ສະຖານີລົດໄຟນະຄອນຫຼວງວຽງຈັນສໍາເລັດໂຄງສ້າງຮາກຖານແລ້ວ 90%

ປັດຈຸບັນ, ສະຖານີລົດໄຟນະຄອນຫຼວງວຽງຈັນໄດ້ກໍ່ສ້າງໂຄງສ້າງຮາກຖານສໍາເລັດ 90% ແລ້ວ ແລະຄາດວ່າຈະຕິດຕັ້ງໂຄງສ້າງຮາກຖານ ລວມເຖິງຫຼັງຄາຂອງມັນຈະໃຫ້ສໍາເລັດໃນທ້າຍເດືອນທັນວາຂອງປີນີ້. ໂຄງການກໍ່ສ້າງສະຖານີລົດໄຟນະຄອນຫຼວງວຽງຈັນແມ່ນມີເນື້ອທີ່ 150 ເຮັກຕາ, ສະເພາະອາຄານສະຖານີມີເນື້ອທີ 14.543,45 ຕາແມັດ, ຄວາມຍາວ 220 ແມັດ, ຄວາມກວ້າງ 90 ແມັດ, ຄວາມສູງ 25 ແມັດ ແລະສາມາດຮອງຮັບຜູ້ສານສູງສຸດເຖິງ 2.500 ຄົນ ແລະເປັນສະຖານີໃຫຍ່ທີ່ສຸດຂອງໂຄງການທາງລົດໄຟລາວ-ຈີນ.

ນອກນັ້ນ, ໃນເສັ້ນທາງລົດໄຟລາວ-ຈີນ ແຕ່ບໍ່ເຕັນແຂວງຫຼວງນໍ້າທາ ຫາ ນະຄອນຫລວງວຽງຈັນ ຍັງປະກອບມີສະຖານີຂົນ-ສົ່ງຜູ້ໂດຍສານ 10 ສະຖານີ ລວມສະຖານີນະຄອນຫຼວງວຽງຈັນແລະ ສະຖານີຄ່ຽນຖ່າຍ ສິນຄ້າ 22 ສະຖານີ ເຊິ່ງແຕ່ລະສະຖານີ ແມ່ນກຳລັງລົງມືດໍາເນີນການກໍ່ສ້າງເຊັ່ນດຽວກັນ.

ສໍາລັບສະຖານີ ໂພນໂຮງ ແລະກາສີ ແມ່ນເຮັດໂຄງສ້າງຫລັງຄາສຳເລັດແລ້ວ.

ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກຕອນເໜືອທີ່ດ່ານຊາຍແດນລາວ-ຈີນ ນັບແຕ່ບໍ່ເຕັນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາ ປີ 2021 ຕາມແຜນການ.

.

ພາບຂ່າວ: CRI