ນາຍບ້ານຜິດກັບລູກບ້ານຈຶງຂຽນບົດລາຍງານສະເໝີສານຂັບໄລ່ລູກບ້ານແລະຄອບຄົວອອກຈາກບ້ານ

ແບບນີ້ໃຊ້ກົດໝາຍຂໍ້ໃດໃຜກະໄດ້ມີຄວາມຮູ້ທາງກົດໝາຍບອກແອດມິນແດ່ວ່າເຮັດໄດ້ຫຼືບໍ່ໄດ້

ເລື່ອງມີຢູ່ວ່າວັນທີ່12.5.2020ທ້າວເກບບຼຽວລາວເປັນຄົນປະເທດສະວີເດັນ.ລາວໄດ້ດື່ມເຫລົ້າມ້າດຳ1ແກ້ວເບຍລາວ3ແກ້ວສະປ່ອນເຊີ່1ປ່ອງ.ຄົນດຽວຈົນເຮັດໃຫ້ລາວເມົາຈົນບໍ່ມີສະຕິແລະໄດ້ຍ່າງຈັບໄມ້2.3 cmຍາວປະມານ1m ມາຕາມທາງພໍນາຍບ້ານຊື່ຊຽງເຜີຍລຸກເກືອໄກ່ມາເຫັນກໍ່ໄດ້ມາຖຽງກັນກັບທ້າວເກບບຼຽວ

ເມຍທ້າວເກບບຼຽວເຫັນທ່າບໍ່ດີກະເລີຍບອກໃຫ້ນາຍບ້ານໃຫ້ໄປເຮືອນແຕ່ນາຍບ້ານກໍ່ບໍ່ໄປຈົນເຮັດໃຫ້ທັງ2ຄົນຕີກັນເກີດຂື້ນ. ສະນັ້ນຂ້າພະເຈົ້າຈຶ່ງຍາກຮູ້ວ່າເລື້ອງແບບນີ້ນາຍບ້າຍຈົນສິບໍ່ຮັບເອົາຄອບຄົວຂອງພວກເຮົາຍູ່ບ້ານພຸ້ນເລີຍບໍ່ທັ້ງໆທີ່ຄອບຄົວຂອງພວກເຮົາເປັນຄົນພື້ນຖານ.ເກີດຍູ່ບ້ານນີ້ໃຫຍ່ຍູ່ບ້ານນີ້ຕັ້ງແຕ່ເລີ່ມມີບ້ານເມືອງງອຍ.ສະນັ້ນຈຶ່ງຂໍວິ່່ງວອນເຖິງພາກສ່ວນທີ່ກ່ຽວຂ້ອງໃຫ້ມາຊ່ວຍແກ້ໄຂບັນຫາດັ່ງກ່າວນີ້.

ແລະ ຂໍຄວາມເປັນທຳໃຫ້ກັບຄອບຄົວຂອງຂ້າພະເຈົ້າດ້ວຍ.ຂໍຄອບໃຈ. ສົມພໍແລະຄອບຄົວເຮົາໄປເຊັນເອກະສານທຸກເອກະສານກະບໍ່ເຊັນໃຫ້. ຫາກໍ່ເຫັນ17.11.2020.