນເກີດຢູ່ທີ່ ບ້ານນາໂພນ້ອຍ ເມືອງລ້ອງຊານ ແຂວງໄຊສົມບູນ.

ເຮັດໃຫ້ລົດຄັນດັ່ງກ່າວເປ່ເພສົມຄວນ. ສ່ວນຜູ້ຂັບແມ່ນປອດໄພ ແລະ ບໍ່ມີຜູ້ໃດບາດເຈັບ.

ເຫດເກີດຄັ້ງນີ້ຜູ້ຂັບຂີ່ຍັງບໍ່ມີການອະທິບາຍທີ່ໄປທີ່ມາເທື່ອ.