ໂຮງງານອຸດສາຫະກໍາ ໂຕໂຢລາວ ປະກາດຮັບສະໝັກພະນັກງານຈໍານວນຫຼາຍ

ນັບວ່າເປັນຂ່າວດີໃຫ້ກັບຄົນວ່າງວຽກ ຫຼື ຢາກປ່ຽນວຽກໃນຊ່ວງວິກິດແບບນີ້ ເພາະປັດຈຸບັນມີຫຼາຍບໍລິສັດ ຫຼາຍກິດຈະການທີ່ຕ້ອງປົດພະນັກງານອອກແບບຟ້າຜ່າ ຫຼື ປິດໂຕກິດຈະການລົງແບບບໍ່ທັນຕັ້ງຕົວ ຍ້ອນພິດຂອງເສດຖະກິດທີ່ຕົກຕໍ່າແຮງ, ແຕ່ທ່າມກາງວິກິດ ກໍ່ຍັງມີໂອກາດສະເໝີ ຫຼ້າສຸດ ໂຮງງານອຸດສາຫະກໍາ ໂຕໂຢລາວ ປະກາດຮັບສະໝັກພະນັກງານຈໍານວນຫຼາຍ ຫາກໃຜສົນໃຈ ຮີບອ່ານລາຍລະອຽດ ແລະ ໄປສະໝັກດ່ວນ.ເຊິ່ງຕໍາແໜ່ງທີ່ປະກາດ

ຮັບສະໝັກມີ ຫົວໜ້າຝ່າຍຄຸ້ມຄອງການຜະລິດ, ພະນັກງານຝ່າຍຜະລິດ ຈໍານວນ 15 ຕໍາແໜ່ງ, ພະນັກງານຄຸ້ມຄອງຊັບສິນ 2 ຕໍາແໜ່ງ, ນາຍສາງ 3ຕໍາແໜ່ງ, ພໍ່ບ້ານ 2​ຕໍາແໜ່ງ ແລະ ກໍາມະກອນ 4 ຕໍາແໜ່ງສ່ວນຜົນຕອບແທນທີ່ຈະໄດ້ຮັບມີຄື ເງິນເດືອນດີ, ສະຫວັດດີການດີ, ມີຄວາມຫມັ້ນຄົງ, ມີໂບນັັດປະຈຳປີ, ກິດຈະກຳງານລ້ຽງ, ທ່ອງທ່ຽວ, ລ້ຽງອາຫານ 1-3 ຄາບ ແລະ ອື່ນໆ. ຫາໃຜສົນໃຈສະຫມັກອ່ານລາຍລະອຽດໃຫ້ດີແລ້ວຍື່ນສະຫມັກດ້ວຍຕົນເອງ ຈະປິດຮັບຟອມສະຫມັກວັນທ່ີ: 20 ມິຖຸນາ 2020, ຂໍ້ມູນຂອງບໍລິສັດ

ສ່ວນເອກະສານສະຫມັກປະກອບມີ: 1. ຄຳຮ້ອງສະຫມັກ 2. ຊີວະປະຫວັດຫຍໍ້ ຫລື CV 3. ສຳເນົາໃບປະກາດ, ໃບຄະແນນ, ໃບຜ່ານງານ (ຖ້າມີ) 4. ສຳເນົາບັດປະຈຳຕົວ/ສຳມະໂນຄົວ, ໃບຢັ້ງຢືນທີ່ຢູ່, ໃບຄ້ຳປະກັນ, ໃບກວດສຸຂະພາບ, ໃບແຈ້ງໂທດ, ຮູບ3×4 ຫນື່ງໃບ. ສອບຖາມເພີ່ມເຕີມ: 030 5070707 (ໃນໂມງລັດຖະການ); ວັອດແອັບ: 02052281558