ມະຫາເສດຖີອາຍຸ 52ປີ ສຸດແຮບປີ້ ກັບນາງແບບສາວຄາວລູກອາຍຸ 25ປີ

ເວັບໄຊເດລີ່ເມນລາຍງານວ່າ ລູກ້າ ວາກຄີ່ (Gianluca Vacchi) ມະຫາເສດຖີອີຕາລີສຸດເທ່ ອາຍຸ 52 ປີ ກຳລັງຈະກາຍເປັນພໍ່ຄົນ
ແລ້ວຫລັງຈາກທີ່ລາວອອກມາປະກາດວ່າແຟນສາວອາຍຸ 25 ປີ
ກຳລັງຖືພາ ໂດຍລາວອອກມາເຜີຍຂ່າວດີນີ້ໃນວັນແມ່ສາກົນທີ່ຜ່ານມາ ແລະກ່າວຢ່າງມີຄວາມສຸກວ່າ ລາວຄົນນີ້ຄືຜູ້ຍິງທີ່ເຂົາໄຝ່ຝັນໃຫ້ເປັນແມ່ຂອງລູກມາໂດຍຕະລອດ

ຊຶ່ງໃນວັນທີ່ 10 ພຶດສະພາ ທີ່ຜ່ານມາ ລູກ້າ ໂພສຄລິບລົງອິນສະຕາແກມ ຂະນະນັ່ງຄຽງຂ້າງກັບຊາລອນເຊິ່ງຍິ້ມແຍ້ມຢ່າງຊື່ນມື່ນ

ເຂົາເວົ້າວ່າມື້ນີ້ຄົນທີ່ສຳຄັນຫລາຍທີ່ສຸດທີ່ຕົນນຶກເຖິງກໍ່ຄື ຜູ້ຍິງທີ່ກຳລັງຈະເປັນວ່າທີ່ແມ່ຂອງລູກຊາຍ ຊຶ່ງລາວຄົນນັ້ນກໍ່ຄືຊາລອນນັ້ນເອງ ແລະລາວຄືຄົນທີ່ຕົນຢາກໃຫ້ເປັນແມ່ຂອງລູກມາໂດຍຕະລອດ

ຈານລູກ້າ ຍັງໄດ້ລະບຸແຄປຊັ່ນເຖິງແຟນ ໆ ອີກວ່າ ພວກເຮົາທັງສອງມີຄວາມສຸກເຫລືອເກີນສຳຫລັບຂອງຂວັນອັນສວຍງາມນີ້ ແລະຂໍຂອບໃຈທຸກໆຄົນ ສຳຫລັບຄວາມຮັກທີ່ມອບໃຫ້ກັບຕົນແລະຊາລອນ